• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ແບນ​ຊິກຮ່ວມ​ມື​ໃນ​ຂົງ​ເຂດກວດ​ສອບ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Brussels ປະເທດ ແບນຊິກ, ວັນທີ 26 ກຸມພາ, ຄະນະຜູ້ແທນຂັ້ນສູງຂອງ ອົງການກວດສອບແຫ່ງລັດ ຫວຽດນາມ ໂດຍທ່ານ ໂຮ່ດຶກເຟີກ ປະທານອົງການກວດສອບແຫ່ງລັດນຳໜ້າ, ໄດ້ມີການເຮັດວຽກກັບ ອົງການກວດສອບບັນຊີລາຊະອານາຈັກແບນຊິກ ໂດຍທ່ານ Philippe Roland ປະທານອົງການກວດສອບບັນຊີເປັນປະທານໃນການຕ້ອນຮັບ.

ທ່ານ ໂຮ່ດຶກເຟີກ ປະທານອົງການກວດສອບແຫ່ງລັດນຳໜ້າ ແລະ ທ່ານ Philippe Roland ປະທານອົງການກວດສອບບັນຊີ ແບນຊິກ (ພາບ: TTXVN)

ທີ່ການເຮັດວຽກ, ສອງຝ່າຍໄດ້ສະແດງຄວາມກຽມພ້ອມໃນການຊຸກຍູ້ການຮ່ວມມືລະຫວ່າງ ອົງການກວດສອບບັນຊີ ແບນຊິກ ແລະ ອົງການກວດສອບແຫ່ງລັດ ຫວຽດນາມ ໃນຂົງເຂດຄື: ແບ່ງປັນບົດຮຽນປະສົບການ, ຄວາມຮູ້, ບັນດາວິທີການກວດສອດບັນຊີເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານ ໂຮ່ດຶກເຟີກ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະປະຕິບັດງານດ້ານວິຊາສະເພາະກ່ຽວກັບບັນດາຫົວຂໍ້ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ວາອີກ. ພ້ອມທັງ ປາດຖະໜາວ່າ ອົງການກວດສອບບັນຊີ ແບນຊິກ ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງອົງການ INTOSAI ແລະ EUROSAI ຈະສະເໜີການໜູນຊ່ວຍໃຫ້ແກ່ອົງການກວດສອບແຫ່ງລັດ ຫວຽດນາມ ກ່ຽວກັບຂົງເຂດ ກວດສອບບັນຊີລັດຖະບານ ເຊິ່ງເປັນທ່າແຮງຂອງ ອົງການກວດສອບບັນຊີ ແບນຊິກ.

        ແລະກໍ່ໃນຂອບເຂດການເຮັດວຽກ, ບັນດາຫົວໜ້າກົມທີ່ຕາງໜ້າໃຫ້ແກ່ອົງການກວດສອບບັນຊີແບນຊິກ ໄດ້ແບ່ງປັນປະສົບການຕ່າງໆ ທີ່ເປັນຜົນປະໂຫຍດໃຫ້ແກ່ອົງການກວດສອບແຫ່ງລັດ ຫວຽດນາມ ກ່ຽວກັບການ ກວດສອບບັນຊີເຕັກໂນໂລຢີ - ຂໍ້ມູນຂ່າວສານ ແລະ ການກວດສອບບັນຊີເຄື່ອນໄຫວ, ພ້ອມທັງປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບບັນຊີແບນຊິກຈະນັບມື້ນັບພັດທະນາ, ແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top