• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​​ຊຸກ​ຍູ້ການ​ຮ່ວມ​ມື​ຮອບ​ດ້ານ

ທ່ານ ຫງວຽນຊວັນທັງ, ເລຂາສູນກາງພັກ, ປະທານສະພາທິດສະດີສູນກາງ, ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ວໍຊິງຕັນ ໃນລະຫວ່າງ ວັນທີ 10 -12 ກໍລະກົດ 2019.

ທ່ານ ຫງວຽນຊວັນທັງ - ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພົບປະກັບທ່ານ Walter Lohman - ຜູ້ອຳນວຍການສູນຄົ້ນຄ້ວາ Heritage Foundation. (ພາບ: TTXVN)
 

ທ່ານ ຫງວຽນຊວັນທັງ ແລະ ຄະນະປະຕິບັດງານໄດ້ພົບປະ ແລະ ແລກປ່ຽນກັບຜູ້ຕາງໜ້າວົງການການເມືອງ ອາເມລິກາ, ນັກນິຕິບັນຍັດ, ນັກຊ່ຽວຊານວາງແຜນກຳນົດ, ໃຫ້ຄຳປຶກສາດ້ານການເມືອງ.

ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບມີປະສິດທິຜົນກ່ວາອີກ, ພິເສດໃນຂົງເຂດການເມືອງ - ການພົວພັນທາງການທູດ, ເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ ແລະ ການສຶກສາ, ພົວພັນແລກປ່ຽນປະຊາຊົນ… ພ້ອມທັງ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບົດບາດຂອງ ອາເມລິກາ ຢູ່ພາກພື້ນ ອາຊີ - ປາຊີຟິກ ໃນສະພາບການປັດຈຸບັນ, ປຶກສາຫາລືກ່ຽວກັບບັນດາວິທີການຊຸກຍູ້ການພົວພັນເສດຖະກິດ ການຄ້າ ລະຫວ່າງ ສອງປະເທດ, ດຶງດູດການລົງທຶນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີຂອງ ອາເມລິກາ ເຂົ້າ ຫວຽດນາມ.

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານ ຫງວຽນຊວັນທັງ ໄດ້ພົບປະກັບການນຳ, ບັນດາສາດສະດາຈານ ແລະ ນັກວິທະຍາສາດ ຂອງ ມະຫາວິທະຍາໄລການພົວພັນສາກົນ Elliot School, ມະຫາວິທະຍາໄລ George Washington, ແລະ ບາງອົງການວິທະຍາສາດ ສຶກສາຕ່າງໆຂອງ ອາເມລິກາ ເພື່ອສືບຕໍ່ເພີ່ມທະວີຍູ້ແຮງຮ່ວມມືການຄົ້ນຄ້ວາ ແລະ ບຳລຸງສ້າງກ່ຽວກັບວິທະຍາສາດການຊີ້ນຳ, ຄຸ້ມຄອງ, ນະໂຍບາຍສາທາລະນະ, ການພົວພັນສາກົນ ແລະ ຄວາມໝັ້ນຄົງຍຸດທະສາດ…

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top