• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຄວບ​ຄຸມ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ຂອ​ບ​ເຂດ​ທົ່ວ​ປະ​ເທດໄດ້​ໂດຍ​ພື້ນ​ຖານ

ຕອນເຊົ້າວັນທີ 17 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນປະທານກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆໃນທົ່ວປະເທດ ກ່ຽວກັບໝາກຜົນເບື້ອງຕົ້ນຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຮອບທີ 4 ແຕ່ວັນທີ 27 ເມສາ 2021 ມານີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ການແຜ່ລະບາດຮອບທີ 4 ນີ້ແມ່ນມີຄວາມສັບສົນທີ່ສຸດ, ມີການຜັນແປຢ່າງໄວວາ ແລະ ອັນຕະລາຍ; ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດອິນຊີ, ສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນ ແລະ ທຸກດ້ານໃນເສດຖະກິດ - ສັງຄົມຂອງປະເທດຊາດ. ແຕ່ຍ້ອນມີຄວາມຕັດສິນໃຈສູງ, ຄວາມເຫັນດີເປັນເອກະພາບ, ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ, ຂອງປະຊາຊົນ, ສະພາບໂລກລະບາດໂຄວິດ - 19 ໃນທົ່ວປະເທດໄດ້ຮັບການຄວບຄຸມໂດຍພື້ນຖານ.

        ກ່າວສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການຜັນປ່ຽນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນໄລຍະຜ່ານມາ ຈະສືບຕໍ່ໄດ້ພິສູດໃຫ້ເຫັນວ່າ ວຽກງານປ້ອງກັນ, ຕ້ານໂລກລະບາດພວມໄປຖືກທິດ ແລະ ບັນລຸໄດ້ໝາກຜົນອັນຕັ້ງໜ້າ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ຈົ່ງເປັນເຈົ້າການກໍ່ສ້າງ ແລະ ຈັດຕັ້ງແຜນການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໄດ້ຢ່າງມີປະສິດທິຜົນ. ສືບຕໍ່ນຳເຂົ້າວັກຊິນກັນພະຍາດໂຄວິດ - 19 ແລະ ຊຸກຍູ້ການຜະລິດວັກຊິນພາຍໃນປະເທດ; ມີມາດຕະການສັງລວມ, ລະດົມແຫຼ່ງກຳລັງສັງຄົມເຂົ້າຮ່ວມວຽກງານຊ່ວຍໜູນສັງຄົມ. ທ້ອງຖິ່ນແຫ່ງຕ່າງໆ ສືບຕໍ່ເປັນເຈົ້າການ, ອັບເດັດສະພາບການໂລກລະບາດໃນບໍລິເວນເປັນປະຈຳ, ກໍ່ສ້າງ ແລະ ຜັນຂະຫຍາຍແຜນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສູ້ຊົນບັນລຸບັນດາເປົ້າໝາຍ, ຄາດໝາຍຂອງປີ 2021 ທີ່ໄດ້ວາງອອກໃຫ້ຢູ່ໃນລະດັບສູງສຸດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top