• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຫ້ອງມວຍເມດຕາຈິດຢູ່ປະຕູວັດ

5 ປີຜ່ານມາ, ຄ້າຍມວຍໃນວັດ ບັ່ງອາ (ບ້ານ ເຟືອງລຽດ, ເມືອງ ຮວ່າງມາຍ, ຮ່າໂນ້ຍ) ກາຍເປັນບ່ອນຝຶກແອບສຸຂະພາບ, ສະຕິປັນຍາ, ຄວາມອົງອາດກ້າຫານໃຫ້ແກ່ ສິດມວຍຫຼາຍ ລຸ້ນຄົນທີ່ມີຄວາມຮັກມັກກັບວິຊາມວຍ ຖຽວເລີມ. ຫ້ອງຮຽນມວຍດັ່ງກ່າວ ເຄື່ອນໄຫວໃນທຸກໆ ຕອນຄຳ່ຂອງວັດຄານ ແລະ ວັນພະຫັດຂອງແຕ່ລະອາທິດ.

ຄູຝຶກ ເຈີ່ນນາມຈຸງ ໃຫ້ຮູ້ວ່າ ຄ້າຍມວຍແຫ່ງນີ້ ໄດ້ຕັ້ງຊື່ວ່າ ນາມທຽນເຝີດມົນກວ່ຽນ (ວິຊາມວຍຂອງພະພຸດທະເຈົ້າຢູ່ ຫວຽດນາມ) ເພື່ອສະແດງຈິດໃຈມັກມວຍລາຍຂອງຊາວ ຫວຽດນາມ. ບັນດາບົດຮຽນຂອງຄ້າຍມວຍລ້ວນແຕ່ໄດ້ອອກແບບຕາມມວຍພື້ນເມືອງ, ແລ້ວປະສານສົມທົບກັບມວຍ ຖຽວເລີມ ເພື່ອເໝາະກັບຮູບຮ່າງ ແລະ ຮ່າງກາຍຂອງຊາວ ຫວຽດນາມ. 

ໄດ້ຮັບການສ້າງຕັ້ງມາເປັນເວລາກວ່າ 5 ປີ, ມາເຖິງປະຈຸບັນ,
ຄ້າຍມວຍ ນາມທຽນເຝີດມົນກວ່ຽນ ດຶງດູດການເຂົ້າຮ່ວມ
ຂອງສິດມວຍຫຼາຍຮ້ອຍຄົນ.



ບັນດາສິດມວຍຈະໄດ້ແບ່ງເປັນແຕ່ລະຊັ້ນທີ່ມີລະດັບ
ແຕກຕ່າງກັນເພື່ອເຝິກແອບໃນບໍລິເວັນຂອງວັດ ບັ່ງອາ.

 

ນອກຈາກການສອນມວຍ, ຄ້າຍມວຍ ນາມທຽນເຝີດມົນກວ່ຽນ
ຍັງສອນໃຫ້ບັນດາສິດມວຍຮູ້ເຖິງຄຳສັ່ງສອນຂອງສະສາໜາພຸດ.



ທີ່ຄ້າຍມວຍ, ບັນດານັກມວຍຈະໄດ້ຮຽນແບບເປັນຄົນດີ, ລູກຝັງຄວາມ, ນັກຮຽນເກັ່ງ…


ຄູຝຶກ ເຈີ່ນນາງຈຸງ ໃຫ້ຮູ້ວ່າ ມີຈຳນວນໄວໜູ່ມມາຈົດທະບຽນ
ຮຽນມວຍເພີ່ມສູງຂຶ້ນໃນໄລຍະພັກແລງ. 



ຄູຝຶກ ເຈີ່ນນາງຈຸງ ກຳລັງແນະນຳທ່າມວຍໜຶ່ງໃຫ້ແກ່ ສິດມວຍນ້ອຍ.


ສິດມວຍຫຼາຍຄົນມີການປ່ຽນແປງທາງດ້ານຮ່າງກາຍ ແລະ ນິດໄສຫຼັງຈາກເຂົ້າຮ່ວມໃນຄ້າຍມວຍ.


ຄູຝຶກ ເຈີ່ນນາງຈຸງ ກຳລັງແນະນຳທ່າຕ້ານໜຶ່ງໃຫ້ແກ່ສິດມວຍຂອງຕົນ.


ເວລາຜ່ອນຄາຍອາລົມຂອງບັນດາສິດມວຍຢູ່ຄ້າຍມວຍໃນວັດ ບັ່ງອາ.


ພໍ່ແມ່ນັກຮຽນຫຼາຍຄົນເມື່ອຝາກລູກນ້ອງຂອງຕົນມາຍັງ
ຄ້າຍມວຍ ບໍ່ພຽງແຕ່ໃຫ້ລູກນ້ອງໄດ້ຝຶກແອບຮ່າງກາຍເທົ່ານັ້ນ,
ຫາກຍັງຢາກຮຽນເອົາຄຳສັ່ງສອນຂອງພຸດທະສາສະໜາອີກດ້ວຍ.



ບັນດາສິດມວຍໃຫ້ຄວາມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນການຝຶກແອບມວຍ.


ສິດມວຍເກົ່າຄົນໜຶ່ງກຳລັງມັດສາຍຫັດແອວໃຫ້ສິດມວຍຄົນໃໝ່.


