• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຫວຽດນາມສືບຕໍ່ປ່ຽນແປງໃໝ່ຮອບດ້ານພື້ນຖານເສດຖະກິດ

ກ່າວປາໄສຕໍ່ໜ້າຜູ້ແທນ 1000 ຄົນທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ການນຳບັນດາທະນາຄານອາຊີ 2016 (The Asian Banker Summit 2016) ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ພຶດສະ ພາ ທີ່ຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ຢືນຢັນຈະສືບຕໍ່ປ່ຽນແປງໃໝ່ຮອບດ້ານພື້ນຖານ ເສດຖະກິດ ແລະ ໃຫ້ຄຳໝັ້ນໝາຍຈະສ້າງເງື່ອນໄຂ ແລະ ອຳນວຍ ຄວາມສະດວກທີສຸດໃຫ້ແກ່ບັນດານັກລົງທຶນ. 
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຫົວຂໍ້ ຂອງ ກອງປະຊຸມຄັ້ງນີ້ແມ່ນ “ບັນດາບາດກ້າວບຸກທະລຸໃໝ່” - ສ່ອງແສງ ໃຫ້ເຫັນວິໄສທັດໄລຍະຍາວ ກັບການຕັດສິນໃຈຈັດຕັ້ງປະຕິບັດ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ກ້າວໄປສູ່ປະຊາຄົມ ການເງິນ-ທະນາຄານໜຶ່ງດຽວ ທີ່ຂະຫຍັນຂັນແຂງ, ມີປະສິດທິຜົນ ແລະ ຜ່ານຜ່າສິ່ງທ້າທາຍເພື່ອພ້ອມກັນພັດທະນາ.

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໃນໄລຍະ 30 ກວ່າປີຜ່ານມາ, ຫວຽດນາມໄດ້ມີຄວາມຕັ້ງໝັ້ນກັບທິດທາງປ່ຽນແປງໃໝ່ຢ່າງຄົບຊຸດ ແລະ ຮອບດ້ານໃນທຸກຂົງເຂດພື້ນຖານເສດຖະກິດ ແລະ ບັນລຸໄດ້ ຜົນສຳເລັດຕ່າງໆທີ່ສຳຄັນ.

ດ້ວຍລະດັບການຈະເລີນເຕີບໂຕສະເລັ່ຍບັນລຸ ໄດ້ປະມານ 6,6% ຕໍ່ປີ, ຫວຽດນາມໄດ້ກາຍເປັນປະເທດທີ່ມີລາຍຮັບປານກາງ, ພື້ນ ຖານເສດຖະກິດໄດ້ຂັບເຄື່ອນຕາມກົນໄກການຕະຫຼາດ, ນຳໃຊ້ຕົວ ແບບການບໍລິຫານທີ່ທັນສະໄໝເທື່ອລະກ້າວ, ຄ່ອຍໆເຂົ້າໃກ້ກັບ ບັນດາບັນທັດຖານ ແລະ ລະບຽບການຂອງສາກົນ. ໃນນັ້ນ, ຂະ ແໜງທະນາຄານຫວຽດນາມ ເປັນໜຶ່ງໃນບັນດາຂະແໜງການນຳ ໜ້າໃນຂະບວນວິວັດຂອງການປ່ຽນແປງໃໝ່, ປະຕິບັດເປັນຢ່າງດີ ບົດບາດເປັນສາຍເລືອດຂອງພື້ນຖານເສດຖະກິດ, ຊ່ວຍໜູນ ແລະ ຊຸກຍູ້ການຈະເລີນເຕີບໂຕ.

ທ່ານນາຍົກລັດຖະມົນຕີເວົ້າວ່າ, ຫວຽດນາມພວມກ້າວເຂົ້າສູ່ ໄລຍະໃໝ່ຂອງຂະບວນການພັດທະນາໃນສະພາບທີ່ເສດຖະກິດ ມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ຖືກຄວບຄຸມຢູ່ໃນ ລະດັບ ຕຳ່ ແລະ ມຸ່ງສູ່ການພັດທະນາແບບໝັ້ນຄົງຍາວນານ ດ້ວຍຈຸດໝາຍ ການຈະເລີນເຕີບໂຕຈີດີປີ (GDP) ບັນລຸ 6,5-7% ໃນໄລຍະ
2016-2020.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວປາໄສທີ່ພິທີເປີດ ກອງປະຊຸມ. 


ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ແລະ ບັນດາທ່ານຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ບັນດາຜູ້ແທນສາກົນເຂົ້າຮ່ວມຟັງການໂອ້ລົມສົນທະນາທີ່ກອງປະຊຸມ. ພາບ: ເຈີ່ນຫວຽດ/VNA
 
ຕາມການຕີລາຄາຂອງກອງທຶນເງິນຕາສາກົນ (IMF), ທະນາຄານ ໂລກ (WB), ທະນາຄານພັດທະນາອາຊີ (ADB), ເສດຖະກິດ ຫວຽດນາມບັນລຸການຈະເລີນເຕີບໂຕຢ່າງໜ້າຊື່ນຊົມ ທັງແມ່ນ ໜຶ່ງໃນສາມປະເທດຢູ່ອາຊີຕາເວັນອອກມີການຈະເລີນເຕີບໂຕ ດີຂຶ້ນ ໃນປີ 2015. ບັນດາອົງການ ການເງິນດັ່ງກ່າວ ກໍໃຫ້ຂໍ້ ສັງເກດວ່າ ເສດຖະ ກິດຫວຽດນາມສືບຕໍ່ໝັ້ນທ່ຽງ ແລະ ຈະເປັນໜຶ່ງໃນ ສອງ ພື້ນຖານເສດຖະກິດ ທີ່ມີການຈະເລີນເຕີບໂຕໄວທີສຸດໃນອາຊີ ຕາເວັນອອກ ສຽງໃຕ້ໃນປີ 2016.

ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ, ລັດຖະບານຫວຽດນາມ ຢືນຢັນຈະສືບຕໍ່ປ່ຽນແປງໃໝ່ຮອບດ້ານ ພື້ນຖານເສດຖະກິດ, ປະຕິ ບັດເຂັ້ມງວດການຄວບຄຸມໄພເງິນເຟີ້ ຢ່າງສະເໝີຕົ້ນສະເໝີປາຍ, ເຮັດໃຫ້ພື້ນຖານເສດຖະກິດມະຫາພາກກັບຄືນສູ່ສະພາບປົກກະຕິ, ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດຕິດພັນກັບ ການຫັນ ປ່ຽນຮູບແບບການຈະເລີນເຕີບໂຕ, ຍົກສູງສະມັດຕະພາບ, ປະສິດ ທິຜົນ ແລະ ຄວາມສາມາດແຂ່ງຂັນເພື່ອເຊື່ອມໂຍງເຂົ້າກັບສາກົນ ແລະ ກ້າວໄປສູ່ການພັດທະນາແບບຍືນຍົງ.

ຫວຽດນາມສືບຕໍ່ຍູ້ແຮງການເຊື່ອມໂຍງກັບສາກົນ, ແຕ່ນີ້ຮອດປີ 2020 ຈະເປີດໂອກາດການຄ້າເສລີກວ້າງຂວາງ ລະຫວ່າງຫວຽດ ນາມກັບ 55 ຄູ່ຮ່ວມມື ຊຶ່ງລວມມີບັນດາສະມາຊິກຂອງ G7 ແລະ 15 ສະມາຊິກຂອງ G20 ອີກດ້ວຍ.

ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກດີທີສຸດໃຫ້ແກ່ບັນດານັກລົງທຶນ, ຄຽງຄູ່ກັບ ນັກລົງທຶນພ້ອມກັນແກ້ໄຂຂໍ້ຫຍຸ້ງຍາກ, ອັດຕັນເພື່ອປະສົບຜົນ ສຳເລັດ.

ກ່າວປາໄສທີ່ພິທີ, ທ່ານເລມິງຮືງ, ຜູ້ວ່າທະນາຄານແຫ່ງລັດ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງນີ້, ຂະແໜງທະນາຄານ ຫວຽດນາມ ຈະສືບ ຕໍ່ຍູ້ແຮງການປະຕິຮູບ, ເຊື່ອມໂຍງກັບລະບົບການເງິນ ພາກພື້ນ ແລະ ໂລກ; ຍົກສູງຄວາມອາດສາມາດຢ່າງບໍ່ຢຸດຢັ້ງ, ນຳໃຊ້ບັນທັດຖານສາກົນ, ຮັບປະກັນສະພາບແວດລ້ອມການແຂ່ງຂັນ ສະເໝີ ພາບ, ເອື້ອອຳນວຍຄວາມສະດວກ ໃຫ້ແກ່ບັນດາ ນັກລົງທຶນຕ່າງປະ ເທດເຂົ້າຮ່ວມໃນຕະຫຼາດຫວຽດນາມ. ທ່ານຜູ້ວ່າເລມິງຮືງ ເປີດ ເຜີຍວ່າ, ໃນໄລຍະຈະມາເຖິງ, ບັນດານັກລົງທຶນຕ່າງປະເທດຈະອອກແຮງເຂົ້າຮ່ວມຢ່າງຂະຫຍັນຂັນແຂງກວ່າອີກ ເຂົ້າໃນຂະບວນ ການປັບປຸງໂຄງປະກອບຄືນໃໝ່ ພ້ອມກັບ ບັນດາທະນາຄານພາຍ ໃນປະເທດ.

