• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຍີ່​ປຸ່ນ​ຢູ້​ແຮງ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

ຕອນເຊົ້າວັນທີ 13 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Kunio Umeda, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ຫວຽດນາມ. 

ການພົບປະ ລະຫວ່າງ ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ (ພາບ:qdnd.vn)

ທີ່ການຕ້ອນຮັບ, ທ່ານ ພົນໂທ ຫງວຽນຈິວິ້ງ ແລະ ທ່ານ Kunio Umeda ໄດ້ແລກປ່ຽນກ່ຽວກັບການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ ແລະ ທາດພິດສີສົ້ມ/ດີໂອຊິນ ພາຍຫຼັງສົງຄາມຢູ່ ຫວຽດນາມ. ທ່ານ ພົນໂທ  ຫງວຽນຈິວິ້ງ ໄດ້ຢັ້ງຢືນວ່າ ຍີ່ປຸ່ນແມ່ນໜຶ່ງໃນບັນດາປະເທດຊ່ວຍເຫຼືອຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມດ້ວຍຈິດໃຈທີ່ມີຄວາມເຈດຕະນາດີ, ເປັນເຈົ້າການ ແລະ ມີປະສິດທິຜົນທີ່ສຸດ, ສະເໜີໃຫ້ບັນດາອົງການຂອງ ຍີ່ປຸ່ນ ສົມທົບກໍ່ສ້າງແຜນການຮ່ວມມືໃນໄລຍະສັ້ນ ແລະ ໄລຍະຍາວ ກ່ຽວກັບການ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານພົນໂທ ຫງວຽນຈິວິ້ງ ຖືວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າຍູ້ແຮງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຕາມບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ, ໃນນັ້ນຕ້ອງເອົາໃຈໃສ່ເຖິງການຮ່ວມມືບຳລຸງສ້າງ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມກ່ວາອີກ.

ແລະກໍ່ໃນການຕ້ອນຮັບ, ທ່ານພົນໂທ ຫງວຽນຈິວິ້ງ ໄດ້ຢັ້ງຢືນວ່າ ກະຊວງປະກັນປະເທດ ຫວຽດນາມຍາມໃດກໍ່ສະໜັບສະໜູນຍີ່ປຸ່ນເພີ່ມທະວີການຮ່ວມມືກັບອາຊຽນ, ສະເໜີໃຫ້ຍີ່ປຸ່ນຕັ້ງໜ້າເຂົ້າຮ່ວມ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ, ທາບທາມຄຳເຫັນຊ່ວຍໃຫ້ ຫວຽດນາມຈັດຕັ້ງສຳເລັດບັນດາກອງປະຊຸມ ແລະ ບັນດາການເຄື່ອນໄຫວໃນປີທີ່ ຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ 2020

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top