• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຂຽນ ເພີ່ມທະວີການຮ່ວມມືພັດທະນາອາຊີບການປະມົງ

ຕາມການຄາດຄະເນ, ຂົງເຂດ ອາຊຽນ ຈະປະກອບສ່ວນ ຈຳ ນວນສິນໃນນຳ້ ປະມານ 25% ຂອງ ໂລກ, ໃນນັ້ນ 4/10 ປະ ເທດ ມີປະລິມານການຜະລິດສິນໃນນຳ້ຫຼາຍທີ່ສຸດຂອງ ໂລກ ແມ່ນ ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ສິນໃນ ນຳ້ກໍ່ເປັນໜຶ່ງໃນ 12 ຂະແໜງການ, ຂົງເຂດໄດ້ຮັບ ການບຸລິ ມະສິດ ເຊື່ອມໂຍງຂອງພາກພື້ນ ດ້ວຍການສຸມໃສ່ໃນ 4 ຫົວ ຂໍ້ຕົ້ນຕໍ່ແມ່ນ: ຄວາມປອດໄພດ້ານ ສະບຽງ ອາຫານ, ຄົ້ນຄວ້າ ແລະ ພັດທະນາ, ພັດທະນາແຫຼ່ງຊັບພະຍາກອນ ມະນຸດ ແລະ ແບ່ງປັນຂໍ້ມູນຂ່າວສານ. 
ອາຊຽນ ມີເງື່ອນໄຂທີ່ສະດວກ ໃນການພັດທະນາການຂຸດຄົ້ນ ແລະ ລ້ຽງສິນໃນນຳ້ ດ້ວຍທ່າແຮງບົ່ມຊ້ອນ ຊຶ່ງນຳມາຄຸນຄ່າທ່ີໃຫຍ່ຫຼວງ ທາງດ້ານພັດທະນາເສດຖະກິດ ແລະ ຮັບປະກັນ ຄວາມປອດໄພດ້ານສະບຽງອາຫານ, ສະຫວັດດີການສັງຄົມ. ແຕ່ວ່າ ອາຊີບລ້ຽງປາຂອງບັນດາປະເທດສະມາຊິກ ສ່ວນຫຼາຍຍັງຢູ່ໃນໄລຍະພັດທະນາ, ມີຂະໜາດນ້ອຍ, ຜະລິດຕາມແບບ ຫັດຖະກຳ ຫັນເປັນອາຊີບການປະມົງແບບ ທັນສະໄໝ, ມີຂະ ຫຍາດໃຫຍ່ ແລະ ໝັ້ນຄົງ.

ໄລຍະຜ່ານມາ, ບັນດາປະເທດໃນກຸ່ມ ອາຊຽນ ໄດ້ມີຫົວຄິດ ປະດິດສ້າງຫຼາຍຢ່າງເພື່ອພ້ອມກັນລົງມືກໍ່ສ້າງກົນໄກວ່າດ້ວຍ ການ ຮ່ວມມືພັດທະນາອາຊີບການປະມົງໃນພາກພື້ນຕາມທິດ ທັນ ສະໄໝ, ໝັ້ງຄົງ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ. 

ໃນກອງປະຊຸມ ສະຫະພາບ ກຸ້ງ ອາຊຽນ ຄັ້ງທີ 9 ເຊິ່ງໄດ້ຈັດ ຂຶ້ນ ໃນຕົ້ນເດືອນ ກໍລະກົດ ຜ່ານມາຢູ່ນະຄອນ ດ່າໜັງ, ບັນດາ ຜູ້ຕາງໜ້າ ປະເທດສະມາຊິກ ອາຊຽນ ໄດ້ພ້ອມກັນ ແລກປ່ຽນ ບັນດາບັນຫາ ກ່ຽວກັບວຽກງານ ຕ້ານການເຄື່ອນໄຫວຂຸດຄົ້ນ ສິນໃນນຳ້ ທີ່ຜິດກົດໝາຍ, ບໍ່ມີການລາຍງານ, ບໍ່ປະຕິບັດຕາມ ກຳນົດ (IUU) ເພື່ອປະຕິບັດແຜນການເຄື່ອນໄຫວໃນ ພາກພື້ນ ກ່ຽວ ກັບວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ແລະ ການ ຮ່ວມມື ຢ່າງແໜ້ນແຟ້ນ ລະຫວ່າງ ບັນດາປະເທດ ອາຊຽນ. 


