• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຫຼົງທາງໃນ Rubik Zoo

ເຖິງວ່າຕັ້ງຢູ່ໃນບໍລິເວນຂອງ ຖາວເກີ່ມວຽນ (ສວນສັດ),  ແຕ່ສູນຈັບຈ່າຍຊື້ສິນຄ້າ, ບັນເທີງ ຄົບວົງຈອນ Rubik Zoo ພັດແມ່ນການປະສົມປະສານ ຂອງບັນດາຮູບກ້ອນ ຕາມແບບອຸດສາຫະກຳ ກັບສີສັນຫຼາກຫຼາຍ ຊຶ່ງເຕັມໄປດ້ວຍ ຂີດໝາຍ ຂອງ ມະນຸດ. 
ດ້ວຍເນື້ອທີ່ 5000 ຕາຕະລາງແມັດ ກັບ ຫ້າງຮ້ານກວ່າ 300 ຮ້ານ, ສູນຈັບຈ່າຍຊື້ສິນຄ້າ-ບັນເທີງ-ອາຫານການກິນ Rubik Zoo ໄດ້ຮັບການອອກແບບ ແລະ ກໍ່ສ້າງຈາກ ບັນດາ ຕູ້ຄອນເທນເນີ ເກົ່າ ແລະ ລະບົບຕູບເຕັນ. ນີ້ແມ່ນ ແນວຄວາມຄິດ ຂອງ ທ່ານ ຮວ່າງຕ໋ວນແອງ, ຜູ້ອຳນວຍການ ຂອງ ບໍລິສັດ ຝູ໋ຮວ່າງຢາ, ຖັດຈາກໂຄງການຕະຫຼາດ ຕູ້ຄອນເທນເນີ ທຳອິດທີ່ມີຊື່ Ico Box ທີ່ເມືອງເຕິນຝູ໋ ປະສົບຜົນສຳເລັດ.

ເຫັນໄດ້ວ່າ ນະຄອນໂຮ່ຈີມິນ ມີບາງບ່ອນນຳໃຊ້ ຕູ້ຄອນເທນເນີ ເປັນຫ້ອງການ, ຮ້ານຂາຍກາເຟ ແຕ່ຍັງບໍ່ທັນ ສ້າງເປັນທ່າອຽງ, ຮວ່າງຕ໋ວນແອງ ໄດ້ຕັດສິນໃຈລົງທຶນ ກໍ່ສ້າງ ສູນການຄ້າ ຂະໜາດໃຫຍ່ແຫ່ງໜຶ່ງ ໃນໃຈກາງເມືອງ.

ທ່ານ ຮວ່າງຕ໋ວນແອງ ໃຫ້ຮູ້ວ່າ ການທີ່ນຳໃຊ້ ຕູ້ຄອນເທນເນີ ມີຄຸນປະໂຫຍດ ກ່ຽວກັບເວລາອອກແບບ, ການກໍ່ສ້າງໄວ, ທັງສາມາດໄຫວຕົວຕາມສະພາບການ ເຄື່ອນຍ້າຍ ແລະ ນຳໃຊ້ຄືນໃໝ່. ບັນດາປັດໃຈເຫຼົ່ານີ້ ໄດ້ ຊ່ວຍໃຫ້ Rubik Zoo ກາຍເປັນສະຖານທີ່ ດຶງດູດຊາວໜຸ່ມ ຜູ້ ເລີ່ມຕົ້ນເຮັດທຸລະກິດ ຫຼາຍຄົນ ພ້ອມກັບກາລະໂອກາດ ມີສິດເປັນເຈົ້າຂອງຫ້າງຮ້ານ ຢູ່ໃຈກາງ ນະຄອນ ດ້ວຍ ລາຍຈ່າຍຖືກ ເພື່ອການດຳເນີນ ທຸລະກິດ.


Rubik Zoo ເປີດແຕ່ 17 ໂມງແລງ -22 ໂມງ ກາງຄືນ ໃນທຸກມື້. 


ຮ້ານທີ່ໄດ້ຮັບການອອກແບບຕາມຕົ້ນສະບັບ ຂອງ ເຫວ້.


ບັນດາຕູ້ຄອນເທນເນີເກົ່າ ໄດ້ປັບປ່ຽນໃໝ່ໃຫ້ກາຍເປັນ ບັນດາຫ້າງ ຮ້ານ ທຸລະກິດ ທີ່ແສນໂດດເດັ່ນ. 


ມູນໜຶ່ງ ຂອງ ຮ້ານອາຫານ ຊຶ່ງອອກແບບຕາມຕົ້ນສະບັບ ຂອງ ຍີ່ປຸ່ນ. 


ແບບການຕົບແຕ່ງທີງາມຕາ ຊຶ່ງສ້າງຄວາມປະທັບໃຈ. 


ບັນດາຊຸດໂຕະຕັ່ງສີມ່ວງ ນີ້ ໄດ້ຕັ້ງຢູ່ເທິງຕູ້ຄອນເທນເນີ ຂອງ ຮ້ານຂາຍກາເຟ ຮ້ານໜຶ່ງ. 


Rubik Zoo ເປັນບ່ອນ ທີ່ຊາວໜຸ່ມ ມັກເລືອກ ເພື່ອການ ຖ່າຍຮູບ ທີ່ລະນຶກ. 


