ທ່ານນາງ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
(ພາບປະກອບ: TTXVN)
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນ ແລະ ກ່າວປະນາມທຸກການເຄື່ອນໄຫວໃຊ້ຄວາມຮຸນແຮງ ແລະ ສວຍໃຊ້ເພື່ອແນໃສ່ສາມັນຊົນ, ຄັດຄ້ານການນຳໃຊ້ອາວຸດເກີນຂອບເຂດ ແລະ ຊະຊາຍໃຫ່ບັນດາຮາກຖານພົນລະເຮືອນຄື: ໂຮງຮຽນ, ໂຮງໝໍ ແລະ ບັນດາເຂດຊຸມຊົນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ, ແຕ່ລະປະເທດມີຄວາມຮັບຜິດຊອບໃຫ້ບຸລິມະສິດໃນການປົກປ້ອງປະຊາຊົນຂອງຕົນ ແລະ ແກ້ໄຂການປະທະກັນໃນຂອບເຂດສິດຕັດສິນ, ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບກົດໝາຍວ່າດ້ວຍມະນຸດສະທຳ, ສິດທິມະນຸດສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງເຄົາລົບອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລາດດ້ານການເມືອງຂອງແຕ່ລະປະເທດ.
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບການໃຊ້ຄວາມຮຸນແຮງພວມປີນຂັ້ນໄດຢູ່ເຂດ ກາຊາ (ປາແລັດສະຕິນ) ໃນໄລຍະມໍ່ໆມານີ້, ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ແກ້ໄຂການປະທະກັນໂດຍສັນຕິວິທີ…
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບການໃຊ້ຄວາມຮຸນແຮງພວມປີນຂັ້ນໄດຢູ່ເຂດ ກາຊາ (ປາແລັດສະຕິນ) ໃນໄລຍະມໍ່ໆມານີ້, ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ແກ້ໄຂການປະທະກັນໂດຍສັນຕິວິທີ…
(ແຫຼ່ງຄັດຈາກ VOV)