ຄະນະກຳມະການອາຊີບການປະມົງ ຂອງລັດຖະສະພາ ເອີຣົບ ນໍາໂດຍທ່ານ Mato Gabriel, ສະມາຊິກລັດຖະສະ ພາ, ໂຄສົກ ຂອງຄະນະກໍາມະການອາຊີບການປະມົງ ໄດ້ ໄປກວດກາຕົວຈິງ ແລະ ເຮັດວຽກທີ່ນະຄອນ ຫາຍຝ່ອງ. ພາບ: ອານດັງ/VNA


ປີ 2018, ຍອດມູນຄ່າສົ່ງອອກ ຂອງ ພາກກະເສດ, ປ່າ ແລະ ການປະມົງ ທົ່ວປະເທດ ໄດ້ບັນລຸເປັນປະຫວັດການ ປະມານ 40 ຕື້ ໂດລາສະຫະລັດ, ເພີ່ມ 9,1% ເມື່ອທຽບກັບປີ 2017. ພາບ: ຫວູຊິງ/VNA


ພັດທະນາອາຊີບລ້ຽງຫອຍນາງລົມຢູ່ເຂດທະເລພາກເໜືອ. ພາບ: VNP


ລະບົບດອກໄຟທີ່ທັນສະໄໝເທິງກຊາປັ່ນ ບ໋າວຫງອກ ທີ່ ທຳອາຊີບ ຫາປາມຶກໃນຕອນກາງຄືນຢູ່ເຂດທະເລ ບ່າເຣ້ຍ-ຫວຸ໊ງເຕົ່າ. ພາບ: ດ່ວານແມ້ງເຢືອງ/VNA


ໃນວັນທີ 3/5/2019, ກຳປັ່ນໝາຍເລກ SAR 412 ຂອງ ສູນກາງສົມທົບຊອກຫາ, ກູ້ໄພ ການເດີນເຮືອ ທາງທະເລ ຫວຽດນາມ ໄດ້ນໍາລູກເຮືອ 52 ຄົນ ແລະ ກໍາປັ່ນ ໝາຍເລກ QNa 90129 TS ທ່ີປະສົບໄພ ຢູ່ໝູ່ເກາະ ຮວ່າງຊາ ເຂົ້າ ທຽບທ່າ ຢູ່ນະຄອນ ດ່າໜັງ ຢ່າງປອດໄພ. ພາບ: ເຈິ່ນເລ ເລີມ/VNA


ຊາວປະມົງ ອິນໂດເນເຊຍ ຈັບຫາປາ ໃນເຂດທະເລ Surabaya, ແຂວງ Java ຕາເວັນຕົກ. ພາບ: AFP/VNA

ກອງປະຊຸມ ກຸ່ມປະຕິບັດງານ ສິນໃນນຳ້ ອາຊຽນ ຄັ້ງທີ 27 ເຊິ່ງ ໄດ້ຈັດຂຶ້ນໃນເດືອນ ມິຖຸນາ ຜ່ານມາຢູ່ ຫວຽດນາມ ໄດ້ ອະນຸມັດຜ່ານບັນດານະໂຍບາຍທີ່ສຳຄັນກ່ຽວກັບການ ພັດທະ ນາຂະແໜງສິນໃນນຳ້ຂອງພາກພື້ນ ໃນໄລຍະ 2019-2020. ບັນດາປະເທດ ສະມາຊິກ ອາຊຽນ ໄດ້ເປັນເອກະສັນ ກັນຕໍ່ນະ ໂຍບາຍສ້າງຕັ້ງເຄືອຂ່າຍ ປ້ອງກັນ, ຕ້ານການເຄື່ອນໄຫວຂຸດ ຄົ້ນສິນ ໃນນຳ້ຢ່າງຜິດກົດໝາຍ, ບໍ່ມີການລາຍງານ ແລະ  ບໍ່ ປະຕິບັດ ຕາມກຳນົດຂອງ ອາຊຽນ (ASEAN Network for Combating IUU, AN-IUU) ໂດຍເປົ້າໝາຍຕົ້ນຕໍແມ່ນແບ່ງ ປັນຂໍ້ມູນຂ່າວສານ ແລະ ຍົກສູງຄວາມສາມາດໃນການຄຸ້ມ ຄອງ, ປ້ອງກັນ, ຕ້ານການເຄື່ອນໄຫວຂຸດຄົ້ນ ສິນໃນນຳ້ ຢ່າງ ຜິດກົດໝາຍ ໃຫ້ແກ່ບັນດາປະເທດສະມາຊິກ. 

