• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຫົວຄິດປະດິດສ້າງ ຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ຢາງກາວ

ບໍ່ມີປະຫວັດ ອັນຍາວນານ ເປັນເວລາຫຼາຍຮ້ອຍປີ ຄືໝູ່ບ້ານອາຊີບ ຜະລິດ ເຄື່ອງປັ້ນດິນເຜົາ ບາດຈ່າງ, ແຕ່ເຄື່ອງດິນເຜົາ ຢາງກາວ (ບ້ານ ຢາງກາວ, ຕາແສງ ບາດຈ່າງ, ເມືອງ ຢາເລີມ, ຮ່າໂນ້ຍ) ກຳລັງແຮງ ຂອງ ໝູ່ບ້ານອາຊີບແຫ່ງນີ້ ມີ ອາຍຸ ພຽງ 60 ປີ. ດ້ວຍຄວາມຂະຫຍັນ, ຫົວຄິດປະດິດສ້າງ ແລະ ກຳລັງແຮງ ຂອງໝູ່ບ້ານອາຊີບ ແຫ່ງ ນີ້ ຊ່ວຍເຮັດໃຫ້ ຢາງກາວ ນັບມື້ນັບຢັ້ງຢືນໄດ້ຖານະບົດບາດ ຂອງຕົນ ຢູ່ຕະໜາດພາຍໃນ ແລະ ຕ່າງປະເທດ. 
ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຢາງກາວ ໃນເມື່ອກ່ອນ ມີຊື່ ວ່າ ໂດງສ໋າງ, ພາຍຫຼັງໄດ້ປ່ຽນຊື່ເປັນ ໂດ໋ງກາ, ໃນສະໄໝລາຊະວົງ ຫງວຽນ ກ່ອນສະໄໝເຈົ້າຊີວິດ  ອຶງຊຸ້ຍ, ປີ (1885-1888) ໄດ້ປ່ຽນຊື່ ເປັນ ຢາງກາວ. ເມື່ອທຽບກັບປະຫວັດ ຄວາມເປັນມາ ຂອງ ໝູ່ບ້ານ ຜະລິດເຄື່ອງປັ້ນດິນເຜົາ ກິມລານ (800 ປີ) ແລະ ບາດຈ່າງ (700 ປີ), ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຢາງກາວ ມີອາຍຸປະກອບ ອາຊີບ ໜ້ອຍກວ່າໝູ່.   

ແຕ່ກ່ອນ, ຊາວບ້ານ ຢາງກາວ ບໍ່ໄດ້ເປີດໂຮງຜະລິດເຄື່ອງ ປັ້ນດິນ ເຜົາ, ເຂົາເຈົ້າພຽງແຕ່ໄປເຮັດຮັບຈ້າງ ໃຫ້ແກ່ໝູ່ບ້ານ ຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ເທົ່ານັ້ນ. ໃນສະໄໝ ຝຣັ່ງ ປົກຄອງ, ມີທ່ານ ຟານໂຊ່, ຜູ້ຮຽນຈົບມັດທະຍົມສຶກສາ ໄດ້ເປີດໂຮງງານຜະລິດ ເຄື່ອງປັ້ນດິນເຜົາ ແຫ່ງໜຶ່ງ ມີຊື່ວ່າ ຫງອກກວາງ. ນັ້ນແມ່ນໂຮງງານຜະລິດ ເຄື່ອງປັ້ນດິນເຜົາ ແຫ່ງທຳອິດ ຂອງບ້ານ ຢາງກາວ. 

ຈາກໂຮງງານຜະລິດ ເຄື່ອງປັ້ນດິນເຜົາ ແຫ່ງທຳອິດນັ້ນ, ຮຸ່ນລູກຫຼານ ບ້ານ ຢາງກາວ ເລີ່ມກໍ່ສ້າງໂຮງງານຜະລິດ ເຄື່ອງປັ້ນດິນເຜົາ ເປັນ ຂອງ ຕົນເອງໂດຍສະເພາະ.  ປັດຈຸບັນ, ອາຊີບຜະລິດເຄື່ອງປັ້ນດິນເຜົາ ໄດ້ກາຍເປັນອາຊີບມູນເຊື້ອ ຂອງບ້ານ ຢາງກາວ. ບ້ານ ຢາງກາວ ມີປະຊາກອນ ທັງໝົດ 900 ຄົວເຮືອນ ໄດ້ທຳອາຊີບຜະລິດ ເຄື່ອງປັ້ນດິນເຜົາ, ໃນນັ້ນ ມີບໍລິສັດຈຳກັດ, ບໍລິສັດຫຸ້ນສ່ວນ, ວິສາຫະກິດ ເອກະຊົນ ທັງໝົດ 41 ແຫ່ງ, ສ່ວນທີ່ເຫຼືອແມ່ນເຮັດບໍລິການ. 

