• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍປະເທດເພີ່ມທະວີການ “ແຍກຫ່າງທາງສັງຄົມ” ກັບຈີນ

      ສະພາບໂລກລະບາດນັບມື້ນັບໄດ້ເຮັດໃຫ້ບັນດາປະເທດຝ່າຍຕາເວັນຕົກ, ຊື່ງນຳໜ້າແມ່ນອາເມລິກາ ໄດ້ຊອກຫາວິທີ “ແຍກຫ່າງທາງສັງຄົມ” ກັບຈີນ. ໂລກລະບາດໂຄວິດ-19 ບໍ່ພຽງແຕ່ໄດ້ກໍ່ຜົນເສຍຫາຍດ້ານຊີວິດອິນຊີເທົ່ານັ້ນ, ຫາກຍັງແມ່ນສາຍເຫດເພີ່ມຄວາມຂັດແຍ່ງ ທີ່ເຄີຍມີມາກ່ອນລະຫວ່າງອາເມລິກາ ແລະ ບັນດາປະເທດສຳພັນທະມິດກັບຈີນ ອີກດ້ວຍ, ອັນໄດ້ເຮັດໃຫ້ສະພາບເສດຖະກິດ ແລະ ການເມືອງທົ່ວໂລກມີການປ່ຽນແປງຫຼາຍຢ່າງ.

ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປີ່ນປົວຢູ່ຈີນ
(ພາບ: THX/ TTXVN)
      ໃນໄລຍະຜ່ານມາພວມມີສັນຍານເພີ່ມຂຶ້ນ ກ່ຽວຂ້ອງເຖິງການໂຕ້ຖຽງລະຫວ່າງສອງຝ່າຍ ກ່ຽວຂ້ອງເຖິງແຫຼ່ງກຳເນີດຂອງເຊື້ອໄວຣັດ SARS-CoV-2 ກໍ່ໃຫ້ເກີດໂລກລະບາດໂຄວິດ-19. ການປະທະກັນຍັງແຜ່ລາມອອກສູ່ວົງກວ້າງ ຈາກດ້ານການຄ້າ, ການປ້ອງກັນຄວາມສະຫງົບ ຕະຫຼອດຮອດບັນດາຂົງເຂດອື່ນໆຄື: ການເງິນ, ເຕັກໂນໂລຊີ. ບໍ່ພຽງແຕ່ອາເມລິກາ ເທົ່ານັ້ນ, ຫຼາຍປະເທດອື່ນໆກໍ່ພວມນຳໃຊ້ນະໂຍບາຍ “ລະມັດລະວັງ” ກ່ວາໃນການພົວພັນກັບ ປັກກີງ ອີກດ້ວຍ.
ການປະທະກັນລະຫວ່າງອາເມລິກາ-ຈີນ ມີໄພແຜ່ລາມອອກສູ່ວົງກວ້າງ
   ວັນທີ 23 ພຶດສະພາ, ກະຊວງຄົມມະນາຄົມອາເມລິກາ ໄດ້ກ່າວເຕືອນວ່າ ຈີນ ໄດ້ກີດຂວາງຄວາມຕ້ອງການເຊື່ອມຕໍ່ສາຍການບິນ ຂອງສອງບໍລິສັດການບິນອາເມລິກາ ຄືນໃໝ່, ພ້ອມທັງຮຽກຮ້ອງໃຫ້ 4 ບໍລິສັດການບິນຂອງ ຈີນ ຕ້ອງມອບລາຍການບິນ ແລະ ບັນດາຂໍ້ມູນທີ່ກ່ຽວຂ້ອງ. ວັນທີ 22 ພຶດສະພາ, ກະຊວງການຄ້າອາເມລິກາ ປະກາດວ່າ ໄດ້ນຳ 9 ອົງການໃໝ່ຂອງຈີນ ເຂົ້າໃນ “ບັນຊີລາຍຊື່ດຳ” ເສດຖະກິດ. ນີ້ແມ່ນ 2 ການຜັນແປຫຼ້າສຸດໃນບັນດາຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ຈີນ ໃນໄລຍະທີ່ຜ່ານມາ.
    ຄວາມເຄັ່ງຕຶງຍັງແຜ່ລາມອອກສູ່ຂົງເຂດ ການເງິນ ແລະ ເຕັກໂນໂລຊີ.  ວັນທີ 23 ພຶດສະພາ, ດັດຊະນີ Hang Seng ຂອງຮົງກົງ ໄດ້ຫລຸດລົງ 5,6%, ຊື່ງເປັນຂີດໝາຍຕ່ຳກ່ວາໝູ່ ໃນການພົວພັນມື້ໜຶ່ງຂອງຕະຫຼາດຫຼັກສັບ ຮົງກົງ ໃນເກືອບ 5 ປີຜ່ານມາ. ສາຍເຫດແມ່ນຍ້ອນບັນດານັກລົງທຶນ ມີປະຕິກິລິຍາໂຕ້ຕອບ ພາຍຫຼັງທີ່ປັກກີງ ໄດ້ປະກາດຮ່າງຂໍ້ຕົກລົງປ້ອງກັນຄວາມສະຫງົບແຫ່ງຊາດໃໝ່ ສະຫງວນໃຫ້ແກ່ເຂດປົກຄອງພິເສດແຫ່ງນີ້. ໃນການກະທຳຫວ່າງມໍ່ໆມານີ້, ສະພາສູງອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍ ອາດຈະສະກັດກັ້ນວິສາຫະກິດຈີນ ປະກາດລາຄາໃນບັນດາຕະຫຼາດຫຼັກສັບອາເມລິກາ ຫລືລະດົມທຶນຈາກນັກລົງທຶນອາເມລິກາ, ເວັ້ນເສຍແຕ່ບັນດາບໍລິສັດເຫຼົ່ານີ້ ປະຕິບັດຕາມບັນດາຂໍ້ກຳນົດ ແລະ ມາດຕະຖານດ້ານກວດສອບບັນຊີຂອງ ອາເມລິກາ.
ໂລກລະບາດໂຄວິດ-19 ຊຸກຍູ້ຫຼາຍປະເທດ ພິຈາລະນາການພົວພັນກັບ ຈີນ
   ການພົວພັນລະຫວ່າງອາເມລິກາ-ຈີນ ເຄັ່ງຕຶງຂຶ້ນ ກໍ່ໄດ້ຊຸກຍູ້ບັນດາສຳພັນທະມິດຂອງອາເມລິກາ ຕ້ອງພິຈາລະນາການພົວພັນກັບຈີນ. ເມື່ອທຽບກັບສົງຄາມການຄ້າ, ໂລກລະບາດໂຄວິດ-19 ເກືອບຄືວ່າ ແມ່ນທາດກະຕຸ້ນເພື່ອໃຫ້ບັນດາສຳພັນທະມິດຂອງອາເມລິກາ ສະແດງໃຫ້ເຫັນທັດສະນະຈະແຈ້ງ, ເດັດຂາດກ່ວາ. ອັງກິດ ຊື່ງແມ່ນປະເທດສຳພັນທະມິດພິເສດຂອງອາເມລິກາ  ແມ່ນ 1 ໃນບັນດາຈຳນວນເຫຼົ່ານັ້ນ. ເດືອນເມສາປີ 2020, ສະມາຊິກສະພາແຫ່ງຊາດອັງກິດຫຼາຍທ່ານ ໄດ້ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຈົ່ງຕີລາຄາການພົວພັນກັບຈີນ ຄືນໃໝ່, ພາຍຫຼັງໂລກລະບາດໂຄວິດ-19 ສີ້ນສຸດລົງ. ລັດຖະບານອັງກິດ ພວມມີແຜນການຄວບຄຸມຢ່າງແໜ້ນແຟ້ນກວ່າອີກ ສຳລັບບັນດາຂະແໜງອຸດສາຫະກຳຍຸດທະສາດ ແລະ ເຕັກໂນໂລຊີສູງຂອງອັງກິດ, ລະອຽດແມ່ນ ໄດ້ຍົກອອກບັນດາແຜນການ ເພື່ອແນໃສ່ຫລຸດຜ່ອນການເຂົ້າຮ່ວມຂອງກຸ່ມບໍລິສັດໂທລະຄົມະນາຄົມ Huawei  ເຂົ້າກໍ່ສ້າງເຄືອຂ່າຍ ໂທລະຄົມມະນາຄົມ 5G ໃນ 3 ປີຈະມາເຖິງຢູ່ອັງກິດ. ການປ່ຽນແປງກ່ຽວກັບນະໂຍບາຍນີ້ ແມ່ນການສະແດງອອກຫຼ້າສຸດ ກ່ຽວກັບການພົວພັນທີ່ເຢັນຊາຈືດຈາງລະຫວ່າງ ລອນດອນ ແລະ ປັກກີງ. ຊ້ຳບໍ່ໜຳ, ວັນທີ 28 ພຶດສະພາ, ທ່ານ Dominic Raab ລັດຖະມົນຕີການຕ່າງປະເທດອັງກິດ ໄດ້ປະກາດຢຸດຕິ “ການພົວພັນປົກກະຕິ” ກັບຈີນ.
   ເຊັ່ນດຽວກັນ, ການພົວພັນລະຫວ່າງຈີນ-ອົດສະຕາລີ ກໍ່ພວມແມ່ນຈຸດເຄັ່ງຮ້ອນທີ່ໜ້າສົນໃຈຫຼັງໂລກລະບາດ. ເລື່ອງປັກກີງ ໄດ້ເພີ່ມອາກອນເຂົ້າຝ້າງຂອງ ອົດສະຕາລີ ຂຶ້ນ 80% ຄືດັ່ງການໂຕ້ຕອບເລື່ອງ Canberra ສະໜັບສະໜູນການສອບສວນສືບສວນຢ່າງເອກະລາດ, ຄົບຖ້ວນກ່ວາ ກ່ຽວກັບຕົວການກໍ່ໃຫ້ເກີດໂລກລະບາດ. ການໂຕ້ຖຽງ ແລະ ໂຕ້ຕອບຊື່ງກັນ ແລະ ກັນ ຍັງຄົງເກີດຂຶ້ນ ແລະ ບໍ່ທັນມີສັນຍານຫລຸດລົງເທື່ອ.
   ໂລກລະບາດໂຄວິດ-19 ຍັງເຮັດໃຫ້ຄວາມເຄັ່ງຕຶງທີ່ເຄີຍມີມາກ່ອນລະຫວ່າງ ອາເມລິກາ-ຈີນ ເພີ່ມຂຶ້ນຕື່ມອີກ ແລະ ອາດຈະກໍ່ໃຫ້ເກີດສົງຄາມເຢັນຄັ້ງໃໝ່. ໂລກລະບາດໄດ້ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ ຈີນ ແລະ ຫຼາຍຄູ່ຮ່ວມມືສຳຄັນດ້ານເສດຖະກິດ, ການຄ້າ, ການລົງທຶນຂອງ ຈີນ. ການກ່າວຫາກັນລະຫວ່າງປະເທດຕ່າງໆ ອາດຈະເຮັດໃຫ້ສະພາບການໂລກສັບສົນ ແລະ ຂາດສະຖຽນລະພາບຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ

Top