• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ຫ້ອງຮຽນເທິງເຮືອ

ມີເຮືອນນ້ອຍໆ ຫຼັງໜຶ່ງຊື່ວ່າ School on the Boat ຕັ້ງຢູ່ໃນ ຮ່ອມບ້ານ ເຫງ້ຍຢຸງ, ນະຄອນ ຮ່າໂນ້ຍ ສ້າງແບບລຽບງ່າຍ ແຕ່ເຕັມໄປດ້ວຍຄວາມອົບອຸ່ນ. ນີ້ແມ່ນໂຮງຮຽນ ຂອງ ເດັກ ນ້ອຍທ່ີມີສະພາບການເປັນຢູ່ທຸກຍາກ 30 ຄົນ ພວມອາໄສຢູ່ ແຄມ ແມ່ນໍ້າແດງ ແລະ ບໍລິເວນເມືອງ ລອງບຽນ. ບັນດາ ຄອບຄົວທີ່ມີລູກນ້ອງພວມຮຽນຢູ່ໂຮງຮຽນຫຼັງນີ້ ຖືວ່າ School on the Boat ເປັນບ່ອນໃຫ້ລູກໆ ຂອງ ພວກເຂົາ ໄດ້ມີ ຊີວິດການເປັນຢູ່ທີ່ດີຂຶ້ນ ເພື່ອກ້າວໄປສູ່ອະນາຄົດທ່ີສົດໃສ.
ນາງ Lucie Ferro (ຄົນ ຝຣັ່ງ) - ຜູ້ປະສານງານສາກົນຂອງ School on the Boat ປະຈໍາ ຫວຽດນາມ ປີນີ້ ມີອາຍຸ 22 ປີ. ນາງມາ ຫວຽດນາມ ເພື່ອສໍາພັດກັບປະສົບການ ຊີວິດ ຂອງ ໄວໜຸ່ມ. ນາງ ໄດ້ນຳເອົາຄວາມກະຕືລືລົ້ນ ແລະ ຄວາມຮັກ ແພງ ເດັກນ້ອຍ ຫວຽດນາມ ເຂົ້າແຕ່ລະໂຄງການດ້ວຍຄວາມ ຫວັງ ທ່ີຈະເຮັດ ໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ໄດ້ດີກວ່າ ເກົ່າ. ດ້ວຍຮອຍຍິ້ມມິດຕະພາບ ແລະ ຄວາມຈິງໃຈຂອງຕົນ, ນາງ Lucie Ferro ພາພວກຂ້າພະເຈົ້າ ມາຢ້ຽມຢາມບັນດາ ຄອບຄົວ ທີ່ ພວມອາໄສໃນເຮືອນແພຊົ່ວຄາວ ຢູ່ກາງແມ່ນໍາ້ ແດງ (ນະຄອນ ຮ່າໂນ້ຍ). 

ເຮືອນແພຫຼາຍຫຼັງຢູ່ທີ່ນີ້ ຖືກສ້າງດ້ວຍວັດຖຸທຳມະດາຄື: ຜ້າ ເຕັ້ນ, ຄານໄມ້, ຟຸຍເຫຼັກ ຫຼື ຊາໂນ ລ້ວນແຕ່ເປັນວັດຖຸ ບໍ່ຮັບ ປະກັນຕໍ່ສຸຂະພາບ ແລະ ບໍ່ປອດໄພ. ເດັກນ້ອຍຢູ່ທີ່ນີ້ ເປັນຜູ້ດ້ອຍໂອກາດ, ພໍ່ແມ່ບໍ່ມີຄວາມສາມາດໃຫ້ເຂົາເຈົ້າໄດ້ເຂົ້າ ຮຽນ. ນາງ ຈາງ, ແມ່ຍິງຄົນໜຶ່ງມີສະພາບການເປັນຢູ່ສຸດທີ່ ຫຍຸ້ງຍາກ, ຜົວເປັນລ່ອຍ, ລູກ 2 ຄົນຍັງນ້ອຍ, ນາງ ໄປຮັບ ຈ້າງເຮັດອະນາໄມເຮືອນລາຍວັນ ດ້ວຍລາຍຮັບແຕ່ 50.000-100.000 ດົ່ງຕໍ່ມື້. ນ້ອງ ບຸ່ຍຕຸ່ງລິນ (ອາຍຸ 2 ປີ) ໄດ້ ເຂົ້າຮຽນ ຢູ່ໂຮງຮຽນປະຖົມ ເຫງ້ຍຢຸງ ດ້ວຍການຊ່ວຍເຫຼືອ ຂອງ School on the Boat. ນາງ ຈາງ ໃຫ້ຮູ້ວ່າ: “ນີ້ແມ່ນ ຂອງ ຂວັນແຫ່ງຄວາມສຸກ, ລູກໄດ້ເຂົ້າໂຮງຮຽນ ຄືໝູ່ເພື່ອນ ລຸ້ນດຽວກັນແລ້ວ, ຂ້າພະເຈົ້າຮູ້ສຶກ ດີໃຈຫຼາຍຈົນບໍ່ສາມາດ ພັນລະນາ ໄດ້”.


