• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາກໍ່​ສ້າງພາກ​ພື້ນປອດ​ຢາ​ເສບ​ຕິດ

ຕອນບ່າຍວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຍົກສູງປະສິດທິຜົນໃນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ .

ທ່ານ ເຈຶອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນໄຂກອງປະຊຸມ (ພາບ: anninhthudo.vn)

ກອງປະຊຸມມີການເຂົ້າຮ່ວມຂອງ ຜູ້ແທນ 200 ທ່ານເຊິ່ງເປັນຜູ້ຕາງໜ້າຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຄື: ກຳປູເຈຍ, ລາວ, ຈີນ, ໄທ, ມຽນມາ, ພີລິບປິນ, ຫວຽດນາມ, ອົງການປ້ອງກັນ ແລະ ຕ້ານຢາເສບຕິດ (DEA) ອາເມລິກາ… ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈຶອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ສະເໜີໃຫ້ບັນດາປະເທດເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຍົກສູງບົດບາດຫຼັກແຫຼ່ງໃນການກໍ່ສ້າງບັນດານະໂຍບາຍ, ຍຸດທະສາດຄວບຄຸມກວດກາຢາເສບຕິດໃຫ້ຫຼາຍກ່ວາອີກ, ເຂົ້າຮ່ວມໂດຍກົງປະກອບສ່ວນ ແລະ ແບ່ງປັນບົດບາດຄວາມຮັບຜິດຊອບໃນການລະດົມບັນດາກຳລັງແຮງໃຫ້ແກ່ບັນດາຂໍ້ລິເລີ່ມໃນການປ້ອງກັນ ແລະ ຕ້ານຢາເສບຕິດໃນພາກພື້ນ ແລະ ໂລກ. ທ່ານເຈຶອງຮ່ວາບິ່ງກ່າວວ່າ:

“ທີ່ກອງປະຊຸມຄັ້ງນີ້ ຂ້າພະເຈົ້າຢືນຢັນຄືນຄວາມຕັດສິນໃຈ, ເຈດຕະນາດີ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືກັບອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ຂອງ ສປຊ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຫວຽດນາມ ໄດ້, ພວມ ແລະ ຍາມໃດກໍ່ແມ່ນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບ, ຍາມໃດກໍ່ຮຽງບ່າຮຽງໄຫລ່ພ້ອມກັບບັນດາປະເທດສະມາຊິກໃນພາກພື້ນ ແລະ ໃນໂລກ ປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາ ແລະຂໍ້ຕົກລົງທີ່ບັນລຸໄດ້, ມານະພະຍາຍາມສູ້ຊົນໃຫ້ບັນດາເປົ້າໝາຍລວມຂອງ ພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ສ້າງພາກພື້ນປອດຢາເສບຕິດ”

ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມ, ໃນນັ້ນ ເນັ້ນຫນັກຢ່າງແຮງ: ເລື່ອງບັນດາປະເທດໃນພາກພື້ນ ຄວນສືບຕໍ່ຍົກສູງບົດບາດເປັນເຈົ້າພາທາງໃນການສ້າງບັນດານະໂຍບາຍ, ຍຸດທະສາດຄວບຄຸມຢາເສບຕິດຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top