• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ຊາວ ສ.ອາບຟ​ຼິ​ກາ​ກາງ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການເຈລະຈາ, ໄປຄຽງຄູ່ກັນນັ້ນ ຄວນຍົກສູງຄວາມສຳຄັນຂອງ ການຮ່ວມມືໃນພາກພື້ນເພື່ອແນໃສ່ແກ້ໄຂສາຍເຫດກົກປ່າຍຂອງ ການປະທະກັນ.
ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 18 ຕຸລາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳໄລຍະ ກ່ຽວກັບສະພາບການຢູ່ ສ.ອາບຟຼິກາກາງ. ກ່າວຄຳຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ, ພ້ອມກັບບັນດາສະມາຊິກຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມຊົມເຊີຍ ຕໍ່ຖະແຫຼງການຢຸດຍິງແບບພຽງລຳພັງຝ່າຍດຽວຂອງ ອຳນາດການປົກຄອງ ສ.ອາບຟຼິກາກາງ ໃນວັນທີ 15 ຕຸລາທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາກຸ່ມປະກອບອາວຸດ ມີຖະແຫຼງການທີ່ຄ້າຍຄືກັນ. ຕໍ່ໜ້າບັນດາສິ່ງທ້າທາຍຈາກການຂາດສະຖຽນລະພາບ, ຄວາມທຸກຍາກອຶດຫິວ, ບໍ່ມີບ່ອນພັກພາອາໄສ… ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການເຈລະຈາ, ໄປຄຽງຄູ່ກັນນັ້ນ ຄວນຍົກສູງຄວາມສຳຄັນຂອງ ການຮ່ວມມືໃນພາກພື້ນເພື່ອແນໃສ່ແກ້ໄຂສາຍເຫດກົກປ່າຍຂອງ ການປະທະກັນ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງເພີ່ມທະວີການໜູນຊ່ວຍສາກົນ ຕໍ່ຊາວສ.ອາບຟຼິກາກາງ ເພື່ອເປົ້າໝາຍສະຖຽນລະພາບ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top