• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ IPU

      ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ, ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 137 (IPU - 137) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterbourg, ສະຫະພັນລັດເຊຍ. ທີ່ກອງປະຊຸມນີ້, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ IPU. ບົດລວບລວມຂອງນັກຂ່າວ VOV.

(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
      ການເຂົ້າຮ່ວມ IPU – 137 ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ດຳເນີນໄປຕາມຄຳເຊີນຂອງທ່ານປະທານ IPU, Saber Chowdhury, ທ່ານປະທານສະພາສະຫະພັນລັດເຊຍ Valentina Ivanovna Matviyenko ແລະ ທ່ານປະທານສະພາດູມາແຫ່ງຊາດ, ສະຫະພັນລັດເຊຍ Vyacheslav Volodin.
ຫວຽດນາມພ້ອມກັບບັນດາປະເທດສູ້ຊົນເພື່ອສັນຕິພາບ ແລະ ພັດທະນາ
        ເຂົ້າຮ່ວມ IPU – 137, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມທຸກໆເນື້ອໃນຂອງໂຄງການດຳເນີນງານ, ໃນນັ້ນມີບົດລາຍງານໂດຍຫຍໍ້ໝາກຜົນກອງປະຊຸມຫົວເລື່ອງສະເພາະພາກພື້ນອາຊີ - ປາຊີຟິກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຄື່ອນໄຫວຂອງບັນດານັກສ້າງກົດໝາຍທີ່ຫາກໍ່ໄດ້ຮັບການຈັດຕັ້ງຢູ່ນະຄອນໂຮ່ຈິມິນ; ບັນດາຄຳກ່າວປາໄສ, ຂໍ້ສະເໜີແນະເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ປະຈຳການ IPU; ເວທີປາໄສສະມາຊິກລັດຖະສະພາໜຸ່ມ. ພິເສດແມ່ນບົດກ່າວປາໄສຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ວາລະປຶກສາຫາລືລວມຂອງກອງປະຊຸມສະມັດຊາໃຫຍ່ ດ້ວຍຫົວຂໍ້ “ຊຸກຍູ້ການຫັນວັດທະນະທຳ ແລະ ສັນຕິພາບເປັນຫຼາຍຮູບຫຼາຍແບບ ແລະ ສັນຕິພາບຜ່ານການເຈລະຈາລະຫວ່າງບັນດາສາສະໜາ ແລະ ເຜົ່າພັນ” ເຊິ່ງໄດ້ຮັບຄວາມສົນໃຈຈາກລັດຖະສະພາບັນດາປະເທດສະມາຊິກ. ທ່ານນາງປະທານສະພາແຫ່ງຊາດເນັ້ນໜັກວ່າ, ບໍ່ພຽງແຕ່ມີນ້ຳໃຈອະນຸໂລມ, ການເຈລະຈາຢ່າງຈິງໃຈ, ເຄົາລົບ, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຊາດ, ບັນດາສາສະໜາເທົ່ານັ້ນ ຈຶ່ງສາມາດນຳມາເຊິ່ງສັນຕິພາບໃຫ້ແກ່ໂລກ. ຫວຽດນາມ ແມ່ນປະເທດມີຫຼາຍຊົນເຜົ່າ, ຫຼາຍສາສະໜາ. ໃນປະວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ບັນດາຊົນເຜົ່າ, ສາສະໜານັ້ນ ລ້ວມແຕ່ຮ່ວມດຳລົງຊີວິດປອງດອງກັນ, ທັງພ້ອມກັນພັດທະນາ, ພ້ອມທັງພ້ອມກັນສ້າງພຶ້ນຖານວັດທະນະທຳລວມຂອງຊາດຫວຽດນາມ…
        “ຢູ່ຫວຽດນາມ, ສິດສະເໝີພາບລະຫວ່າງບັນດາຊົນເຜົ່າ, ບັນດາສາສະໜາ ໄດ້ຮັບການຢັ້ງຢືນໃນຂອງລັດຖະທຳມະນູນສະບັບຕ່າງໆ. ປີ 2013, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາລັດຖະທຳມະນູນສະບັບໃໝ່, ໃນນັ້ນສືບຕໍ່ຢືນຢັນວ່າ ຫວຽດນາມ ແມ່ນປະເທດເອກະພາບຂອງບັນດາຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ບັນດາຊົນເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມພັດທະນາ, ຫ້າມທຸກການກະທຳທີ່ຈຳແນກ, ແບ່ງແຍກຊົນເຜົ່າ. ລັດປະຕິບັດນະໂຍບາຍພັດທະນາຢ່າງຮອບດ້ານ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາເຜົ່າສ່ວນໜ້ອຍພັດທະນາກຳລັງພາຍໃນ, ພ້ອມກັນພັດທະນາກັບປະເທດຊາດ”.