ບັນດາເພື່ອນຊາວໜຸ່ມ ນັ່ງດື່ມກາເຟ ໃນຕູ້ຄອນເທນເນີ Rubik Zoo ດ້ວຍຄວາມຊື່ນໃຈ. 

ບໍ່ແມ່ນເປັນຕູ້ຄອນເທນເນີ ເຫຼັກອີກແລ້ວ, ບັນດາຕູ້ຄອນເທນເນີ Rubik Zoo ໄດ້ກາຍເປັນບັນດາ ຫ້າງຮ້ານ ຂະໜາດນ້ອຍ ແຕ່ ກະທັດລັດ ແລະ ເປັນຕາເບິ່ງ. ພິເສດ, ເຈົ້າຂອງ ແຕ່ລະຮ້ານ ຍັງທຳການປະດິດສ້າງ ດ້ວຍການ ຮຽນແບບ ບັນດາສັນຍະລັກ ມີຊື່ສຽງ ຢູ່ໃນໂລກ ເຊັ່ນ: ຫໍ ໂມງ Big Ben ຫຼື ຂົວ London ອີກດ້ວຍ.

ນອກນີ້, Rubik Zoo ໄດ້ສ້າງບັນດາ studio ກັບສາກຫຼັງ ແມ່ນທັດສະນີຍະພາບທີ່ລືຊື່ ຂອງ ປະເທດຕ່າງໆ ເຊ່ັນ: ສ.ອາເມລິກາ, ໄທ, ຍີ່ປຸ່ນ ຊຶ່ງສ້າງຄວາມຫຼາກຫຼາຍ, ດຶງດູດ ແຂກຄົນທີ່ມາຢາມ.

ທ່ານ ຮວ່າງຕ໋ວນແອງໃຫ້ຮູ້ວ່າ: “ຢູ່ຕົວເມືອງ ມີສູນການຄ້າ ຊັ້ນນຳຫຼາຍແຫ່ງ ແຕ່ບໍ່ຄ່ອຍເຫັນເຂດທຸລະກິດ, ບັນເທີງ ຢູ່ກາງແຈ້ງ. ສ່ວນ Rubik Zoo ຈະເປັນສູນຊື້ຂາຍ, ອາຫານການກິນເປີດທີ່ ເຈືອຈານເຂົ້າກັບທຳມະຊາດ ຢູ່ໃຈກາງນະຄອນ”.

ຕາມຄະນະຄຸ້ມຄອງໃຫ້ຮູ້ວ່າ ຫ້າງຮ້ານ ຢູ່ທີ່ນີ້ ໄດ້ຈົດ ທະ ບຽນເກືອບທັງໝົດແລ້ວ. ທ່ານນາງ ດັ້ງທິຕວ໋ຽດ, ມາຈາກ ເມືອງ ບິ່ງແທ້ງ, ເຈົ້າຂອງຮ້ານຂາຍເຄື່ອງກິນ take-away ໃນ Rubik Zoo ໃຫ້ຮູ້ວ່າ: “ລູກຄ້າທີ່ນີ້ ສ່ວນຫຼາຍແມ່ນ ຊາວໜຸ່ມ ທີ່ມັກຈັບຈ່າຍຊື້ຂາຍ ແລະ ກິນດື່ມ, ເພາະສະ ນັ້ນ ຮ້ານ ຂອງ ຂ້າພະເຈົ້າ ຈິ່ງເປັນທີ່ນິຍົມ ຂອງ ລູກຄ້າ ມາໃຊ້ບໍລິການ ເປັນຈຳນວນຫຼວງຫຼາຍ.

ເຖິງວ່າຫາກໍເປີດໄດ້ບໍ່ດົນ, ແຕ່ Rubik Zoo ໄດ້້ດຶງດູດ ລູກຄ້າທີ່ມາຢ້ຽມຢາມ, ຊື້ຂາຍ ແລະ ຮັບປະທານອາຫານ ດ້ວຍຈຳນວນຫຼວງຫຼາຍ. ຕາມສະຖິຕິຂອງຄະນະ ຄຸ້ມຄອງ ໃຫ້ຮູ້ວ່າ ໃນມື້ທ້າຍສັບປະດາ, ຈຳນວນນັກທ່ອງທ່ຽວ ທີ່ມາ ກັບ Rubik Zoo ເພີ່ມຂຶ້ນແຕ່ 5.000 – 10.000 ເທື່ອ ຄົນ/ມື້.

ເພື່ອຫຼີກລ້ຽງຄວາມຊ້ຳຊາກ, ບັນດາຫ້າງຮ້ານຢູ່ Rubik Zoo ໄດ້ຮັບການປ່ຽນແປງ, ເຄື່ອນຍ້າຍ ແລະ ດັດແປງ ບັນດາຫ້າງຮ້ານ ຢູ່ສະເໝີ ແນໃສ່ສ້າງຄວາມແປກໃໝ່ ເອົາໃຈລູກຄ້າ ທີ່ມາໃຊ້ ບໍລິການ. ທ່ານ ຮວ່າງຕ໋ວນແອງ ໃຫ້ຮູ້ອີກວ່າ ໃນຕໍ່ໜ້າ, Rubik Zoo ຈະຮ່ວມມືກັບບັນດາບໍລິສັດ ທ່ອງທ່ຽວ ເພື່ອດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ມາຍັງສະຖານທີ່ບັນເທີງກາງແຈ້ງທີ່ ແສນໂດດເດັ່ນ. 
ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top