• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຫວ່າງເວຫາວັດທະນະທຳ ຂອງ ຫ໋ຽວຕິນ

ມີຊື່ສຽງໂດ່ງດັງໃນກຸ່ມໄວໜຸ່ມ ກ່ຽວກັບສິ່ງສະສົມ, ຄົ້ນຄວ້າ ແລະ ສອນໂດຍສາເພາະທາງດ້ານວັດທະນະທຳ, ອາຈານສອນ ຫງວຽນ ຫ໋ຽວຕິນ ແຫ່ງມະຫາວິທະາໄລ ໂຕນດຶກຖັ໋ງ, ນະຄອນ ໂຮ່ຈີມິນ ມີ ຄວາມມັກຮັກເປັນພິເສດ ກ່ຽວກັບເຄື່ອງປັ້ນດິນເຜົາ, ເຕົ້ານໍ້າຊາ, ຮູບ ປັ້ນວິລະບູລຸດຜູ້ມີຊື່ສຽງ. ປະຈຸບັນ ເຮືອນ ຂອງ ເພິ່ນ ໄດ້ກາຍເປັນ     “ຫໍພິພິທະພັນ” ເພື່ອວາງສະແດງ ບັນດາຂອງສະສົມທີ່ເປັນເອກະລັກ ສະເພາະຂອງຕົນ.
ພາຍໃນເຮືອນສາມຊັ້ນຂອງຕົນ, ຫ໋ຽວຕິນ ໄດ້ສະຫງວນສະຖານ ທີ່ທັງ ໝົດ ເພື່ອຈັດວາງເຄື່ອງປັ້ນດິນເຜົາຊະນິດຕ່າງໆ ແລະ ຮູບປັ້ນທຸກ ຊະ ນິດ, ເຮັດໃຫ້ສະຖານທີ່ແຫ່ງນີ້ ຄືກັບຫໍພິພິທະພັນ ດ້ານວັດທະນະທຳ ຫຍໍ້ສ່ວນ. ໃນແຕ່ລະຊຸດສະສົມຂອງຕົນ, ຫ໋ຽວຕິນ ໄດ້ຈັດວາງເປັນແຕ່ ລະຫົວຂໍ້ທີ່ແຕກຕ່າງກັນ, ຕົວຢ່າງຄື ຊຸດສະສົມເຕົ້ານໍ້າຊາ ໄດ້ແບ່ງ ອອກເປັນຫຼາຍປະເພດເຕົ້ານໍ້າຊາ ຕາມວັດຖຸທີ່ນຳມາຜະລິດເຊັ່ນ: ດິນ ເຜົາ ບຽນຮວ່າ, ດິນເຜົາ ພາກໃຕ້ ສະໄໝກ່ອນ ແລະ ອື່ນໆ.

ຢູ່ພາຍໃນຫ້ອງຮັບແຂກ, ຫ໋ຽວຕິນ ໄດ້ຈັດວາງຮູບປັ້ນ ຮຶງດ້າວເວືອງ ເຈິ່ນກວ໋ກຕວ໋ນ, ວິລະຊົນແຫ່ງຊາດ, ຜູ້ທີ່ມີຜົນງານຂັບໄລ່ທະຫານ ຫງວຽນໂມງ (ລາຊະວົງໜຶ່ງຂອງ ຈີນ ໃນສະໄໝກ່ອນ) ຢູ່ສະໄໝ ລາຊະວົງ ເຈິ່ນ ທ້າຍສະຕະວັດທີ 13. ຢູ່ສອງຂ້າງຮູບປັ້ນ ຮຶງດ້າວ ເວືອງ ແມ່ນໂຖດອກໄມ້ເຄືອບດິນເຜົາສອງໜ່ວຍ ພັນລະນາ ເຖິງ ເລື່ອງເສນາອາມາດ ຮາຍບ່າຈຶງ  ຂີ່ຊ້າງຕີສັດຕູ ໃນຊຸມປີ 40 ຕົ້ນ ຄຣິດຕະສັກກະຫຼາດ. ເມື່ອເວົ້້າເຖິງແນວຄິດສະສົມຮູບປັ້ນວິລະບູລຸດ ຜູ້ມີຊື່ສຽງ, ຫ໋ຽວຕິນ ໃຫ້ຮູ້ວ່າ ເມື່ອອ່ານປຶ້ມກ່ຽວກັບວິລະບູລຸດຜູ້ມີຊື່ ສຽງ, ຕົນເອງຮູ້ສຶກມີຄວາມຕ້ອງການຊອກຮູ້ຢ່າງເລິກເຊິ່ງກວ່າ ກ່ຽວ ກັບຕົວລະຄອນຜ່ານວາດຊົງ, ຮູບຊົງບັນດາຮູບປັ້ນ ທີ່ເຮັດມາຈາກ ຫຼາຍ ວັດຖຸ. ສະນັ້ນຈິ່ງລົງທຶນຊອກຊື້ບັນດາຮູບປັ້ນທີ່ເປັນເອກະລັກ ເພື່ອມາປະກອບເພີ່ມເຕີມໃຫ້ແກ່ຊຸດສະສົມຂອງຕົນ.

