• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັບເດັດສະພາບການໂລກລະບາດໂຄວິດ - 19 ໃນໂລກ

      ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ຍັງແມ່ນ ອາເມລິກາ, ອິນເດຍ ແລະ ບຣາຊິນ. ເຖິງຢ່າງໃດກໍຕາມ, ເມື່ອຄິດໄລ່ຕາມອັດຕາພົນລະເມືອງແລ້ວ, ເປຣູ ແມ່ນປະເທດມີອັດຕາເສຍຊີວິດສູງທີ່ສຸດ, ຕາມນັ້ນແລ້ວ, ໃນຈຳນວນ 100.000 ຄົນໃດ ກໍມີ 606 ຄົນ ເສຍຊີວິດ.
(ພາບປະກອບ: TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງ 00 ນາທີຂອງວັນທີ 16 ຕຸລາ (ຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດຫຼາຍກວ່າ 240,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 4,9 ລ້ານຄົນ.
            ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ຍັງແມ່ນ ອາເມລິກາ, ອິນເດຍ ແລະ ບຣາຊິນ. ເຖິງຢ່າງໃດກໍຕາມ, ເມື່ອຄິດໄລ່ຕາມອັດຕາພົນລະເມືອງແລ້ວ, ເປຣູ ແມ່ນປະເທດມີອັດຕາເສຍຊີວິດສູງທີ່ສຸດ, ຕາມນັ້ນແລ້ວ, ໃນຈຳນວນ 100.000 ຄົນໃດ ກໍມີ 606 ຄົນ ເສຍຊີວິດ.
            ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາເມລິກາ ລາຕິນ ແລະ ກາຣີເບ ມີຜູ້ເສຍຊີວິດຫຼາຍກວ່າ 1,5 ລ້ານຄົນ ໃນຈຳນວນຜູ້ທີ່ຕິດເຊື້ອຫຼາຍກວ່າ 45,4 ລ້ານຄົນ. ຖັດຈາກນັ້ນແມ່ນ ພາກພື້ນ ເອີຣົບ ດ້ວຍຜູ້ຕິດເຊື້ອຫຼາຍກວ່າ 70 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 1,3 ລ້ານຄົນ. ພາກພື້ນ ອາຊີ ຢັ້ງຢືນວ່າ ມີຜູູ້ເສຍຊີວິດຫຼາຍກວ່າ 1,1 ລ້ານຄົນ ໃນຈໍານວນຜູ້ຕິດເຊື້ອຫຼາຍກວ່າ 76,8 ລ້ານຄົນ. ອາເມລິກາ ເໜືອ ມີຜູ້ເສຍຊີວິດຫຼາຍກວ່າ 1,1 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອຫຼາຍກວ່າ 54,1 ລ້ານຄົນ. ອາຟະລິກາ ຢັ້ງຢືນວ່າ ມີຜູ້ເສຍຊີວິດຫຼາຍກວ່າ 214.800 ຄົນ, ໃນຂະນະນັ້ນ ຈຳນວນຜູ້ເສຍຊີວິດຢູ່ ທະວີບ ໂອເຊອານີ ແມ່ນຫຼາຍກວ່າ 3.100 ຄົນ. ໃນວັນທີ 15 ຕຸລາ, ທ່ານນາງ Stella Kyriakides, ກຳມະການເອີຣົບ ຮັບຜິດຊອບວຽກງານສາທາລະນະສຸກ ແລະ ຄວາມປອດໄພທາງດ້ານສະບຽງອາຫານ ໄດ້ກ່າວເຕືອນກ່ຽວກັບຄວາມສ່ຽງທີ່ອາດຈະເກີດ “ໂລກລະບາດໃໝ່” ເມື່ອລະດູໜາວຈະມາເຖິງນີ້ ມີຜູ້ເປັນໄຂ້ຫວັດໃຫຍ່ໃນສະພາບໂລກລະບາດໂຄວິດ - 19 ຍັງບໍ່ສາມາດຄວບຄຸມໄດ້.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top