• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມືໃນ​ຂົງ​ເຂດ​ສ​ຳ​ເນົາ​ເອ​ກະ​ສານ

ພິທີລົງນາມບົດບັດທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືປີ 2020 ລະຫວ່າງ ກົມສຳເນົາເອກະສານ ແຫ່ງລັດ (ກະຊວງພາຍໃນ ຫວຽດນາມ) ແລະ ກົມສຳເນົາເອກະສານແຫ່ງລັດ (ກະຊວງພາຍໃນລາວ) ໄດ້ດຳເນີນໃນຕອນບ່າຍວັນທີ 3 ທັນວາ, ຢູ່ຮ່າໂນ້ຍ.


ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດກ່າວຄຳເຫັນທີ່ພິທີ

(ພາບ: ກົມສຳເນົາເອກະສານ ຫວຽດນາມ) 


ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພິເສດແມ່ນປະຕິບັດການດັດແປງເອກະສານພາສາຝລັ່ງທີ່ພວມເກັບຮັກສາຢູ່ ກົມສຳເນົາເອກະສານ ແຫ່ງລັດລາວ, ມຸ່ງໄປເຖິງການແລກປ່ຽນບັນຊີລາຍຊື່ ແລະ ເອກະສານທີ່ກ່ຽວຂ້ອງເຖິງປະຫວັດສາດຂອງສອງປະເທດ. ຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານຂົງເຂດ ເອກະສານ, ສຳເນົາເອກະສານ, ແລກປ່ຽນ ເອກະສານ ແລະ ບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ເອກະສານວິຊາສະເພາະ… ບັນດາເນື້ອໃນບົດບັນທຶກຊ່ວຍຈຳຈະໄດ້ຮັບການຜັນຂະຫຍາຍໂດຍບັນດາການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ປະເທດຊາດ ແລະ ປະກອບສ່ວນນຳການພົວພັນພິເສດທີ່ຫາຍາກໃນໂລກນີ້ລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ຕາມທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດ ແລ້ວ, ບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືປີ 2020 ຈະສືບຕໍ່ແມ່ນພື້ນຖານເພື່ອໃຫ້ ກົມ ສຳເນົາເອກະສານແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງລັດ ລາວ ປະຕິບັດບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ, ອັນໄດ້ສ້າງເປັນຜົນງານໃໝ່ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດສຳເນົາ ເອກະສານ. ກົມ ສຳເນົາເອກະສານແຫ່ງລັດ ຫວຽດນາມຈະ ມານະພະຍາຍາມໜູນຊ່ວຍກົມສຳເນົາເອກະສານ ແຫ່ງລັດລາວ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ຮັບການລົງນາມ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top