ຊຸດສະສົມເຕົ້ານໍ້າຊາ ແບບຕ່າງໆ ຂອງ ຫ໋ຽວຕິນ.


ຊຸດເຕົ້ານໍ້າຊາ ທີ່ມີລວດລາຍຕົບແຕ່ງ ດ້ວຍທັດສະນີຍະພາບ ຫວຽດ ນາມ.






ເຕົ້ານໍ້າຊາຊະນິດຕ່າງໆ ທີ່ຜະລິດຈາກເຄື່ອງປັ້ນດິນເຜົາທີ່ເປັນມູນ ເຊື້ອ ຂອງ ຫວຽດນາມ ຄື:
ດິນເຜົາ ບຽນຮວ່າ, ດິນເຜົາ ພາກໃຕ້ ສະ ໄໝ ກ່ອນ.



ມູມໜຶ່ງໃນຫ້ອງວາງສະແດງຊຸດສະສົມ ໂຖດອກໄມ້ ຂອງຫ໋ຽວຕິນ.




ວັດຖຸສິ່ງຂອງທີ່ເປັນເອກະລັກສະເພາະຈຳນວນໜຶ່ງ ໃນຊຸດສະສົມ ເຕົ້າດອກໄມ້ ທີ່ເຮັດຈາກດິນເຜົາ ບຽນຮວ່າ.




ຊຸດສະສົມເຄື່ອງປັ້ນດິນເຜົາ ທີ່ເກົ່າແກ່ ຈຳນວນໜຶ່ງຂອງ ຫ໋ຽວຕິນ.


ລວດລາຍຕົບແຕ່ງຮູບພາບຍິງສາວ ຫວຽດນາມ ໃນຊຸດສະສົມ ເຄື່ອງ ປັ້ນດິນເຜົາ ບຽນຮວ່າ.






ຊຸດສະສົມ ເຈົ້າທີ່ ມີລັກສະນະພິເສດດ້ານວັດທະນະທຳ ພາກໃຕ້.


ຈາກບັນດາສິ່ງຂອງ ທີ່ສະສົມ, ຫ໋ຽວຕິນ ຈຶ່ງມີເອກະສານຂໍ້ມູນເພື່ອ ຮັບໃຊ້ໃຫ້ແກ່ວຽກງານຄົ້ນຄວ້າ ຂອງ ຕົນ.

