• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫໍ​ພິ​ພິ​ທະ​ພັນ​ ໂຮ່​ຈີ​ມິນ - ບ່ອນ​ເກັບ​ຮັກ​ສາ​ເອ​ກະ​ສານ​, ວັດ​ຖຸ​ພັນທີ່​ມີ​ຄ່າກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ ແລະ ແມ່ນ​ບ່ອນ​ພັດ​ທະ​ນາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ

ໂດຍແມ່ນເຂດປູຊະນີຍະສະຖານປະວັດສາດວັດທະນະທຳສຳຄັນຂອງນະຄອນຫຼວງ ຮ່າໂນ້ຍຫໍພິພິທະພັນ ໂຮ່ຈີມິນ ແມ່ນບ່ອນທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມຊອກຮູ້ເປັນຈຳນວນຫຼວງຫຼາຍຢູ່ທີ່ນີ້ໄດ້ວາງສະແດງເອກະສານ ແລະ ວັດຖຸພັນກ່ຽວກັບຊີວິດປະຕິວັດຂອງປະທານໂຮ່ຈີມິນ ແລະ ພາລະກິດປົດປ່ອຍຊາດ ຢູ່ ວຽດນາມຕໍ່ໄປເຊີນທ່ານໄປຢ້ຽມຊົມ ແລະ ຊອກຮູ້ຫໍພິພິທະພັນແຫ່ງນີ້ຜ່ານບົດຂຽນ “ຫໍພິພິທະພັນ ໂຮ່ຈີມິນ - ບ່ອນເກັບຮັກສາເອກະສານວັດຖຸພັນທີ່ມີຄ່າກ່ຽວກັບປະທານໂຮ່ຈີມິນ ແລະ ແມ່ນບ່ອນພັດທະນາຄຸນຄ່າວັດທະນະທຳຂອງຊາດ” ຂອງນັກຂ່າວ ແທັ່ງນາມ.
ໂດຍຕັ້ງຢູ່ຖະໜົນ ງອັກຮ່າ ເຊິ່ງເປັນໜຶ່ງໃນບັນດາຖະໜົນທີ່ງາມທີ່ສຸດຂອງນະຄອນຫຼວງ, ຫໍພິພິທະພັນ ໂຮ່ຈີມິນ ໄດ້ອອກແບບ ແລະ ກໍ່ສ້າງຢ່າງກົມກຽວກັບສຸສານປະທານໂຮ່ຈີມິນ ແລະ ເຂດປູຊະນີຍະສະຖານ ປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ສ້າງເປັນສູນສະຖາປັດຕະຍາກຳ ແລະ ວັດທະນະທຳລວມທີ່ມີຄຸນຄ່າຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ.
ຫໍພິພິທະພັນ ໂຮ່ຈີມິນ - ບ່ອນເກັບຮັກສາເອກະສານ, ວັດຖຸພັນທີ່ມີຄ່າກ່ຽວກັບປະທານໂຮ່ຈີມິນ 

ຫໍພິພິທະພັນແມ່ນຕຶກອາຄານ 3 ຊັ້ນ ແລະ ໄດ້ອອກແບບຕາມຮູບຊົງຂອງດອກບົວຂາວ ເຊິ່ງເປັນສັນຍາລັກຂອງບ້ານແຊນ, ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ. ເມື່ອກ້າວເຂົ້າທາງໃນຂອງຫໍພິພິທະພັນ, ແຂກທ່ອງທ່ຽວຈະເຫັນຮູບປະທານໂຮ່ຈີມິນທີ່ແສນເຄົາລົບຮັກ ໄດ້ຫຼອມດ້ວຍທອງ, ມີຄວາມສູງ 3,6 ແມັດ ແລະ ມີນ້ຳໜັກເຖິງ 3 ໂຕນ ຕັ້ງຢູ່ໃຈກາງຫໍພິພິທະພັນ ມີພາບພື້ນຫຼັງເປັນຮູບຕົ້ນໂພ ແລະ ຮູບຕາເວັນ ເຊິ່ງເປັນສັນຍະລັກແກ່ແສງສະຫວ່າງ ແລະ ຄວາມຍືນຍົງຄົງຕົວຂອງຊາດ.

