• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນ​​າມເຂົ້າ​ຮ່ວມງານ​ຕະຫຼາດນັດອຸດ​ສະ​ຫະ​ກຳ​ສະ​ບຽງ​ອາ​ຫານ​ແຖວ​ໜ້າ​ຂອງ​ໂລກ

ວິສາຫະກິດຫວຽດນາມປະມານ 30 ແຫ່ງ ໄດ້ເຂົ້າຮ່ວມແນະນຳບັນດາຜະລິດຕະພັນກະສິກຳທີ່ງານຕະຫຼາດນັດສາກົນອຸດສະຫະກຳສະບຽງອາຫານAnugaປີ 2019 ເຊິ່ງເລີ່ມແຕ່ວັນທີ 05-09 ຕຸລາ, ຢູ່ນະຄອນ Cologne,ປະເທດເຢຍລະມັນ.

ບັນດາຜູ້ແທນທີເຂົ້າຮ່ວມ ງານຕະຫຼາດນັດຖ່ານຮູບລວມໝູ່ (ພາບ: TTXVN) 

ງານຕະຫຼາດນັດສາກົນAnugaແມ່ນງານຕະຫຼາດນັດ ຂົງເຂດສະບຽງອາຫານແຖວໜ້າຂອງໂລກ, ເຊິ່ງໄດ້ເຕົ້າໂຮມບັນດາວິສາຫະກິດໃນທົ່ວໂລກເຂົ້າຮ່ວມກວ່າ 7,500 ແຫ່ງ,ອັນໄດ້ດຶງດູດແຂກຕ່າງປະເທດກວ່າ 165,000 ເທື່ອຄົນເຂົ້າມາຢ້ຽມຊົມແລະຄົ້ນຄ້ວາຜະລິດຕະພັນ. ດັ່ງນັ້ນ, ການເຂົ້າຮ່ວມAnuga 2019 ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມໄດ້ແນະນຳຜະລິດຕະພັນໃຫ້ແກ່ຜູ້ຈຳໜ່າຍສະບຽງອາຫານ, ບັນດາບໍລິສັດ, ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດພັດຕະຄານ, ການບໍລິການໂຮງແຮມໃນທົ່ວໂລກແລະເວົ້າລວມແມ່ນການໂຄສະນາເຜີຍແຜ່ຂະແໜງສະບຽງອາຫານຂອງຫວຽດນາມ.

ໃນໄລຍະດຳເນີນງານຕະຫຼາດນັດ, ແຕ່ລະມື້ກໍ່ມີແຂກມາຢ້ຽມຊົມຮ້ານວາງສະແດງສິນຄ້າຫວຽດນາມນັບພັນເທື່ອຄົນ. ໃນໂອກາດນີ້, ກໍ່ມີຫຼາຍບໍລິສັດໄດ້ລົງນາມບັນດາສັນຍາສັ່ງຊື້ສິນຄ້າທີ່ມີມູນຄ່າສູງເຖິງຫຼາຍລ້ານໂດລາສະຫະລັດ./.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top