• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ Festival ຊາວໜຸ່ມ ແລະ ນັກສຶກສາໂລກຄັ້ງທີ 19

      ໃນວັນທີ 16 ຕຸລາ, ວັນທີສອງຂອງ Festival ຊາວໜຸ່ມ ແລະ ນັກສຶກສາ ໂລກ ຄັ້ງທີ 19 ຢູ່ນະຄອນ Sochi, ຄະນະຜູ້ແທນ ຫວຽດນາມ ເລີ່ມຕົ້ນບັນດາການເຄື່ອນໄຫວຕົ້ນຕໍ່

ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ Festival ຊາວໜຸ່ມ
ແລະ ນັກສຶກສາໂລກຄັ້ງທີ 19
(ພາບ: phapluatxahoi.vn)
      ລວມມີເຂົ້າຮ່ວມ ແລະ ອ່ານບົດປະກອບຄວາມເຫັນທີ່ບັນດາກອງປະຊຸມສຳມະນາກ່ຽວກັບບັນດາບັນຫາສະຖານະການ ແລະ ຈຸດສຸມແມ່ນການພົບປະແລກປ່ຽນລະຫວ່າງທ່ານ ເລກວ໋ກຟອງ ເລຂາເອກສູນກາງຄະນະຊາວໜຸ່ມກອມມຸນິດ ໂຮ່ຈີ໋ມີນ ແລະ ທ່ານ Nicolas Papademitriou ປະທານສະຫະພັນຊາວໜຸ່ມປະຊາທິປະໄຕໂລກ. ແລກປ່ຽນທີ່ການພົບປະ, ທ່ານ ປະທານສະຫະພັນຊາວໜຸ່ມປະຊາທິປະໄຕໂລກ Nicolas Papademitriou ປາດຖະໜາວ່າ ຫວຽດນາມ ແບ່ງປັນຄວາມປາດຖະໜາສືບຕໍ່ມີ festival ຖືກຈັດຕັ້ງທີຢູ່ ອາຊີ ແລະ ຫວັງວ່າ ຫວຽດນາມ ຈະແມ່ນປະເທດເຈົ້າພາບຈັດຕັ້ງ. ທ່ານ Papademitriou ເຊື່ອໝັ້ນວ່າ ຄະນະ ຫວຽດນາມ ຈະເຂົ້າຮ່ວມໃນບັນດາການເຄື່ອນໄຫວແລກປ່ຽນ ແລະ ຊອກຮູ້ຢ່າງມີປະສິດທິຜົນໃນ ງານບຸນີ້.
        ແລະກໍ່ໃນວັນທີ16 ຕຸລາ, ນັບແຕ່ຮຸ່ງເຊົ້າ, ຄະນະ ຫວຽດນາມ ໄດ້ມີການເດີນຂະບວກຢ່າງຟົດຟື້ນພ້ອມກັບຄະນະຜູ້ແທນຕ່າງໆໃນການໂຮມຊຸມນຸມຂອງກຳລັງຊາວໜຸ່ມຝ່າຍຂວາໃນທົ່ວໂລກເພື່ອແນໃສ່ເຊີດຊູບັນດາຄຸນຄ່າຂອງການປະຕິວັດເດື່ອນຕຸລາລັດເຊຍ ແລະ ລັດທິສັງຄົມນິຍົມ. 
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top