ພ້ອມກັນນັ້ນ, ນະໂຍບາຍລວມກ່ຽວກັບສິນໃນນຳ້ຂອງ ອາຊຽນກໍ່ໄດ້ບັນດາຜູ້ແທນ ເຫັນດີເປັນເອກະສັນກັນວ່າ ຈະຄົ້ນຄວ້າ ເພື່ອ ເພີ່ມທະວີຄວາມພະຍາຍາມຫັນໄປເຖິງອາຊີບການປະມົງທີ່ ໝັ້ນຄົງ, ມີຄວາມຮັບຜິດຊອບ ແລະ ຮັບປະກັນຄວາມປອດ ໄພ ດ້ານ ສະບຽງອາຫານໃນພາກພື້ນ. 

ໃນກອງປະຊຸມ ກຸ່ມປະຕິບັດງານ ສິນໃນນຳ້ ອາຊຽນ ຄັ້ງທີ 27, ບັນດາປະເທດ ສະມາຊິກ ອາຊຽນ ພ້ອມກັບບັນດາຄູ່ຮ່ວມມືໃນພາກພື້ນ ແລະ ສາກົນຄື FAO (ອົງການກະສິກຳ ແລະ ສະ ບຽງອາຫານ ສະຫະປະຊາຊາດ), SEAFDEC (ສູນກາງພັດ ທະນາອາຊີບການປະມົງ ອາຊີຕາເວັນອອກສ່ຽງໃຕ້), NACA (ຄະ ນະກຳມະການຄຸ້ມຄອງເຄືອຂ່າຍ ສູນລ້ຽງສິນ ໃນນຳ້ ຂົງເຂດ ອາຊີ-ປາຊີຟິກ), JICA ຍີ່ປຸ່ນ, ອີຢູ, ອົດສະຕາລີ ໄດ້ແລກປ່ຽນ ຂໍ້ມູນຂ່າວສານ, ພິຈາລະນາ ແລະ ໄດ້ເປັນເອກະສັນກັນ ບັນ ດາບັນຫາກ່ຽວກັບການຮ່ວມມື ແລະ ພັດທະນາອາຊີບ ການປະມົງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເພື່ອປະກອບສ່ວນ ຢ່າງ ສຳຄັນເຂົ້າໃນການພັດທະນາຂະແໜງ ສິນໃນນຳ ້ຢ່າງໝັ້ນຄົງ, ຮັບປະກັນຄວາມປອດໄພດ້ານສະບຽງ ອາຫານ ໃນພາກພື້ນ ແລະ ປະຊາຄົມເສດຖະກິດ ອາຊຽນ. 

ກົດໝາຍວ່າດ້ວຍສິນໃນນຳ້ ປີ 2017 ມີຜົນສັກສິດ ແຕ່ວັນທີ 1 ເດືອນ ມັງກອນ 2019 ເປັນຂີດໝາຍທີ່ສຳຄັນ, ຫັນປ່ຽນອາ ຊີບ ລ້ຽງປາຂອງ ຫວຽດນາມ ຈາກການຜະລິດຕາມແບບ ຫັດ ຖະກຳ ມາເປັນການຜະລິດ ທ່ີທັດນສະໄໝ, ມີຄວາມຮັບຜິດ ຊອບ, ຕອບສະໜອງໄດ້ຄວາມຕ້ອງການຂອງ ບັນດາຕະຫຼາດ ໂລກ ແລະ ຮຽກຮ້ອງຕ້ອງການຂອງການ ເຊື່ອມໂຍງສາກົນ; ໃນນັ້ນ ສຸມໃສ່ຜັນຂະຫຍາຍຢ່າງຄົບຊຸດ ບັນດາວິທີ ປ້ອງກັນ,​ ຕ້ານການເຄື່ອນໄຫວ ຂຸດຄົ້ນສິນໃນນໍ້າ ທີ່ຜິດກົດໝາຍ, ບໍ່ມີ ການລາຍງານ ແລະ  ບໍ່ປະຕິບັດຕາມກຳນົດ; ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງສິນໃນນຳ້ ແບບໝັ້ນຄົງ, ມີຄວາມຮັບ ຜິດຊອບໃນ ການລ້ຽງສິນໃນນຳ້, ຮັບປະກັນຄວາມປອດໄພ ດ້ານສະບຽງ ອາຫານ, ຫຼຸດຜ່ອນຜົນເສຍຫາຍຈາກ ໄພທຳມະຊາດ ແລະ ພະຍາດລະບາດ. 
 
ບົດ: VNP ສັງລວມ - ພາບ: VNP, VNA

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

Top