        ເພື່ອຊຸກຍູ້ການຫັນວັດທະນະທຳເປັນຫຼາຍຮູບຫຼາຍສີຜ່ານການເຈລະຈາສັນຕິພາບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ IPU ສືບຕໍ່ສົ່ງເສີມບັນດາລັດຖະສະພາສະມາຊິກຕັ້ງໜ້າກວດກາ, ຍົກເລີກບັນດາຂໍ້ມາດຕາດ້ານກົດໝາຍ, ຂໍ້ກຳນົດທີ່ມີລັກສະນະຈຳແນກການປະພຶດ, ຮັບປະກັນການເຂົ້າຮ່ວມຂອງບັນດາພາກສ່ວນສັງຄົມເຂົ້າໃນຊີວິດທາງດ້ານການເມືອງ, ເສດຖະກິດ, ສັງຄົມຂອງປະເທດຊາດ. ສົ່ງເສີມບັນດາປະເທດເຂົ້າຮ່ວມການສ້າງບັນດາມາດຕະຖານຕີລາຄາກ່ຽວກັບປະສິດທິຜົນນະໂຍບາຍກົດໝາຍສຳລັບບັນດາກຸ່ມຊົນເຜົ່າ, ເຜົ່າພັນ ແລະ ບັນດາສາສະໜາ ເພື່ອແນໃສ່ຮັບປະກັນຄວາມສະເໝີພາບ, ຄວາມຍຸຕິທຳໃຫ້ທຸກໆຄົນໃນສັງຄົມ.
        “ສະເໜີໃຫ້ IPU ສົ່ງເສີມບັນດາລັດຖະສະພາສະມາຊິກ ຕັ້ງໜ້າສ້າງ ແລະ ສ້າງກອບກົດໝາຍໃຫ້ສົມບູນແຍຍຮັບປະກັນສິດສະເໝີພາບຂອງບັນດາຊົນເຜົ່າ, ບັນດາສາສະໜາຕໍ່ໜ້າກົດໝາຍ, ສ້າງພື້ນຖານດ້ານກົດໝາຍຢ່າງໝັ້ນຄົງເພື່ອປົກປັກຮັກສາ, ເສີມຂະຫຍາຍວັດທະນະທຳຂອງຊາດ, ຄວາມເສລີໃນການເຊື່ອຖືສາສະໜາ, ແກ້ໄຂຄວາມກົມກຽວທາງດ້ານຜົນປະໂຫຍດຂອງປະຊາຊົນ, ຂອງປະຊາຄົມ ພ້ອມກັບຜົນປະໂຫຍດຂອງປະເທດຊາດ ໃນການພັດທະນາ. ພ້ອມທັງ, ເພີ່ມທະວີການຕິດຕາມກວດກາການປະຕິບັດບັນດານະໂຍບາຍຂອງລັດຖະບານ ເພື່ອແນໃສ່ປົກປ້ອງສິດ, ຜົນປະໂຫຍດຂອງປະຊາຊົນ, ມີການປະພຶດດ້ວຍຄວາມຍຸຕິທຳ, ສະເໝີພາບກັບທຸກໆພາກສ່ວນສັງຄົມ, ຈາກບັນດາຊົນເຜົ່າ, ສາສະໜາ, ບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ຜ່ານນັ້ນ, ປະກອບສ່ວນປັງປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.