ນາງ Lucie Ferro (ຄົນ ຝຣັ່ງ) ຜູ້ປະສານງານສາກົນຂອງ School on the boat ໂອ້ລົມກັນກັບບັນດານ້ອງນ້ອຍ ທີ່ອາໄສຢູ່ ແຄມແມ່ນຳ້ແດງ ກ່ຽວກັບວິທີຮຽນ ແລະ ແບບແຜນວິຖີຊີວິດ. 


School on the boat ຍັງຈັດຕັ້ງບັນດາການເຄື່ອນໄຫວຕ່າງໆ ຄື: ແຕ້ມພາບ, ປັ້ນຮູບ, ປັ້ນ ຕໍ່ແຮ ແລະ ອື່ນໆ ເພື່ອໃຫ້ນັກຮຽນ
ຢູ່ທີ່ນີ້ ໄດ້ຊອກຮູ້ວັດທະນະທຳ ມູນເຊື້ອ ຫວຽດນາມ. 


ປັດຈຸບັນ, School on  the boat ມີອາສາສະໝັກ ຈາກຕ່າງປະເທດ 10 ຄົນ ແລະ ອາສາສະໝັກ ຫວຽດນາມ ຫຼາຍຄົນ ພ້ອມໃຫ້ການຊ່ວຍເຫຼືອ. 


ນາງ Lucie Ferro (ຄົນ ຝຣັ່ງ) ຜູ້ປະສານງານສາກົນຂອງ School on the boat ແລະ ບັນດານ້ອງນ້ອຍພາກັນໄປໂຮງຮຽນ.


ເດັກນ້ອຍ 69 ຄົນ ໄດ້ຮັບການຊ່ວຍຍເຫຼືອຈາກ School on the boat.


ໃນເຮືອນລວມ, ເດັກນ້ອຍບໍ່ພຽງແຕ່ໄດ້ຮຽນໜັງສື ເທົ່ານັ້ນ, ເຂົາເຈົ້າຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕ່າງໆ ເພື່ອ ສ້າງຄວາມສະໜິດຕິດພັນອີກດ້ວຍ.


ແຕ່ລະມື, School on boat ຍັງຈັດຕັ້ງບັນດາຫ້ອງຮຽນ ສອນພາສາ ອັງກິດ, ເລກ, ວັນນະຄະດີ ໃຫ້ແກ່ເດັກນ້ອຍ.


ການເຄື່ອນໄຫວຕ່າງໆ ຊ່ວຍເຮັດໃຫ້ບັນດານ້ອງນ້ອຍທີ່ອາໄສຢູ່ແຄມແມ່ນຳ້ ແດງ ມີບັນຍາກາດທີ່ມ່ວນຊື່ນ.


ບັນດາອາສາສະໝັກ ຝຣັ່ງ ແລະ ຫວຽດນາມ ກາຍເປັນເພື່ອນສະໜິດສະໜົມ
ຂອງບັນດາຄອບຄົວທີ່ມີສະພາບການເປັນຢູ່ທຸກຍາກ ພວມອາໄສຢູ່ແຄມແມ່ນຳ້ ແດງ.



ບັນດາອາສາສະໝັກ ຂອງ School on the boat ສອນເດັກນ້ອຍຮຽນແຕ່ວັນຈັນຫາວັນສຸກ ທຸກໆ ອາທິດ.


ເດັກນ້ອຍ ແລະ ຜູ້ອາສາສະໝັກຂອງ School on the boat ໄດ້ເຂົ້າຮ່ວມໃນງານບຸນໜຶ່ງ ໂດຍສູນຈັດຂຶ້ນ.

