• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຫ້ອງມວຍເມດຕາຈິດໃຕ້ຫຼັງຄາວັດ

ຫ້ອງມວຍ ຈຸກເລີມຖ໋າຍຮື ທີ່ວັດລອງທ່ຽນ (ນະຄອນບຽນຮ່ວາ, ແຂວງດົ່ງນາຍ) ໂດຍເຈົ້າອະທິການ ວັດ ຖິກເຮ້ວຄາຍ ເປັນຜູ້ກ່ໍຕັ້ງແລະມອບໃຫ້ພະອາຈານ ຖິກທ້ຽນຫາວ ເປັນຄູສອນ ແລະ ເຝິກແອບໂດຍກົງ. ຄ້າຍມວຍດັ່ງກ່າວນີ້ ບ່ໍພຽງແຕ່ຊ່ວຍໃຫ້ບັນດາພະພິກຂຸ, ສາມະເນນໃນວັດຝຶກຝົນຮ່າຍກາຍ ແລະ ຈິດໃຈທໍລະຫົດອົດທົນຍັງໄດ້ດຶງດູດຜູ້ຄົນທັງຫລາຍໃນທ້ອງຖິ່ນເຂົ້າຮ່ວມຮໍ່າຮຽນຝຶກແອບອີກດ້ວຍ.
ໃນທຸກໆຕອນແລງວັນຈັນ, ວັນພະຫັດແລະ ວັນເສົາ ຂອງແຕ່ລະອາທິດ, ບັນຍາກາດອັນງຽບຂຶມຂອງວັດ ລອງທ່ຽນໄດ້ຟົດຟື້ນເນືອງນັນຂຶ້ນເນື່ອງຈາກມີການເຝິກ ແອບມວຍຂອງບັນດາສິດມວຍນິກາຍມວຍ ຈຸກເລີມຖ໋າຍຮື.

ຕາມຄູຝຶກໂດ້ງວຽນຕຸ່ງ (ອາຍຍຸ 60ປີ), ຜູ້ເປັນຫົວໜ້າວິ ຊາຮຸ່ນທີ 9 ຂອງນິກາຍຈຸກເລີມຖ໋າຍຮືໃຫ້ຊາບວ່າ, ຄ້າຍ ມວຍນີ້ເຕັມໄປດ້ວຍອາຍອຸ່ນ ລົມຫາຍໃຈເມດຕາຈິດ ຂອງສາສະໜາພຸດໂດຍສະເພາະແມ່ນຂອງນິກາຍ ວິປັດສະນາຈຸກເລີມອຽນຕື້. ດ້ວຍເຫດນັ້ນ ບັນດາພະພິກຂຸ ສາມະເນນຈຶ່ງມີຄວາມນິຍົມຊົມຊອບ ແລະເລືອກ ເພື່ອເຝິກຝົນຮ່າງກາຍ, ບໍາລຸງຈິດໃຈທໍລະຫົດອົດທົນ ແລະນີ້ກໍແມ່ນເຄື່ອງມືອັນໜຶ່ງໃນການປະຕິບັດທຳ. ຕາມວັນເວລາ, ຄ້າຍມວຍນີ້ໄດ້ຮັບການຕົກທອດມາ ໃຫ້ໝູ່ມະຫາຊົນຕໍ່ໆມາ.

ພະອາຈານ ຖິກທ້ຽນຫາວ ຜູ້ສິດສອນໂດຍກົງຊຸດຮຽນນີ້ ເຜີຍໃຫ້ຮູ້ວ່າ, ເນື້ອໃນຂອງຊຸດຮຽນແບ່ງ ອອກເປັນ ສອງສ່ວນຄືສ່ວນໜຶ່ງສຳລັບຜູ້ອາຍຸສູງເຝິກຫັດດ້ວຍຈັງຫວະເບົາບາງສົມທົບກັບການຫັດກາຍະເພື່ອບໍາລຸງສຸຂະພາບ, ແລະ ອີກສ່ວນໜຶ່ງແມ່ນສຳລັບເຍົາວະຊົນ ເຊິ່ງເລີ່ມຕົ້ນຝຶກຕັ້ງແຕ່ຂະບວນທ່າອັນເປັນພື້ນຖານ ຂອງມວຍມືເປົ່າໃນການໃຊ້ຕີນ, ມື, ໄມ້, ແບບວິທີການ ຕ່າງໆ…