ໂດຍໄດ້ຮັບຖືວ່າແມ່ນບ່ອນແຫ່ງສະທ້ອນໃຫ້ເຫັນຂອງປະທານໂຮ່ຈີມິນຄືນໃໝ່ນັ້ນ, ຫໍພິພິທະພັນມີເອກະສານທີ່ລ້ຳຄ່າຫຼາຍຢ່າງ ເຊິ່ງບໍ່ແມ່ນຢູ່ບ່ອນໃດຢູ່ ຫວຽດນາມ ກໍມີ, ນັບແຕ່ເຄື່ອງໃຊ້ສອຍປະຈຳວັນ ຕະຫຼອດຮອດບ່ອນເຮັດວຽກ, ທັງໝົດເຫຼົ່ານັ້ນລ້ວນແຕ່ໄດ້ວາງສະແດງຢ່າງລະອຽດ ແລະ ລຽບງ່າຍ, ຜ່ານນັ້ນ ກໍຊ່ວຍໃຫ້ແຂກທ່ອງທ່ຽວຄຳນຶງໄດ້ເຖິງວິຖີດຳລົງຊີວິດແບບລຽບງ່າຍຂອງປະທານ ໂຮ່ຈີມິນ. ທ່ານນາງ ຫງວຽນທິຮັ່ງ, ຫົວໜ້າຫ້ອງສຶກສາ ຫໍພິພິທະພັນ ໂຮ່ຈີມິນ ໃຫ້ຮູ້ວ່າ:

ການວາງສະແດງຫໍພິພິທະພັນ ໂຮ່ຈີມິນ ກໍມີຈຸດທີ່ເປັນເອກະລັກສະເພາະຢູ່ແລ້ວ. 8 ພາກວາງສະແດງ ລ້ວນແຕ່ໄດ້ຕິດພັນກັບການດຳລົງຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ ນັບແຕ່ຊຸມວັນທຳອິດທີ່ເພິ່ນເຄື່ອນໄຫວການປະຕິວັດຕະຫຼອດຮອດວັນເພິ່ນລ່ວງລັບໄປ ແລະ ປັດຈຸບັນນີ້ ປະຊາຊົນ ຫວຽດນາມ ສືບຕໍ່ປະຕິບັດພິໄນກຳຂອງເພິ່ນໃນຕະຫຼອດຂະບວນວິວັດນັ້ນພວກເຮົາຈະພົບເຫັນຫຼາຍເອກະສານວັດຖຸພັນທີ່ຕິດພັນກັບຊີວິດຂອງເພິ່ນຄືໂສ້ງເສື້ອເຄື່ອງໃຊ້ສອຍໃນຊີວິດປະຈຳວັນ ຜ່ານນັ້ນ ພວກເຮົາຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະທານ ໂຮ່ຈີມິນ ຜູ້ທີ່ໄດ້ອຸທິດທັງຊີວິດຂອງຕົນເພື່ອປະຊາຊົນເພື່ອປະເທດຊາດ.”

ແຂກທ່ອງທ່ຽວສາມາດຮັບຊົມເອກະສານ, ວັດຖຸພັນທີ່ກ່ຽວຂ້ອງເຖິງຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ນັບແຕ່ໄວເດັກ, ໄລຍະອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ໄລຍະເຊື່ອມຊຶມລັດທິມາກເລນິນ…