ຄອບຄົວນ້ອງ ຖິ້ງ ມີສະພາບການເປັນຢູ່ທີ່ໜ້າສົງສານ, ແມ່ຕູ້ແກ່ຊາລາປ່ວຍໂຊ, ແມ່ເຈັບປ່ວຍ, ນ້ອງ ຖິ້ງ ຕິດພະຍາດ ກ່ຽວ ກັບຕາ. ທັງຄອບຄົວ ມີທ່ີຢູ່ອາໄສແບບຊົ່ວຄາວ, ບໍ່ມີລາຍໄດ້, ເຖິງລະດູນໍ້າຖ້ວມ, ຄອບຄົວຕ້ອງຍ້າຍ ໄປຢູ່ບ່ອນອື່ນ. ແມ່ ຂອງນ້ອງ ຖິ້ງ ບໍ່ສາມາດຈ່າຍຄ່າຮຽນ ເພື່ອໃຫ້ນ້ອງ ຖິ້ງ ໄດ້ ເຂົ້າໂຮງຮຽນ. ເມື່ອບັນດາອາສາສະໝັກ ມາຫາຄອບຄົວ ຕັ້ງ ບັນຫາ ໃນການຊ່ວຍເຫຼືອ ນ້ອງ ຖິ້ງ ໃຫ້ໄດ້ເຂົ້າຮຽນ, ແມ່ຂອງ ນ້ອງ ຖິ້ງ ທັງເຊັດນໍ້າຕາ, ທັງດີໃຈ ພ້ອມກ່າວວ່າ: “School on the Boat ໃຫ້ລູກມີໂອກາດ ໄດ້ເຂົ້າຮຽນແລ້ວ”. 

School on the Boat ເປັນອົງການບໍ່ຂຶ້ນກັບລັດຖະບານຂອງ ຝຣັ່ງ ໄດ້ຮັບການສ້າງຕັ້ງເມ່ືອປີ 2011. ເປົ້າໝາຍຕົ້ນຕໍ່ ຂອງ School on the Boat ແມ່ນ ນຳການສຶກສາມາຍັງເດັກນ້ອຍທີ່ອາໄສຕາມຝັ່ງ ແມ່ນຳ້ ແດງ ແລະ ບໍລິເວນເມືອງ ລອງບຽນ.
ຫ້ອງຮຽນແຫ່ງນີ້ ບໍ່ພຽງແຕ່ຮຽນຮູ້ ວັດທະນະທຳ ເທົ່ານັ້ນ, ແຕ່ ຍັງເຮັດໃຫ້ບັນດານ້ອງນ້ອຍ ໄດ້ຮຽນແບບແຜນ ດໍາລົງວິຊີວິດ ເພື່ອຄົ້ນຫາຄວາມງາມຂອງຊີວິດ ທ່ີຢູ່ອ້ອມຕົວ ເຂົາເຈົ້າ. School on the Boat ຍັງຊ່ວຍເຫຼືອບັນດານ້ອງນ້ອຍ ດ້ວຍ ການເຄື່ອນໄຫວວັດທະນະທຳ ສັງຄົມ, ສິລະປະຄື: ປັ້ນ ຕໍ່ແຮ, ທາສີໃຫ້ຮູບປັ້ນ, ແຕ້ມຮູບ, ອ່ານເລື່ອງ ແລະ ອື່ນໆ ເພື່ອໃຫ້ ເຂົາເຈົ້າສາມາດ ເຊື່ອມໂຍງເຂົ້າກັບສັງຄົມ, ໄດ້ຢູ່ໃນໂລກ ຂອງ ເດັກນ້ອຍ. 

ປັດຈຸບັນ, ຢູ່ເຮືອນກາງແມ່ນໍ້າແດງ ມີເດັກນ້ອຍ 6 ຄົນ, ໄດ້ຮັບ ການຊ່ວຍເຫຼືອຈາກ School on the Boat ໃຫ້ໄດ້ເຂົ້າ ໂຮງ ຮຽນ. ສ່ວນທ່ີເຫຼືອແມ່ນຢູ່ເຂດ ຝຸກສາ, ຝຸກເຕິນ ແລະ ລອງ ບຽນ ມີເດັກນ້ອຍກວ່າ 24 ຄົນ. Tony Jaa Nguyen, ຄູສອນ ອາສາສະໝັກໃຫ້ຮູ້ວ່າ: “School on the Boat ເປັນສະຖານ ທີ່ສຸດຍອດທ່ີຈະໄດ້ຮັບ, ຂ້າພະເຈົ້າ ຮູ້ສຶກໄດ້ເຖິງຄວາມອົບ ອຸ່ນຂອງຊີວິດ ທີ່ເກີດຂຶ້ນເພື່ອຄົນທຸກຍາກ. ນີ້ແມ່ນ ສະພາບແວດລ້ອມມະນຸດສະທໍາ ສໍາລັບພວກເຮົາ ທ່ີຈະເປີດໃຈ”.
 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top