• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມກາຍເປັນປະທານ ADMM ແລະ ADMM+ ຢ່າງເປັນທາງການ

ພິທີມອບ-ຮັບຕຳແໜ່ງປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ແລະ ປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ປີ 2020 ໃນຕອນບ່າຍວັນທີ 18 ພະຈິກທີ່ ນະຄອນຫຼວງບາງກອກ, ປະເທດໄທ.

ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຮັບສັນຍາລັກແຫ່ງບົດບາດການເປັນປະທານ ADMM ແລະ ADMM+, ຈາກທ່ານພົນເອກ ປຣະວິດວົງສຸວັນ, ຮອງນາຍົກລັດຖະມົນຕີໄທ (ພາບ: TTXVN)
 

ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ຂຶ້ນຮັບສັນຍາລັກແຫ່ງບົດບາດການເປັນປະທານ ADMM ແລະ ADMM+, ຈາກທ່ານພົນເອກ ປຣະວິດວົງສຸວັນ, ຮອງນາຍົກລັດຖະມົນຕີໄທ.

        ກາ່ວທີ່ພິທີ, ທ່ານພົນເອກໂງຊວັນລິກໄດ້ຢັ້ງຢືນວ່າໄປພ້ອມກັບບັນດາຜົນສຳເລັດຂອງກົນໄກ ADMM ແລະ ADMM+ ໃນຊຸມປີຜ່ານມາ, ໝາກຜົນຕັ້ງໜ້າໃນປີ 2019 ຈະແມ່ນພື້ນຖານສະດວກເພື່ອໃຫ້ ຫວຽດນາມຮັບບົດບາດໜ້າທີ່ເປັນປະທານໃນປີ 2020; ພ້ອມດຽວກັນນັ້ນ, ບັນດາຂໍ້ລິເລີ່ມຕ່າງໆຂອງປະທານຊຸດກ່ອນນັ້ນ ຫວຽດນາມຈະສືບຕໍ່ຊຸກຍູ້. ໂດຍເນັ້ນໜັກຕໍ່ກັບເນື້ອໃນຈິດໃຈຫົວຂໍ້ ອາຊຽນໃນປີ 2020 “ສະໜິດຕິດພັນແລະເປັນເຈົ້າການໃນການຮັບມື”ເຊິ່ງຫວຽດນາມເປັນຜູ້ຄັດເລືອກ, ທ່ານລັດຖະມົນຕີໂງຊວັນລິກຫວັງວ່າບັນດາປະເທດສະມາຊິກ ຈະສືບຕໍ່ຮວ່ມແຮງຮວ່ມໃຈກັນປັບປຸງບັນດາກົນໄກການຮ່ວມມືດ້ານປ້ອງກັນຊາດ-ການທະຫານ, ກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມສະໜິດຕິດພັນ ແລະມີຄວາມອາດສາມາດໃນການເປັນເຈົ້າການເພື່ອຮັບມືຕໍ່ກັບບັນດາປັດໄຈຜົນກະທົບພາຍນອກ.

        ກ່ອນນັ້ນ, ໃນວັນດຽວກັນ, ໄດ້ມີການດຳເນີນພິທີປິດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອາຊຽນເປີດກວ້າງ (ADMM+) ຄັ້ງທີ 6 ດ້ວຍຫົວຂໍ້ທີ່ວ່າ: “ຄວາມໝັ້ນຄົງແບບຍືນຍົງ”. ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດແຕ່ລະປະເທດ ໄດ້ແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທາງທະເລ, ໃນນັ້ນ, ມີທະເລຕາເວັນອອກ, ໃນຂະນະດຽວກັນກໍ່ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັກສາສັນຕິພາບແລະສະຖຽນສະພາບຢູ່ ທະເລຕາເວັນອອກຕໍ່ກັບຄວາມໝັ້ນຄົງໃນພາກພື້ນແລະໃນໂລກ. ລັດຖະມົນຕີຫຼາຍທ່ານໄດ້ເນັ້ນໜັກວ່າ:ຈະຕ້ອງໄດ້ເຄົາລົບນັບຖືກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະປາດຖະໜາວ່າການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແມ່ນມີປະສິດທິຜົນແລະແທດຈິງ.

        ທ່ານພົນຈັດຕະວາຫວູຕ໋ຽນຈ້ອງ, ຫົວໜ້າວິທະຍາຄານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຫົວໜ້າກຸ່ມເຮັດວຽກກ່ຽວກັບ ADMM ແລະ ADMM+, ໃຫ້ຮູ້ວ່າ:

ນີ້ແມ່ນບັນຫາເຊິ່ງບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດທີ່ເຂົ້າຮ່ວມ ADMM+ ສົນໃຈທີ່ສຸດເຂົາເຈົ້າຖືວ່າສິ່ງຕ່າງໆທີ່ເກີດ ຢູ່ ທະເລຕາເວັນອອກຜ່ານມານັ້ນແມ່ນບັນດາການປະພຶດທີ່ບໍ່ສົມກັບຄຳເວົ້າ ໄປຄຽງຄູ່ກັບ ການກະທຳແລະ ມັນບໍ່ຄືໃນສັນຍາສາກົນກໍ່ຄື DOC ແລະມີບັນດາການກະທຳທີ່ບໍ່ເຄົາລົບຜົນປະໂຫຍດອັນຊອບທຳ, ບໍ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດກາງແລະນ້ອຍ. ສະນັ້ນ, ຈຶ່ງເປັນການສ້າງຄວາມວິຕົກກັງວົນຕໍ່ບັນດາປະເທດຢູ່ໃນພາກພື້ນ, ລວມທັງບັນດາປະເທດທີ່ບໍ່ມີຖະແຫຼງການອະທິປະໄຕ ຢູ່ ທະເລຕາເວັນອອກ”.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top