ຫໍພິພິທະພັນ ໂຮ່ຈີມິນ ໄດ້ວາງສະແດງຕາມ 3 ເນື້ອໃນຕົ້ນຕໍຄື: ພາກທຳອິດແມ່ນແນະນຳກ່ຽວກັບຊີວິດ, ພາລະກິດປະຕິວັດຂອງປະທານໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ໃນການປະຕິບັດຄຳພິໄນກຳຂອງເພິ່ນ. ນີ້ແມ່ນເນື້ອໃນຕົ້ນຕໍ ແລະ ກໍແມ່ນລາຍການທ່ຽວຊົມຕົ້ນຕໍຂອງຫໍພິພິທະພັນ. ແຂກທ່ອງທ່ຽວສາມາດຮັບຊົມເອກະສານ, ວັດຖຸພັນທີ່ກ່ຽວຂ້ອງເຖິງຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ນັບແຕ່ໄວເດັກ, ໄລຍະອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ໄລຍະເຊື່ອມຊຶມລັດທິມາກເລນິນ… ທັງໝົດເຫຼົ່ານັ້ນໄດ້ວາງສະແດງຢ່າງມີຊີວິດຊີວາຜ່ານການຈຳລອງຂອງຫໍພິພິທະພັນ ເປັນຕົ້ນແມ່ນ: ການຈຳລອງເຮືອນແບບດອກບົວ; ການຈຳລອງກອງປະຊຸມສ້າງຕັ້ງພັກກອມມູນິດ ຫວຽດນາມ; ການຈຳລອງເຂດປູຊະນີຍະສະຖານ ປັກບໍ - ເຕິນຈ່າວ ເຊິ່ງເປັນບ່ອນທີ່ປະທານ ໂຮ່ຈີມິນ ສ້າງຕັ້ງແນວໂຮມ ຫວຽດມິງ….

ຖັດຈາກນັ້ນແມ່ນພາກວາງສະແດງກ່ຽວກັບປະເທດ ຫວຽດນາມ, ການຕໍ່ສູ້ ແລະ ໄຊຊະນະຂອງປະຊາຊົນ ຫວຽດນາມ ໃນສະໄໝປະທານ ໂຮ່ຈີມິນ. ໃນພາກນີ້, ພວກເຮົາຈະໄດ້ຮັບຊົມຮູບຈຳລອງຂີດໝາຍປະຫວັດສາດຕ່າງໆທີ່ສຳຄັນຄື: ການລຸກຮື້ຂຶ້ນຄັ້ງໃຫຍ່ເດືອນສິງຫາ ແລະ ປະທານ ໂຮ່ຈີມິນ ປະກາດເອກະລາດວັນທີ 2 ກັນຍາ ປີ 1945, ນອກຈາກນັ້ນຍັງມີເອກະສານ, ວັດຖຸພັນທີ່ມີຄຸນຄ່າຄື: ລັດຖະທຳມະນູນສະບັບທຳອິດ ແຫ່ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປີ 1946; ຄຳພິໄນກຳຂອງ ປະທານໂຮ່ຈີມິນ ທີ່ໄດ້ພິມອອກຢູ່ ໄຊງ່ອນ ເມື່ອປີ 1970…

ພາກສຸດທ້າຍ ແມ່ນການວາງສະແດງເອກະສານກ່ຽວກັບເຫດການປະຫວັດສາດໂລກທີ່ສົ່ງຜົນກະທົບຕໍ່ການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ແລະ ການປະຕິວັດ ຫວຽດນາມ….ທ່ານປະລິນຍາເອກ ຫວູແມ້ງຮ່າ, ຜູ້ອຳນວຍການຫໍພິພິທະພັນ ໂຮ່ຈີມິນ ໃຫ້ຮູ້ວ່າ: ຫໍພິພິທະພັນ ໂຮ່ຈີມິນ ແມ່ນ ຫໍພິພິທະພັນທີ່ໄດ້ສະສົມເອກະສານ, ວັດຖຸພັນກ່ຽວກັບປະທານໂຮ່ຈີມິນ ຄົບຖ້ວນທີ່ສຸດໃນທົ່ວປະເທດ. ທ່ານກວ່າວ່າ