ການນຳໃຊ້ເຄື່ອງຈັກ ໄດ້ນຳມາໝາກຜົນສູງໃນການຜະລິດ.ພາບ: ແທງຢາງ/VNP


ບັນດານາຍຊ່າງພວມແຕ່ງຮູບຊົງຈາກດິນ. ພາບ: ແທງຢາງ/VNP


ດ້ວຍລາຍແຕ້ມທີ່ຊຳນິຊຳນານ, ຊາວບ້ານ ຢາງກາວ ໄດ້ຜະລິດອອກມາ ບັນດາຜະລິດຕະພັນ ທີ່ສວຍງາມ. ພາບ: ແທງຢາງ/VNP


ໂຮງແຕ້ມໜຶ່ງຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ຢາງກາວ. ພາບ: ແທງຢາງ/VNP


ນາຍຊ່າງພວມປະກອບບັນດາແຜ່ນດິນເຜົາໃຫ້ກາຍເປັນຮູບພາບທີ່ສວຍງາມ. ພາບ: ແທງຢາງ/VNP


ນາຍຊ່າງ ຜະລິດພາບແຕ້ມ ເຄື່ອງປັ້ນດິນເຜົາ ຢູ່ບໍລິສັດ ຫຸ້ນສ່ວນ ເຄື່ອງປັ້ນດິນເຜົາ ກວາງມິງ ຂຶ້ນກັບໝູ່ບ້ານ ຜະ ລິດ ເຄື່ອງປັ້ນດິນເຜົາ ຢາງກາວ. ພາບ: ແທງຢາງ/VNP


ບັນດາຜະລິດຕະພັນຖືກນຳເຂົ້າໃນເຕົາເຜົາດິນເຜົາ. ພາບ: ແທງຢາງ/VNP


ທ່ານ ຫງວຽນກີວເຊີນ, ປະທານສະໂມສອນເຄື່ອງປັ້ນດິນເຜົາ ຢາງກາວ ພວມຊີ້ນຳກຳມະກອນເຮັດວຽກ
ໃນໂຮງງານຂອງຕົນ.
ພາບ: ແທງຢາງ/VNP.

ເຖິງວ່າ ມີອາຍຸປະກອບອາຊີບໜ້ອຍກວ່າຫຼາຍເທົ່າ ເມື່ອ ທຽບກັບໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາ ບາດຈ່າງ, ແຕ່ຈາກສະຖິຕິ ຂອງ ຄະນະກຳມະການ ປະຊາຊົນ ຕາແສງ ບາດຈ່າງ, ບ້ານ ຢາງກາວ ໄດ້ປະກອບສ່ວນ ເຂົ້າໃນຍອດລາຍຮັບ ຂອງຕາແສງ ບາດຈ່າງ ກວ່າ 50%. 

ທ່ານ ຫງວຽນກີວເຊີນ, ປະທານສະໂມສອນເຄື່ອງປັ້ນດິນເຜົາ ຢາງ ກາວ ໃຫ້ຮູ້ວ່າ ທ່າແຮງຂອງຊາວບ້ານ ຢາງກາວ ແມ່ນສະດຸ້ງໄວ ຕໍ່ ການ ປ່ຽນແປງຂອງຕະຫຼາດ, ປະສິດທິພາບ ແລະ ເຫັນໄດ້ຄວາມ ຕ້ອງການຕົວຈິງຂອງລູກຄ້າ.  

ຢູ່ຕາແສງ ບາດຈ່າງ, ຖ້າບ້ານ ບາດຈ່າງ ເປັນທ່ີຮູ້ຈັກ ໃນຂົງເຂດຜະ ລິດ, ບ້ານ ຢາງກາວ ແມ່ນມີທ່າແຮງ ໃນການເຮັດທຸລະກິດ. ເມື່ອນັກທ່ອງທ່ຽວ ຫາກໍ່ເຂົ້າມາຕາແສງ ບາດຈ່າງ ຈະພົບເຫັນຮ້ານວາງສະແດງ, ແນະນຳຜະລິດຕະພັນເຄື່ອງປັ້ນດິນເຜົາ ຫຼາຍແຫ່ງ ທີ່ໄດ້ຕົບແຕ່ງ, ປະດັບປະດາ ຢ່າງລະອຽດ, ສວຍງາມ ດ້ວຍບັນດາຜະລິດຕະ ພັນ ເຄື່ອງປັ້ນດິນເຜົາດີເດັ່ນ ຂອງ ຕາແສງ ບາດຈາງ. ຮ້ານຄ້າ ຈຳນວນ ດັ່ງກ່າວ ສ່ວນຫຼາຍແມ່ນຂອງຊາວບ້ານ ຢາງກາວ. 


