• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕ້ອງມີການກະທຳ,ບືນຕົວຂຶ້ນເສີມຂະຫຍາຍແຫລ່ງຊັບພະຍາກອນມະນຸດຢ່າງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ

      ຕອນບ່າຍວັນທີ 19 ກັນຍາ, ໃນຂອບເຂດເວທີປາໄສການປະຕິຮູບ ແລະ ພັດທະນາຫວຽດນາມປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນຳກອງປະຊຸມຄົບຄະນະ ດ້ວຍຫົວຂໍ້: ການກະທຳເພື່ອ ຄວາມວັດທະນາຖາວອນຂອງ ຫວຽດນາມ”. 

ເວທີປາໄສການປະຕິຮູບ ແລະ ພັດທະນາຫວຽດນາມປີ 2019 
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ຫວຽດນາມ ສ້າງຍຸດທະສາດພັດທະນາໄລຍະ 2021- 2030 ໃນສະພາບການສາກົນ, ພາກພື້ນ ມີການຜັນແປຫລາຍຢ່າງຍາກທີ່ຄາດຄະເນໄດ້. ສິ່ງນີ້ຮຽກຮ້ອງ ຫວຽດນາມ ຕ້ອງສືບຕໍ່ປະຕິບັດ 3 ຍຸດທະສາດກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງ,ເສີມຂະຫຍາຍແຫລ່ງຊັບພະຍາກອນມະນຸດ ດ້ວຍບັນດາທັດສະນະພັດທະນາຢ່າງແຮງ.
            “ທີຫນຶ່ງ ຕ້ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບດ້ານການເມືອງ, ສັງຄົມເພື່ອການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ທີສອງ ປະຕິບັດການປ່ຽນແປງໃຫມ່ລະບອບນະໂຍບາຍດ້ານເສດຖະກິດຢ່າງແຮງ, ຫັນໄປສູ່ພື້ນຖານເສດຖະກິດການຕະຫລາດຢູ່ ຫວຽດນາມ ໃຫ້ທັນສະໄຫມ, ເຊື່ອມໂຍງ, ຮັບໃຊ້ປະຊາຊົນ, ວິສາຫະກິດ. ທີ ສາມ ເສີມຂະຫຍາຍກຳລັງແຮງພາຍໃນ. ທີ 4 ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ມີຄວາມສາມາດຮັບມືຢ່າງສູງ. ທີ 5 ເປີດກວ້າງການພົວພັນຕ່າງປະເທດ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ປະຕິບັດສັນຍາ FTA ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top