        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ສະເໜີໃຫ້ລັດຖະສະພາບັນດາປະເທດ ພ້ອມກັນຜັນຂະຫຍາຍບັນດາໂຄງການເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ແລະ ລະດັບຄວາມສຳຄັນຂອງບັນດາການເຈລະຈາວັດທະນະທຳຫຼາກຫຼາຍສີສັນ, ຫຼາຍສາສະໜາໃນທົ່ວໂລກ; ຍົກສູງຄວາມຮູ້ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມກັນສູ້ຊົນເພື່ອສັນຕິພາບ ແລະ ພັດທະນາ.
ຍາມໃດຫວຽດນາມກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ IPU
        ສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງ IPU ຢ່າງເປັນທາງການນັບແຕ່ເດືອນ ເມສາ ປີ 1979. ນັບແຕ່ນັ້ນມາຮອດປະຈຸບັນ, ພ້ອມກັບທ່າອ່ຽງເປີດກວ້າງປະຊາທິປະໄຕຢູ່ IPU, ຍາມໃດຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ເວທີປາໄສນີ້ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ ແລະ ພາກພື້ນ. ສະພາແຫ່ງຊາດຫວຽດນາມ ໄດ້ຮັບດຳລົງຕຳແໜ່ງປະທານກຸ່ມປົກຄອງທີ່ດິນ ອາຊີ - ປາຊີຟິກ ແລະ ກຸ່ມອາຊຽນ +3 ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ IPU (2006, 2010 ແລະ ປີ 2016). ເດືອນ ຕຸລາ 2007, ກອງປະຊຸມ IPU ຖືກດຳເນີນຢູ່ເຊີແນວ, ປະເທດສະວິດ. ເປັນຄັ້ງທຳອິດຜູ້ຕາງໜ້າສະພາແຫ່ງຊາດຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເຂົ້າຄະນະບໍລິຫານງານ - ອົງການຊີ້ນຳສຸງສຸດຂອງ IPU. ພິເສດ, ໃນເດືອນ ເມສາ ປີ 2015, ສະພາແຫ່ງຊາດຫວຽດນາມ ໄດ້ຮັບດຳລົງຕຳແໜ່ງປະທານ ແລະ ຈັດຕັ້ງກອງປະຊຸມ IPU – 132 ດ້ວຍເລື່ອງຮັບຮອງເອົາຖະແຫຼງການຮ່າໂນ້ຍ, ປະກອບສ່ວນສຳຄັນເຂົ້າໃນວິວັດການສ້າງໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ.
        ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ IPU ແລະ ປະກອບສຽງເວົ້າທີ່ເວທີປາໄສລັດຖະສະພາຫຼາຍຝ່າຍໃຫຍ່ກວ່າໝູ່ໃນໂລກ, ຍາມໃດກໍ່ໄດ້ຮັບການຢືນຢັນວ່າແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນບັນດາການພົວພັນຕ່າງປະເທດລັດຖະສະພາຫຼາຍຝ່າຍຂອງສະພາແຫ່ງຊາດຫວຽດນາມ. ດ້ວຍບັນດາການປະກອບສ່ວນໃນໄລຍະ 38 ປີນັບແຕ່ເມື່ອສະພາແຫ່ງຊາດຫວຽດນາມ ເຂົ້າເປັນສະມາຊິກ IPU ຢ່າງເປັນທາງການ ໄດ້ຊີ້ໃຫ້ເຫັນວ່າ, ຍາມໃດຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະພັນລັດຖະສະພາສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top