ການເຝິກມວຍຄ້າຍຈຸກເລີມຖ໋າຍຮືສຳລັບເຍົາວະຊົນທີ່ວັດ ລອງທ່ຽນ(ນະຄອນບຽນຮ່ວາ, ແຂວງດົ່ງນາຍ).


ຊຸດເຝິກມວຍສຳລັບຜູ້ອາຍຸສູງ.


ຂະບວນທ່າເຝິກກາຍຍະທີ່ມີລັກສະນະເບົາບາງຂອງວິຊາ  ມວຍຈຸກເລີມຖ໋າຍຮືຊ່ວຍໃຫ້
ຜູ້ອາຍຸສູງສາມາດຫັດແອບ ເພື່ອຮັກສາກຳລັງກາຍໂດຍດີ.



ຄູມວຍໂດ້ງວຽນຕຸ່ງ ຫົວໜ້າວິຊາ (ເສື້ອສີຄາມ)ໂອ້ລົມ ຕ່ໍສິດມວຍກ່ຽວກັບວິຊາມວຍແລະຫລັກສິນທຳທີ່ວັດ ລອງທ່ຽນ.


ລູກສິດປະຕິບັດພິທີການທາງສາສະໜາພຸດກ່ອນການເຝິກມວຍ.


ກ່ອນການເຝິກຕົວຈິງແຕ່ລະຕອນ, ສິດມວຍຈະໄດ້ນ່ັງ ສະມາທິແລະຮັບຟັງຫລັກທໍາຄໍາສອນກ່ຽວກັບສິນລະທໍາ.


ພະອາຈານຖິກທ້ຽນຫາວ ສາທິດກິລິຍະບົດຕ່າງໆ ໃຫ້ແກ່ພວກນ້ອງນ້ອຍເຝິກຕາມ.


ພະອາຈານຖິກທ້ຽນຫາວຊີ້ແນະ ກິລິຍະບົດແຕ່ລະແນວ ໃຫ້ສິດມວຍຢ່າງຄັກແນ່.


ພວກນ້ອງເຍົາວະຊົນຫັດແອບຂະບວນທ່າມືເປົ່າອັນເປັນທ່າພື້ນຖານຂອງວິຊາມວຍ.


ສາມະເນນນ້ອຍໃນທ່າບຸກ ອັນເປັນພື້ນຖານ ຂອງນິກາຍ ມວຍຈຸກເລີມຖ໋າຍຮື.


ຄະຕິທຳຂອງວິຊາມວຍນິກາຍຈຸກເລີມຖ໋າຍຮື ຍົກເອົາ ແນວຄິດເມດຕາປານີຂອງພະພຸດທະເຈົ້າເປັນຈຸດສໍາຄັນ. ສະນັ້ນ,
ຂະບວນທ່າຕ່າງໆມັກງ່ຽງໄປການຕ້ານ ແລະປ້ອງກັນຕົວແມ່ນຕົ້ນຕໍ.



ນອກຈາກສິດມວຍທີ່ເປັນນັກບວດແລ້ວ, ຍັງມີຜູ້ຄົນສາມັນຊົນຈາກບໍລິເວນອ້ອມແອ້ມມາເຂົ້າຮຽນເປັນຈຳນວນ ຫຼວງຫຼາຍ. 

