• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ການ​ເມືອງ​ຜັນປ່ຽນຢູ່ ກີ​ເນ - ບິດ​ຊາວ

ວັນທີ 10 ສິງຫາສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການກີເນ - ບິດຊາວ ແລະ ການປະຕິບັດໜ້າທີ່ຂອງ ສປຊຢູ່ກີເນ - ບິດຊາວ (UNIOGBIS) ໃນ 6 ເດືອນທີ່ຜ່ານມາ. 

ທ່ານ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຮ່ວມມືກັນ, ຫຼຸດຜ່ອນຄວາມແຕກຕ່າງກັນ, ມານະພະຍາຍາມປະຕິບັດການໄກ່ເກ່ຍບັນຫາລະຫວ່າງຊາດ, ສືບຕໍ່ປະຕິບັດບັນດາການປະຕິຮູບທີ່ສຳຄັນ ໃນສົນທິສັນຍາ Conarky, ສົນທິສັນຍາສ້າງສະຖຽນລະພາບ ແລະ ວິວັດຂະບວນການປະຕິບັດ 6 ຈຸດຂອງປະຊາຄົມເສດຖະກິດ ອາຟຼິກກາຕາເວັນຕົກ. ທ່ານກໍ່ເນັ້ນໜັກເຖິງໜ້າທີ່ປົກປ້ອງສາມັນຊົນ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ, ຊາວໜຸ່ມ ໃນການວາງແຜນກຳນົດນະໂຍບາຍ ແລະ ພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ກີເນ - ບິດຊາວໃນບັ້ນຕໍ່ສູ້ຕ້ານໂລກລະບາດ Covid – 19, ຢ້ຳຄືນເຖິງການສະໜັບສະໜູນຂອງຫວຽດນາມໃນການປະຕິບັດມະຕິເລກທີ 2512 (2020) ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ເຂດກີເນ - ບິດຊາວ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top