• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ອະນຸລັກຮັກສາ, ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ໝັ້ນຄົງຕະຫຼອດໄປ

ຕອນບ່າຍວັນທີ 21 ທັນວາ 2017, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະ ທານປະເທດແຫ່ງ ສປປ ລາວ ພ້ອມ ຄະນະຜູ້ແທນຂັ້ນສູງ ພັກ, ລັດຖະບານ ລາວ ໄດ້ລາອອກຈາກແຂວງ ເງະອານ, ສິ້ນສຸດ ການຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19-21 ທັນວາ 2017 ຕາມຄຳເຊີນຂອງສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ. ເນື່ອງໃນໂອກາດ ການຢ້ຽມຢາມນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ-ລາວ, ລາວ-ຫວຽດນາມ. 
ໃນຂອບການຢ້ຽມຢາມ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ເຈລະຈາກັບສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ; ພົບປະກັບສະຫາຍປະທານປະເທດ ເຈິ່ນດ້າຍກວາງ ແລະ ພ້ອມກັນປະກາດປິດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017.
 
ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ພົບປະກັບສະຫາຍນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ; ຢ້ຽມຢາມອະດີດການນຳຂອງພັກ ແລະ ລັດ ຫວຽດນາມ; ຕ້ອນຮັບສະມາຄົມ ມິດຕະພາບ ຫວຽດນາມ -ລາວ; ພົບປະກັບຜູ້ຕາງໜ້າ ອະດີດທະຫານ ອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ; ຮຸ່ນໜຸ່ມ ຫວຽດນາມ ແລະ ນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ; ຢ້ຽມຢາມບາງ ຮາກຖານເສດຖະກິດ, ວັດທະນະທຳ ຢູ່ນະຄອນຫຼວງ ຮ່າໂນ້ຍ, ແຂວງ ເງະອານ ແລະ ກອງບັນຊາການທະຫານເຂດ 4.


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ ໃນພິທີຕ້ອນຮັບຢ່າງເປັນທາງການ ໃນຕອນເຊົ້າວັນທີ 19 ທັນວາ 2017. ພາບ: ເຟືອງຮວາ/VNA


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ. ພາບ: ຈີ໋ຢຸງ/VNA


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ. ພາບ: ຈີ໋ຢຸງ/VNA


ຕອນຄຳ່ວັນທີ 19 ທັນວາ 2017, ທີ່ ຮ່າໂນ້ຍ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ຈັດຕັ້ງງານລ້ຽງຮັບຮອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ໃນພາບ: ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ອ່ານສູນທອນພົດຍິນດີຕ້ອນຮັບ. ພາບ: ວັນດຽບ/VNA


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມກັບບັນດານັກສິລະປິນ ໃນງານລ້ຽງຮັບຮອງ. ພາບ: ວັນດຽບ/VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດຖະບານ ລາວ ໄດ້ໄປວາງພວງມາລາທີ່ອະນຸສອນສະຖານນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ; ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງະອານ.

ກ່ອນໜ້ານີ້ 55 ປີ, ວັນທີ 5 ກັນຍາ 1962, ຫຼັງຈາກສັນຍາ ເຊີແນວກ່ຽວກັບ ລາວ ໄດ້ລົງນາມ, ຫວຽດນາມ ແລະ ລາວ ໄດ້ເປັນເອກະພາບສ້າງ ຕັ້ງການພົວພັນທາງການທູດ ນຳກັນ, ເປີດສັກກະລາດໃໝ່ໃນການ ເສີມຂະຫຍາຍ ແລະ ພັດທະນາຄວາມສຳພັນລະຫວ່າງສອງປະເທດ. 
.
ໃນການພົບປະ, ສອງຝ່າຍໄດ້ຢັ້ງຢືນສືບຕໍ່ ແລະ ເສີມຂະຫຍາຍ ມູນເຊື້ອ ອັນດີງາມຍິ່ງຂຶ້ນ ເພື່ອປົກປັກຮັກສາ ແລະ ພັດທະນາສາຍພົວພັນສາມັກຄີ ມິດຕະພາບອັນເປັນພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຖືວ່າ ນີ້ເປັນ ບັນຫາມີຄວາມໝາຍສຸດທີ່ສຳຄັນຕໍ່ອະນາຄົດຂອງສອງປະເທດ, ເພື່ອການພັດທະນາຖາວອນ ແລະ ຄວາມຜາສຸກຂອງປະຊາຊົນ ສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໂລກ.
 
ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດານະໂຍບາຍ, ວິທີແກ້ໄຂເພື່ອ ແນໃສ່ສືບຕໍ່ພາເຮັດໃຫ້ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ຕົວຈິງ ແລະ ມີປະສິດທິຜົນເທິງທຸກ ຂົງເຂດ, ປະກອບສ່ວນເຂົ້າໃນ ພາລະກິດການ ປ່ຽນແປງໃໝ່ຂອງແຕ່ລະປະເທດຢ່າງມີໄຊ. 



ຕອນເຊົ້າວັນທີ 20 ທັນວາ 2017, ທີ່ສຳນັກງານປະທານປະເທດ, ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ ພົບປະ ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດມາ ຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ພາບ: ຍານຊ໋າງ/VNA


ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ ພົບປະ ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ.
ພາບ: ຍານຊ໋າງ/VNA



ວັນທີ 20 ທັນວາ 2017, ທີ່ສຳນັກງານປະທານປະເທດ, ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ເປັນປະທານໃນ ການປະຊຸມຂ່າວປະກາດປິດປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017. ພາບ: ຍານຊ໋າງ/VNA
 

 ທີ່ສຳນັກງານລັດຖະບານ, ສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ
ໄດ້ພົບປະກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ
ເນື່ອງໃນໂອກາດມາ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ພາບ: ຖົ໋ງເຍິດ/VNA



ສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ທຳການພົບປະແລກປ່ຽນຄຳຄິດຄຳເຫັນກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ. ພາບ: ຖົ໋ງເຍິດ/VNA


ທີ່ສຳນັກງານສະພາແຫ່ງຊາດ, ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດມາ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ພາບ: ຢວານເຕິນ/VNA

ສະຫຼຸບການພົວພັນສອງຝ່າຍໃນ 55 ປີຜ່ານມາ, ບົດກ່າວປາໄສໃນພິທີສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ  ໄດ້ ເນັ້ນໜັກວ່າ: “ອາດເວົ້າໄດ້ວ່າ 55 ປີ ແຫ່ງການສ້າງຕັ້ງ ການພົວພັນ ການ ທູດ ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ແມ່ນ ໄລຍະເວລາທົດສອບຄວາມສະໜິດ ຕິດພັນຂອງສາຍ ພົວພັນລະຫວ່າງສອງປະເທດ”.
ສອງຝ່າຍເປັນເອກະພາບ ໃນການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງ ພັກ, ສອງລັດ ຢ່າງມີ ປະສິດທິຜົນ; ເຮັດໃຫ້ການພົວພັນທາງການເມືອງເຂົ້າສູ່ລວງເລິກ, ສືບຕໍ່ ຮັກສາບັນດາການພົບປະລະຫວ່າງການນຳຂັ້ນສູງສອງພັກ, ສອງ ລັດ; ເປີດກວ້າງການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາ ຄະນະຂອງພັກ, ກະຊວງ, ຂະແໜງການ, ບັນດາຄະນະກຳມະການ ຂອງສະພາແຫ່ງຊາດ, ແນວໂຮມ ປະເທດຊາດ, ອົງການປະຊາຊົນ ແລະ ບັນດາທ້ອງຖິ່ນຂອງ ສອງປະເທດ; ຍູ້ແຮງການໂຄສະນາເຜີຍແຜ່ຢ່າງ ກວ້າງຂວາງເຖິງປະຊາຊົນ ທຸກຊົນຊັ້ນ, ເປັນຕົ້ນແມ່ນຮຸ່ນໜຸ່ມຂອງປະເທດ ກ່ຽວກັບມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ.
 
