• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ເຂົ້າ​ຮ່ວມສະ​ພາ​​ຄວາມ​ໝັ້ນ​ຄົງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການມະນຸດສະທຳ ຢູ່ ຊີ​ຣີ

ມາດຕະການຍາວນານເພື່ອຫຼຸດພົ້ນອອກຈາກວິກິດການປະຈຸບັນແມ່ນຊຸກຍູ້ມາດຕະການດ້ານການເມືອງຮອບດ້ານໃຫ້ ຊີຣີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ກອງປະຊຸມປະຈຳເດືອນຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳ ຢູ່ ຊີຣີ (ພາບ: UN)

ໃນວັນທີ 29 ມິຖຸນາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມປະຈຳເດືອນຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳ ຢູ່ ຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ ຊີຣີ ແລະ ເນັ້ນໜັກວ່າຈຳເປັນຕ້ອງມີຄວາມເຫັນດີໃນບັນຫາໜູນຊ່ວຍມະນຸດສະທຳ. ທ່ານ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ ມາດຕະການຍາວນານເພື່ອຫຼຸດພົ້ນອອກຈາກວິກິດການປະຈຸບັນແມ່ນຊຸກຍູ້ມາດຕະການດ້ານການເມືອງຮອບດ້ານໃຫ້ ຊີຣີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ໃນກໍ່ວັນດຽວກັນ, ສະພາຄວາມໝັ້ນຄົງກໍ່ເຫັນດີຮັບຮອງເອົາມະຕິ 2530 ວ່າດ້ວຍການຕໍ່ກຳນົດເວລາໜ້າທີ່ໃຫ້ກຳລັງຜູ້ສັງເກດການຂອງສະຫະປະຊາຊາດຢູ່ ພູພຽງ Golan ເຖິງວັນທີ 31 ທັນວາ ປີ 2020 ເພື່ອສືບຕໍ່ການໜູນຊ່ວຍຮັກສາຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຊີຣີ ແລະ  ຕິດຕາມກວດກາ ການປະຕິບັດຂໍ້ຕົກລົງຖອນກຳລັງຂອງ ສອງປະເທດນີ້ຢູ່ພູພຽງ Golan.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top