ຈຸດພິເສດໃນຄ້າຍມວຍທີ່ວັດລອງທ່ຽນແມ່ນກ່ອນການຝຶກແອບຕົວຈິງແຕ່ລະຕອນ,ລູກສິດຈະຕ້ອງໄດ້ນັ່ງສະມາທິຮັບຟັງການບັນຍາຍຫລັກທໍາຄໍາສອນຂອງພະພຸດທະເຈົ້າກ່ຽວກັບສິນທຳ. ຄຸນສົມບັດກ່ຽວກັບຈິດໃຈມານະອົດທົນ, ສະຫງຽມຄ່ຽມຄົມຂອງສິດມວຍຜູ້ໜຶ່ງໂດຍອີງໃສ່ແນວຄິດເມດຕາ ກະລຸນາຂອງສາສະໜາພຸດຊຶ່ງ ເຈົ້າອະທິການວັດ ອະທິບາຍຖ່າຍທອດຢ່າງກະທັດລັດ, ຈະແຈ້ງເຮັດໃຫ້ພວກນ້ອງນ້ອຍເຍົາວະຊົນ ເຂົ້າໃຈ ແລະ ປະຕິບັດຕາມຢ່າງງ່າຍດາຍ.

ຫ້ອງມວຍທີ່ວັດລອງທ່ຽນຊຸດປັດຈຸບັນໄດ້ດຶງດູດສິດມວຍ ປະມານ 100 ຄົນເຂົ້າຮຽນ, ໃນນັ້ນມີສິດມວຍຫຼາຍຄົນ ອາຍຸ ຍັງນ້ອຍທີ່ຢູ່ບໍລິເວນອ້ອມແອ້ມມາເຝິກເປັນປະຈຳ ຢ່າງຫ້າວຫັນຂະຫຍັນພຽນ.

ເອື້ອຍເຕີມບີ (ຄູ້ມຖະໜົນເຕີນບຽນ, ນະຄອນບຽນຮ່ວາ) ຜູ້ປົກຄອງຂອງນ້ອງເຈືອງບ໋າວງອກ(ອາຍຸ 10 ປີ) ໃຫ້ຊາບວ່າ: “ຂ້າພະເຈົ້າໃຫ້ລູກມາຮຽນຢູ່ນີ້ເພາະເຫັນວ່າ, ບັນດາຄູອາຈານບ່ໍພຽງແຕ່ສິດສອນກ່ຽວກັບການເຝິກແອບກຳລັງກາຍ, ຫາກຍັງໄດ້ສິດສອນໃຫ້ລູກຫລານກ່ຽວກັບການດໍາລົງຊີວິດ, ສອນໃຫ້ເປັນຄົນຮູ້ຜູ້ດີ ຮູ້ຟັງຄວາມ, ຮູ້ຊ່ວຍເຫລືອພໍ່ແມ່ ແລະ ຮັກແພງຄອບຄົວຫລາຍຂຶ້ນອີກດ້ວຍ”.



ຕາມເລື່ອງເລົ່າສືບທອດກັນ, ຈຸກເລີມຖ໋າຍຮືແມ່ນວິຊາ ມວຍຂອງນິກາຍວິປັດສະນາຈຸກເລີມອຽນຕື້ເຊິ່ງແມ່ນນິ ກາຍພຸດທະສາສະໜາຫວຽດລ້ວນໆ ໂດຍແມ່ນຄົນຫວຽດ ກ່ໍຕັ້ງ. ແຕ່ກໍ່ຍັງມີບາງຄົນໃຫ້ທັດສະນະວ່າ, ວິຊາມວຍນີ້ເປັນຂອງສັງຄະເຖລະຈຸກເລີມຕາມໂຕ້, ໝາຍຄວາມວ່າແມ່ນສາມພະອົງຜູ້ທີ່ມີຄຸນງາມຄວາມດີໃນການສ້າງຕັ້ງ ແລະພັດທະນານິກາຍວິປັດສະນາຈຸກເລີມອຽນຕື້ນັ້ນກໍ່ຄື:  ເຍິນຕົງ, ຟາບລວາ ແລະ ຮວ່ຽນກວາງ. ດ້ວຍເຫດນັ້ນ, ສັງ ຄະເຖລະສາມອົງນີ້ກໍໄດ້

ບົດ: ເຊີນເງ້ຍ  -  ພາບ: ຫງວຽນລວນ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top