ບັນດາສິດມວຍພ້ອມກັນຝຶກມວຍຢູ່ຂ້າງບັນດາຮູບປັ້ນພະອໍລະຫັນ.


ພາຍຫຼັງບັນດາສົກຮຽນ, ຄ້າຍມວຍຈະຈັດຕັ້ງການກວດກາ
ເພື່ອແບ່ງຫ້ອງໃຫ້ເໝາະສົມກັບສິດມວຍແຕ່ລະຄົນ.




ບັນດາສິດມວຍເກົ່າກຳລັງແນະນຳທ່າເຕະໜຶ່ງໃຫ້ແກ່ສິດມວຍຄົນໃໝ່.



ງານພົບປະແລກລະຫວ່າງຄ້າຍມວຍ ນາມທຽນເຝີດມົນກວ່ຽນ
ກັບຄ້າຍມວຍ ວັນຫວໍດ້າວ.



ຄູຝຶກ ແລະ ສິດມວຍຂອງຄ້າຍມວຍ ນາມທຽນເຝີດມົນກວ່ຽວ
ແລະ ຄ້າຍມວຍ ວັນຫວໍດ້າຍ ຖ່ານຮູບຮ່ວມກັນທີ່ວັດ ບັ່ງອາ. 

 

ຄູຝຶກ ເຈີ່ນນາມຈຸງ ກໍ່ເນັ້ນໜັກວ່າ ບັນດາສິດມວຍມາຮຽນຢູ່ທີ່ນີ້ບໍ່ພຽງແຕ່ໄດ້ເຝິກແອບມວຍເພື່ອປ້ອງກັນຕົວ, ຫັດແບບ ກຳລັງກາຍເທົ່ານັ້ນ, ຫາກຍັງເພື່ອຮຽນຖານະເປັນມະນຸດ, ຫັດແອບສະຕິປັນຍາ, ຄວາມອົງອາດກ້າຫານຕາມຈິດໃຈຂອງສະສາໜາພຸດອີກດ້ວຍ.
 
ນອກຈາກການສອນມວຍ, ຄ້າຍມວຍ ນາມທຽນເຝີດມົນກວ່ຽນຍັງສອນໃຫ້ບັນດາສິດມວຍຮູ້ເຖິງຄຳສັ່ງສອນຂອງສະສາໜາພຸດເພື່ອຫັນສິດມວຍກ້າວໄປສູ່ວຽກທີ່ດີ, ມີຜົນປະໂຫຍດໃຫ້ແກ່ສັງຄົມ. ນີ້ແມ່ນຈຸດປະສົງ, ແມ່ນແນວທາງພັດທະນາຂອງ ນິກາຍມວຍຢ່າງຍາວນານ ແລະ ໝັ້ນຄົງຕະຫຼອດການ. ເພາະສະນັ້ນ, ພໍ່ແມ່ນັກຮຽນຫຼາຍຄົນຈຶ່ງມີຄວາມໄວ້ເນື້ອເຊື່ອໃຈ, ໃຫ້ລູກນ້ອງຂອງຕົນມາຮຽນຢູ່ທີ່ນີ້.

ພາຍໃຕ້ການຊີ້ນຳຂອງຄູຝຶກ ເຈີ່ນນາມຈຸງ, ບັນດານັກມວຍຈະໄດ້ພັດທະນາທັງດ້ານກຳລັງກາຍ, ຈິດໃຈ ແລະ ຖານະເປັນ ມະນຸດ. ດ້ວຍການທັງຮຽນມວຍ, ທັງໄດ້ຮັບການສັ່ງສອນ
ກ່ຽວກັບຄຳສັ່ງສອນຂອງສະສາໜາພຸດ, ສະນັ້ນ ແຕ່ສິດມວຍຜູ້ມີອາຍຸໜ້ອຍກວ່າໝູ່ (5ປີ) ເຖິງສິດມວຍທີ່ມີອາຍຸສູງກວ່າໝູ່ (15ປີ) ລ້ວນແຕ່ຄືກາຍເປັນຄົນອື່ນ, ຮຽບຮ້ອຍຜ່າເຜີຍ, ມີຄວາມຮັບຜິດຊອບ ແລະ ຢູ່ມີກົດລະບຽບກວ່າ.




ບໍ່ພຽງແຕ່ມີຄ້າຍມວຍຢູ່ວັດ ບັ່ງອາ ເທົ່ານັ້ນ, ປະຈຸບັນ, ນາມທຽນເຝີດມົນກວ່ຽນ ຍັງໃຫ້ສອນວິຊາມວຍ ທຽວເລີມ ທີ່ວັດຫຼາຍແຫ່ງ ຢູ່ນະຄອນຫຼວງ ຮ່າໂນ້ຍ ຄື: ຄ້າຍມວຍໃນວັດ ຕືກີ່, ວັດຢາບບາດ, ວັດຮວ່າງຽມ, ວັດກິມລອງ… ດຶງດູດການເຂົ້າຮ່ວມຂອງໄວໜຸ່ມເກືອບ 600 ຄົນ.


ໂດຍ: ທຸກຮ່ຽນ - ພາບ: ແຄງລອງ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top