ແຕ່ຫ້ອງຮັບແຂກຊັ້ນລຸ່ມຈົນເຖິງຫ້ອງຕ່າງໆ ຢູ່ຊັ້ນເທິງ, ຫ໋ຽວຕິນ ໄດ້ ເອົາໃຈໃສ່ເຖິງວິທີປະດັບປະດາໃຫ້ມີລັກສະນະເອກະລັກ ສະເພາະ ຂອງ ວັດທະນະທຳ ຫວຽດນາມ. ນີ້ຄືວິທີໜຶ່ງ ໃນການແນະນຳ ວັດທະ ນະທຳ ຂອງ ຊາດ ຜ່ານຫົວຂໍ້ວັດທະນະທຳໜຶ່ງ. ຈາກຄັນຄາກຫຼາຍ ໂຕ ທີ່ມີຮູບຊົງແຕກຕ່າງກັນ ທີ່ເຮັດດ້ວຍເຄື່ອງ ປັ້ນດິນເຜົາ, ຫ໋ຽວຕິນ ຊັບຊ້ອນເປັນຫ້ອງຮຽນໜຶ່ງ, ໃນນັ້ນຄູ ແລະ ນັກຮຽນ ລ້ວນແຕ່ເປັນໂຕ ຄັນຄາກ, ໄດ້ຖືແນວຄວາມຄິດຈາກຮູບ ແຕ້ມພື້ນ ເມືອງ “ ພໍ່ເຖົ້າ ອວາ ອ່ານປື້ມ” ຂອງບ້ານ ດົງໂຮ່.  ຢູ່ທີ່ນີ້, ໂຕຄັນຄາກ ໄດ້ແປງຕົວເປັນຄູ ອາຈານ ຕາມວັດທະນະທຳຂອງ ຊາວຫວຽດນາມ ໃນສະໄໝກ່ອນ, ໂຕຄັນຄາກ ໄດ້ຖືເປັນ “ສັດສັກສິດ” ຂອງມະນຸດ, “ໂຕຄັນຄາກ ແມ່ນ ນ້າບ່າວ ຂອງຟ້າແຖນ”. ຫ໋ຽວຕິນ ອະທິບາຍວ່າ: “ພື້ນຖານຄວາມ ສີ ວິໄລ ຫວຽດນາມ ມີມາແຕ່ ດົນນານແລ້ວ, ປະກົດໃຫ້ເຫັນຜ່ານການ ຄົ້ນຄວ້າ ກ່ຽວກັບຕົວອັກສອນ ຂອງຄົນຫວຽດນາມ ສະໄໝເຈົ້າຊີວິດ ຮຸ່ງ. ນີ້ເປັນຕົວອັກສອນທີ່ມີຮູບຊົງ ຄ້າຍຄື ໂຕ ຮວກ ທີ່ໃຫ້ກຳເນີດ ໂຕ ຄັນຄາກ. ເພາະສະນັ້ນ ແຕ່ໃດມາ, ໂຄຄັນຄາກ ໄດ້ຕິດພັນ ກັບຊີວິດ ການເປັນຢູ່ທາງດ້ານຈິດວິນຍານ ຂອງຊາວ ຫວຽດນາມ ຜ່ານວັດທະ ນະທຳ ພື້ນເມືອງ.
 
ພິເສດ, ຍ້ອນຊຸດສະສົມຊະນິດຕ່າງໆ ຫ໋ຽວຕິນ ຈິ່ງມີເອກະສານ ເພີ່ມ ເຕີມ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ເປັນແຫຼ່ງຂໍ້ມູນປະກອບສ່ວນ ໃຫ້ແກ່ ຫົວຂໍ້ຄົ້ນຄວ້າຂອງຕົນ. ປະຈຸບັນ, ຫ໋ຽວຕິນ ກຳລັງຂຽນກ່ຽວ ກັບ ດິນເຜົາ ບຽນຮວ່າ, ສະນັ້ນ ຊຸດສະສົມດິນເຜົາ ບຽນຮວ່າ ໄດ້ກາຍ ເປັນແຫຼ່ງຂໍ້ ມູນທີ່ມີຊີວິດຊີວາຂອງລາວ. ຫ໋ຽວຕິນ ຖືນີ້ ເປັນວິທີໜຶ່ງ ເພື່ອ “ຕອບບຸນ ແທນຄຸນ” ໃຫ້ບັນດາວັດຖຸສິ່ງຂອງດັ່ງກ່າວ ເຊິ່ງເຮັດ ໃຫ້ຫ໋ຽວຕິນ ມີ ຄວາມເບີກບານມ່ວນຊື່ນທາງດ້ານຈິດໃຈ.
 
ສາມາດເວົ້້າໄດ້ວ່າ ຜ່ານ “ຫໍພິພິທະພັນ” ຂອງ ຫ໋ຽວຕິນ ຈາກຊຸດສະ ສົມຊະນິດຕ່າງໆ ທີ່ວາງສະແດງ ຖືກຊັບຊ້ອນແບບມີ ວິທະຍາສາດ, ນັກສຶກສາຫຼາຍຄົນທີ່ຮຽນໃນຂະແໜງວິຊາ ວັດທະນະທຳ, ທ່ອງ ທ່ຽວ ຫຼື ນັກທ່ອງທ່ຽວຕ່າງປະເທດ ຈະມີໂອກາດ ໄດ້ເຂົ້າໃຈເພີ່ມເຕີມ ກ່ຽວ ກັບວັດທະນະທຳ ຫວຽດນາມ ຜ່ານແຕ່ລະໄລຍະຂອງການພັດທະນາ. ສະຖານທີ່ແຫ່ງນີ້ ຍັງເປັນຈຸດນັດພົບ ໃຫ້ແກ່ຜູ້ຄົນທີ່ມີຄວາມມັກ ຮັກ ກັບຄວາມສວຍງາມທາງດ້ານວັດທະນະທຳ ຂອງ ປະເທດຊາດ ອີກ ດ້ວຍ.

ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top