ຫ້ອງວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ຢາງກາວ. ພາບ: ແທງຢາງ/VNP










 
 

ຜະລິດຕະພັນເຄື່ອງປັ້ນດິນເຜົາຈໍານວນໜຶ່ງ ຜະລິດໂດຍນາຍຊ່າງ ຂອງ ໝູ່ບ້ານຜະລິດເຄື່ອງປັ້ນດິນ ເຜົາ ຢາງກາວ. ພາບ: ແທງຢາງ/VNP


ນັກທ່ອງທ່ຽວ ມາຢ້ຽມຢາມ ແລະ ຊື້ຜະລິດຕະພັນເຄື່ອງ ປັ້ນດິນເຜົາ ຢາງກາວ. ພາບ: ແທງຢາງ/VNP

ດ້ວຍຄວາມສະດຸ້ງໄວ ຕໍ່ການປ່ຽນແປງຂອງຕະຫຼາດ ເມື່ອ ເຮັດທຸ ລະກິດ, ຊາວບ້ານ ຢາງກາວ ເລີ່ມຊອກຫາ ວິທີການຜະລິດ ໃຫ້     ເໝາະສົມກັບຄວາມຕ້ອງການຕົວຈິງຂອງລູກຄ້າ. ທ່ານ ເຊີນ ໃຫ້ຮູ້ວ່າ ຜົນງານອັນດີິເດັ່ນທີ່ສຸດ ໃນຊຸມປີມໍ່ໆ ມານີ້ ແມ່ນ ຢາງກາວ ໄດ້ສຸມໃສ່ ເຂົ້າໃນທ່າແຮງຜະລິດ ເຄື່ອງປັ້ນ ດິນເຜົາ ສະຖາປັດຕະຍະກຳ.  ພົ້ນເດັ່ນແມ່ນສອງປະເພດ ຜະລິດຕະພັນ ດິນຂໍສອງຊັ້ນ ແລະ ສິລະປະ mosaic ດິນເຜົາ (ສິລະປະ ປະກອບ ແຜ່ນດິນເຜົາ). 

ສຳລັບຜະລິດຕະພັນ ດິນຂໍ ສອງຊັ້ນ, ເຄື່ອງປັ້ນດິນເຜົາ ຢາງກາວ ໄດ້ປະກອບສ່ວນ ເຂົ້າໃນບັນດາ ກິດຈະກຳ ສະຖາປັດຕະຍະກຳ ທາງຈິດວິນຍານ ທີ່ມີຊື່ສຽງຂອງ ຫວຽດນາມ ຄື: ວັດ ບ໋າຍດິງ, ວັດ ຕາມຈຸກ... ດິນຂໍສອງຊັ້ນ ເປັນປະເພດເຄືອບສີພິເສດ ໄດ້ຊາວບ້ານ ຢາງກາວ ຟື້ນຟູຄືນໃໝ່. ປະເພດ ສິລະປະ mosaic ດິນເຜົາ ໄດ້ນໍາໃຊ້ ໃນກິດຈະກຳ ທີ່ມີຊື່ສຽງຫຼາຍແຫ່ງຄື: ເສັ້ນທາງດິນເຜົາ, ເຮືອນປະກອບ ຕິດຕັ້ງ ດ້ວຍດິນເຜົາ ສ້າງສະຖິຕິ ຫວຽດນາມ ແລະ ອື່ນໆ. 

ນອກຈາກນັ້ນ, ບັນດາປະເພດຜະລິດຕະພັນເຄື່ອງປັ້ນດິນເຜົາ ຂອງ ຢາງກາວ ຕົ້ນຕໍແມ່ນຜະລິດຕະພັນຈຳລອງ, ຟື້ນຟູແບບເກົ່າແກ່, ເຄື່ອງໃຊ້ຂອງສອຍໃນຄອບຄົວ ຊັ້ນນຳ... ເຄື່ອງປັ້ນດິນເຜົາ ຢາງກາວ ທີ່ມີຊື່ສຽງ ກ່ຽວກັບຄຸນນະພາບ ຂອງການເຄືອບສີ  ທົ່ວໄປແມ່ນສີແດງອ່ອນ. ປະເພດສີເຄືອບ ດັ່ງກ່າວ ຈະມີສີຂາວແກມສີຟ້າ ຫຼື ສີຂີ້ເທົ່າ, ໃສ ແລະ ເລິກເຊິ່ງ. ນອກຈາກນັ້ນ ຍັງມີເຄືອບ ຄື: ເຄືອບແຫງ,  ເຄືອບຊາຍ, ເຄືອບແກ້ວ, ເຄືອບຫີນທຽມ... ເຄືອບແຕ່ລະປະເພດ ຈະມີຈຸດພິເສດໂດຍສະເພາະ, ມີແຕ່ຜູ້ມັກສະສົມ ເຄື່ອງປັ້ນ ດິນເຜົາ ຈຶ່ງ ສາມາດສັງເກດໄດ້.

ບໍ່ພຽງແຕ່ຈຳໜ່າຍຢູ່ຕະຫຼາດພາຍໃນ, ປັດຈຸບັນ ເຄື່ອງປັ້ນ ດິນເຜົາ ຢາງກາວ ຍັງມີໜ້າຢູ່ຫຼາຍປະເທດໃນໂລກ ເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ສປ ຈີນ, ໄທ ເທົ່ານັ້ນ, ແຕ່ຍັງມີຢູ່ ບັນດາປະເທດ ເຊັ່ນ: ສ ອາເມລິ ກາ, ອົດສະຕຣາລີ ແລະ ບັນດາປະເທດ EU ອີກດ້ວຍ.  
 
ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top