ຫໍພິພິທະພັນ ໂຮ່ຈີມິນ ມີໜ້າທີ່ອະນຸລັກຮັກສາວາງສະແດງເອກະສານວັດຖຸພັນກ່ຽວກັບແນວຄິດຊີວິດພາລະກິດຄຸນສົມບັດປະຕິວັດຂອງປະທານ ໂຮ່ຈີມິນຄົ້ນຄວ້າສຶກສາ ຜ່ານເອກະສານວັດຖຸພັນ ແລະ ປູຊະນີຍະສະຖານທີ່ກ່ຽວຂ້ອງເຖິງປະທານ ໂຮ່ຈີມິນໃນຂອບເຂດທົ່ວປະເທດພິເສດຢູ່ ຫວຽດນາມ ມີລະບົບສາຂາຫໍພິພິທະພັນ ໂຮ່ຈີມິນ ໃນທົ່ວປະເທດ ນັບແຕ່ພາກເໜືອພາກກາງ ແລະ ພາກໃຕ້ ແລະ ຜ່ານຫໍພິພິທະພັນແຫ່ງຕ່າງໆນັ້ນ ເພື່ອຈັດຕັ້ງການເຄື່ອນໄຫວສຶກສາໂຄສະນາກ່ຽວກັບແບບແຜແນວຄິດຄຸນສົມບັດຂອງປະທານ ໂຮ່ຈີມິນ.”

ຫໍພິພິທະພັນຍັງໄດ້ຮັບຖືວ່າ ແມ່ນ “ສະຖານທີ່ແດງ” ສະໜອງຂໍ້ມູນໃຫ້ນັກຮຽນ, ນັກສຶກສາຊອກຮູ້, ຄົ້ນຄວ້າກ່ຽວກັບປະທານ ໂຮ່ຈີມິນ

ບໍ່ພຽງແຕ່ເປັນສະຖານທີ່ທ່ອງທ່ຽວເທົ່ານັ້ນ, ຫໍພິພິທະພັນຍັງໄດ້ຮັບຖືວ່າ ແມ່ນ “ສະຖານທີ່ແດງ” ສະໜອງຂໍ້ມູນໃຫ້ນັກຮຽນ, ນັກສຶກສາທີ່ມີຄວາມຕ້ອງການຢາກຊອກຮູ້, ຄົ້ນຄວ້າກ່ຽວກັບປະທານ ໂຮ່ຈີມິນ, ເປັນບ່ອນໂຄສະນາເຜີຍແຜ່ ແລະ ສຶກສາກ່ຽວກັບແບບຢ່າງ, ແນວຄິດ, ຄຸນສົມບັດຂອງປະທານໂຮ່ຈີມິນ ໃຫ້ຄົນລຸ້ນຫຼັງອີກດ້ວຍ. ເອື້ອຍຄູ ຢຸງ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ເລເລີ້ຍ, ເທດສະບານ ເຊີນເຕີຍ, ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ແຕ່ລະປີທາງໂຮງຮຽນພວກຂ້າພະເຈົ້າ ລ້ວນແຕ່ຈັດຕັ້ງໃຫ້ນ້ອງໆນັກຮຽນໄປທັດສະນະສຶກສາຕົວຈິງຢູ່ ຫໍພິພິທະພັນ ໂຮ່ຈີມິນ ດ້ວຍຈຸດປະສົງ ສ້າງໂອກາດໃຫ້ພວກນ້ອງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຊີວິດແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນກໍຄືຄວາມຫຍຸ້ງຍາກລຳບາກການອຸທິດສ່ວນອັນສູງສົ່ງ ຂອງປະຊາຊົນເຮົາ ເພື່ອບັນລຸໄດ້ເອກະລາດເສລີພາບຄືໃນວັນນີ້”.

 ຜ່ານການສ້າງສາ ແລະ ພັດທະນາເປັນເວລາ 20 ກວ່າປີ (19 ພຶດສະພາ 1990) ມາຮອດປັດຈຸບັນ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຫໍພິພິທະພັນ ນັບມື້ນັບຫຼາຍ. ພິເສດໃນໂອກາດວັນບຸນ, ວັນພັກການ, ບາງມື້ມີແຂກມາທ່ຽວຊົມເຖິງ 20.000 ເທື່ອຄົນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫໍພິພິທະພັນ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍາກຳໃຫຍ່ລະດັບຊາດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ສະສົມມູນເຊື້ອວັດທະນະທຳນັບພັນປີຂອງປະຊາຊົນ ຫວຽດນາມ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງທັງຊາດ ຫວຽດນາມ ທີ່ມີຕໍ່ປະທານໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top