• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ກວດ​ພົບ​ຜູ້​ຕິດ​ເຊື້ອ ໂຄວິດ 19 ເພີ່​ມ ອີກ 4 ກໍ​ລະ​ນີ

ຮອດ 18 ໂມງຂອງວັນທິ 9 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອ ໂຄວິດ 19 ເພີ່ມ ອີກ 4 ກໍລະນີ,ຍົກຍອດຈຳນວນຜູ້ຕິດເຊື້ອ ໂຄວິດ 19  ຢູ່ ຫວຽດນາມ ຂຶ້ນເປັນ 255 ກໍລະນີ, ໃນນັ້ນ ມີ 128 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.

ການເຮັດອະນາໄມຂ້າເຊື້ອ ແລະ ປິດລ້ອມບ້ານຮະໂລຍ, ຕາແສງເມລິງ, ຮ່າໂນ້ຍ (ພາບ: TTXVN)

 ກ່ອນຫນ້ານັ້ນ ວັນທີ 8 ເມສາ, ຄະນະຊີ້ນຳວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ໄດ້ເຫັນດີເປັນເອກະພາບວ່າ ຕ້ອງຢຶດໝັ້ນຕໍ່ 5 ຫຼັກການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 ທີ່ໄດ້ປະຕິບັດມານັບແຕ່ຫົວທີຈົນຮອດປັດຈຸບັນ ເຊິ່ງລວມມີ: ສະກັດກັ້ນ, ກວດພົບຜູ້ຕິດເຊື້ອ, ແຍກຕົວ, ຈຳກັດຂອບເຂດ, ດັບມອດໂລກລະບາດ. ນີ້ແມ່ນຍຸດທະສາດບໍ່ປ່ຽນແປງ, ຕ້ອງປະຕິບັດຢ່າງຂ້ຽວຂາດ, ບໍ່ປະໝາດ ແລະ ຕ້ອງມີສະຕິລະວັງຕົວ.

ປັດຈຸບັນ, ຫວຽດນາມ ພວມຄວບຄຸມໂລກລະບາດໄດ້ຕາມແຜນການທີ່ຄາດຄະເນໄວ້ ແລະ ໃນໄລຍະຈະມາເຖິງ ຈະປະກົດມີຜູ້ຕິດເຊື້ອໃໝ່ໃນຊຸມຊົນຕື່ມອີກ. ຄະນະຊີ້ນຳວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ກໍເຫັນດີເປັນກະພາບຕໍ່ຫຼັກການທີ່ວ່າ ຕ້ອງເພີ່ມທະວີການປົກປ້ອງໃຫ້ແກ່ບັນດາກຳລັງທີ່ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ, ບໍ່ສະເພາະແຕ່ຕຳຫຼວດ, ສາທາລະນະສຸກ, ກອງທັບ ເທົ່ານັ້ນ ຫາກຍັງນັບທັງສະມາຄົມນັກຮົບເກົ່າ, ຄະນະຊາວໜຸ່ມ, ສະຫະພັນແມ່ນຍິງ ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ທ້ອງຖິ່ນອີກດ້ວຍ.

 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top