     
ຕາມການຕີລາຄາຂອງ IMF ແລະ WB, ຫວຽດນາມຈະເປັນໜຶ່ງ ໃນສອງພື້ນຖານເສດຖະກິດ ທີ່ມີການຈະເລີນເຕີບໂຕໄວທີສຸດໃນ ອາຊີຕາເວນອອກສ່ຽງໃຕ້ໃນປີ 2016.
ໃນພາບ: ດານັງເປັນນະຄອນ ນຳໜ້າໃນທົ່ວປະເທດ ກ່ຽວກັບ ດັດຊະນີຄວາມອາດສາມາດໃນການແຂ່ງຂັນຂັ້ນແຂວງ (PCI).  ພາບ: ກົງດາດ/VNP



ໃນສະພາບດັ່ງກ່າວ, ລັດຖະບານຫວຽດນາມຢືນຢັນຈະສືບຕໍ່ ປ່ຽນແປງໃໝ່ຮອບດ້ານ ພື້ນຖານເສດຖະກິດ, ຄວບຄຸມໄພເງິນເຟີ້, ເຮັດໃຫ້ເສດຖະກິດມະຫາພາກ
ຢູ່ໃນສະພາບປົກກະຕິ, ຍູ້ແຮງ ການປັບປຸງໂຄງປະກອບເສດຖະກິດຄືນໃໝ່. ໃນພາບ: ການປະມູນລາຄາ
ຢູ່ພະແນກປະຊາສຳພັນຫຼັກຊັບຮ່າໂນ້ຍ. ພາບ: ຟ້າມເຮົ້າ/VNA



Nຂະແໜງທະນາຄານຫວຽດນາມຈະຍູ້ແຮງການປະຕິຮູບ, ເຊື່ອມໂຍງ ກັບລະບົບການເງິນພາກພື້ນ ແລະ ໃນໂລກ.
ໃນພາບ: ສຳນັກງານ ທະນາຄານແຫ່ງລັດຫວຽດນາມ. ພາບ: ເຈີ່ນແທງຢາງ/VNP



ບັນດາທະນາຄານຮັບປະກັນສະພາບແວດລ້ອມການແຂ່ງຂັນສະເໝີ ພາບ, ເອື້ອອຳຄວາມສະດວກໃຫ້ແກ່ບັນດານັກລົງທຶນ.
ໃນພາບ: ການເຄື່ອນໄຫວແລກປ່ຽນທີ່ທະນາຄານ VPB. ພາບ: ເຈີ່ນຫວຽດ/VNA

 


Asian Banker Summit ເປັນກອງປະຊຸມປະຈຳປີ ທີ່ໃຫຍ່ສຸດໃນພາກພື້ນ, ເຕົ້າໂຮມຜູ້ແທນຫລາຍກວ່າ 1.000 ຄົນ, ຊຶ່ງແມ່ນຜູ້ນຳ ຂັ້ນສູງຂອງບັນດາອົງການການເງິນ, ທະນາຄານການຄ້າ ມາຈາກ 30 ກວ່າປະເທດຢູ່ພາກພື້ນອາຊີ ແລະ ຈາກບັນດາປະເທດທີ່ມີພື້ນ ຖານເສດຖະກິດພັດທະນາ. ກອງປະຊຸມດັ່ງກ່າວເປັນໂອກາດເຮັດໃຫ້ ປະຊາຄົມໂລກເຂົ້າໃຈກວ່າເກົ່າກ່ຽວກັບລະບົບທະນາຄານ ຫວຽດ ນາມ ແລະ ຊ່ວຍບັນດາທະນາຄານຫວຽດນາມພັດທະນາການ  ພົວພັນສາກົນ, ຊຸກຍູ້ການແຂ່ງຂັນ, ເປີດກວ້າງຕະຫຼາດ. ທັງເປັນ ໂອກາດອັນຍິ່ງໃຫຍ່ເພື່ອໃຫ້ຫວຽດນາມຊຸກຍູ້ຂະບວນການດຶງດູດເງິນ ລົງທຶນ, ຖອດຖອນບົດຮຽນການຄຸ້ມຄອງ ແລະ ເຕັກໂນໂລຊີທັນສະ ໄໝ ໃຫ້ແກ່ຂະແໜງການເງິນ, ທະນາຄານ. 

ໂດຍ: Chinhphu.vn/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top