• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢັ້ງຢືນມີບັນດາກໍລະນີຕິດເຊື້ອ ໄວຣັດ SARS-CoV-2 ຕື່ມອີກ

      ໄລ່ຮອດເລລາ 6 ໂມງ ຂອງວັນທີ 02 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອໃຈໃໝ່ຕື່ມອີກ 32 ຄົນ, ໃນນັ້ນ ມີ 04 ຄົນ ຖືກແຍກຕົວພາຍຫຼັງກັບມາຫວຽດນາມ ຈາກຕ່າງປະເທດ.

ຜູ້ກັບມາຈາກນະຄອນດ່າໜັງ ເຮັດລະບຽບການກວດ, ວິໄຈຫາເຊື້ອໄວຣັດ SARS - CoV- 2 (ພາບ:TTXVN)
      ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ໄລ່ຮອດເລລາ 6 ໂມງ ຂອງວັນທີ 02 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອໃຈໃໝ່ຕື່ມອີກ 32 ຄົນ, ໃນນັ້ນ ມີ 04 ຄົນ ຖືກແຍກຕົວພາຍຫຼັງກັບມາຫວຽດນາມ ຈາກຕ່າງປະເທດ. ບັນດາກໍລະນີຕິດເຊື້ອທີ່ຍັງເຫຼືອ ແມ່ນຢູ່ທ້ອງຖິ່ນຕ່າງໆ ຄື ດ່າໜັງ, ນະຄອນໂຮ່ຈີມິນ, ກວ໋າງງ໋າຍ, ກວາງນາມ, ຖ໋າຍບິ່ງ.
        ແລະກໍໃນວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີກໍລະນີເສຍຊີວິດຕື່ມອີກ 02 ຄົນ, ນັ້ນແມ່ນຄົນເຈັບທີ 475 ອາຍຸ 86 ປີ ຢູ່ດ່າໜັງ ແລະ ຄົນເຈັບ 524, ອາຍຸ 83 ປີ ຢູ່ ກວ໋າງນາມ. ຄົນເຈັບທັງສອງນີ້ ຖືກເສຍຊີວິດຍ້ອນຕິດພະຍາດປະຈຳຕົວຢ່າງໜັກ ແລະ ຖືກຕິດເຊື້ອໂຄວິດ - 19.
ເປັນອັນວ່າ ໄລ່ຮອດຈຸດເວລານີ້, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 590 ຄົນ, ໃນນັ້ນ 144 ກໍລະນີຕິດເຊື້ອໃໝ່ ທີ່ກ່ຽວຂ້ອງເຖິງດ່າໜັງ ນັບແຕ່ວັນທີ 25 ກໍລະກົດມາຮອດປັດຈຸບັນ. ຮອດຈຸດເວລານີ້ ມີ 373 ກໍລະນີໃນຈຳນວນ 590 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ ແລະມີຜູ້ເສຍຊີ 05 ກໍລະນີ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top