ສອງຝ່າຍເຫັນດີເປັນເອກະພາບມານະພະຍາຍາມຊຸກຍູ້ ແລະ ຍົກສູງ ປະສິດທິຜົນການຮ່ວມມືກ່ຽວກັບເສດຖະກິດ, ການລົງທຶນ, ການຄ້າ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ ບົນພື້ນຖານ ເສີມຂະຫຍາຍ ຢ່າງມີປະສິດທິຜົນທ່າແຮງບົ່ມຊ້ອນ, ທ່າແຮງຂອງ ແຕ່ລະປະເທດ; ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສືບຕໍ່ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຄົມຊາວ ລາວ ອາໄສຢູ່ ຫວຽດນາມ ໄດ້ດຳລົງຊີວິດ, ເຮັດວຽກ ແລະ ຮຳ່ຮຽນ ເໝາະສົມກັບການກຳນົດ, ກົດໝາຍ ຂອງ ແຕ່ລະປະເທດ ແລະ ກົດໝາຍສາກົນ.
 
ສອງຝ່າຍສືບຕໍ່ເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ຢູ່ທະເລຕາເວັນອອກ; ເປັນເອກະສັນໃນການເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງ ແໜ້ນແຟ້ນບົນເວທີສາກົນ ແລະ ພາກພື້ນ. 



ໃນຂອບເຂດຂອງການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງ ເປັນທາງການ, ຕອນເຊົ້າວັນທີ 20 ທັນວາ 2017, ທີ່ ຮ່າໂນ້ຍ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ມີການພົບປະກັບອະດີດທະຫານອາສາ ສະໝັກ, ຜູ້ ຊ່ຽວຊານ ຫວຽດນາມ ຢູ່ ລາວ ແລະ ຮຸ່ນໜຸ່ມສອງປະເທດ. ໃນພາບ: ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນ ກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໂອ້ ລົມສົນທະນາກັບບັນດາ ທ່ານຜູ້ແທນ.
ພາບ: ເຟືອງຮວາ/VNA



ຕອນເຊົ້າວັນທີ 20 ທັນວາ 2017, ທີ່ ຮ່າໂນ້ຍ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄປຢ້ຽມຊົມງານວາງສະແດງ ຮູບພາບ:  “ໄມຕີຈິດ ມິດຕະພາບ ຄວາມ ສາມັກຄີ ແບບພິເສດ ຫວຽດນາມ - ລາວ”. ພາບ: ຈີ໋ຢຸງ/VNA


ໃນກອບການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງ ເປັນທາງການ, ຕອນເຊົ້າວັນທີ 21 ທັນວາ 2017, ທີ່ແຂວງ ເງະອານ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ທຳການຢ້ຽມຢາມ ເຂດ ປູຊະນີ ຍະສະຖານ ກິມລຽນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງະອານ. ໃນພາບ: ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ບັນດາ ຜູ້ແທນ ຈູດທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດອະນຸສອນ ສະຖານປະທານ ໂຮ່ຈີມິນ .  ພາບ: ຢວານເຕິນ/VNA



ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ບັນດາຜູ້ແທນຢ້ຽມຢາມບ້ານເກີດ ລຸງໂຮ່. ພາບ: ຢວານເຕິນ/VNA

ສະຫຼຸບການພົວພັນສອງຝ່າຍໃນ 55 ປີຜ່ານມາ, ບົດກ່າວປາໄສໃນພິທີສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ  ໄດ້ ເນັ້ນໜັກວ່າ: “ອາດເວົ້າໄດ້ວ່າ 55 ປີ ແຫ່ງການສ້າງຕັ້ງ ການພົວພັນ ການທູດ ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ແມ່ນ ໄລຍະເວລາທົດສອບຄວາມສະໜິດ ຕິດພັນຂອງສາຍ ພົວພັນລະ ຫວ່າງສອງປະເທດ”.

ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top