• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອາເມລິກາຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລ

      ວັນທີ 20 ສິງຫາ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານພົນໂທຟ້າມຫງອັກມິງ, ຮອງຫົວໜ້າເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານນາງ Tammy Duckworth, ສະມາຊິກສະພາສູງອາເມລິກາເນື່ອງໃນໂອກາດທ່ານ ນາງ ມາຢ້ຽມຢາມແລະເຮັດວຽກ ຢູ່ຫວຽດນາມ.

ການຕ້ອນຮັບທ່ານນາງ Tammy Duckworth, ສະມາຊິກສະພາສູງອາເມລິກາ (ພາບ: Bienphong) 
      ນະທີ່ນີ້, ທ່ານພົນໂທຟ້າມຫງອັກມິງຢັ້ງຢືນວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນປະເທດສອງຝ່າຍລະຫວ່າງຫວຽດນາມແລະອາເມລິການັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຄວາມອາດສາມາດ, ຄວາມຕ້ອງການຂອງແຕ່ລະປະເທດ. ໃນການພົວພັນກັບອາເມລິກາ, ຍາມໃດຫວຽດນາມກໍ່ຖືເປັນສຳຄັນແລະ ໃຫ້ບູລິມະສິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາທະຫານທີ່ຫາຍສາບສູນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ແກ້ໄຂມົນລະພິດ dioxin.
        ທ່ານນາງ Tammy Duckworth ໃຫ້ຮູ້ວ່າອາເມລິກາຈະສືບຕໍ່ຮ່ວມມືກັບຫວຽດນາມໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລຊ່ວຍເຫຼືອຫວຽດນາມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດໃຫ້ຖືກຕ້ອງຕາມແຜນການ ແລະບັນດາຂົງເຂດອື່ນທີ່ສອງຝ່າຍໃຫ້ຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top