• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ​ - ອົດ​ສະ​ຕາ​ລີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວຽກງານ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

ສອງທ່ານກໍໄດ້ເປັນເອກະພາບຈະສືບຕໍ່ສົມທົບກັນ ຮັກສາທ່ວງທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອົດສະຕາລີ ໃນທຸກຂົງເຂດ.

 ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງຫວຽດນາມ (ພາບ: baoquocte.vn)

ວັນທີ 6 ເມສາ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Justin Hayhurst ຮັກສາການຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM  ອົດສະຕະລີ ຮັບຜິດຊອບກ່ຽວກັບ ອາຊຽນ ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ໂດຍແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍໃນບັນດາກົນໄກຮ່ວມມືຂອງພາກພື້ນ ໃນສະພາບການໂລກພະຍາດໂຄວິດ - 19 ພວມສືບຕໍ່ມີການຜັນແປຢ່າງສັບສົນ. ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ຢັ້ງຢືນວ່າ ຫວຽດນາມມີຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບອົດສະຕາລີ ເພື່ອແນໃສ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະຍາດ, ການຮ່ວມມືຮອບດ້ານລະຫວ່່າງ ອາຊຽນ - ອົດສະຕາລີ ເລິກເຊິ່ງກວ່າອີກ; ໃນຖານະເປັນປະທານ ອາຊຽນ ຫວຽດນາມຈະເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື”, ຕັ້ງໜ້າປະສານງານ, ຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

ສ່ວນທ່ານ Justin Hayhurst ຮັກສາການຮອງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໃຫ້ຮູ້ວ່່າ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາຄວາມມານະພະຍາຍາມປ້ອງກັນ ແລະ ສະກັດກັ້ນໂລກລະບາດຜ່ານບັນດາກົນໄກຮ່ວມມືຂອງພາກພື້ນ, ໃນນັ້ນ ມີການຮ່ວມມືລະຫວ່າງ ອາຊຽນ - ອົດສະຕາລີ ແລະ ກອງປະຊຸມຂັ້ນສູງ ອາຊີ ຕາເວັນອອກ (EAS).

ນະທີ່ນີ້, ສອງທ່ານກໍໄດ້ເປັນເອກະພາບຈະສືບຕໍ່ສົມທົບກັນ ຮັກສາທ່ວງທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອົດສະຕາລີ ໃນທຸກຂົງເຂດ. ທ່ານ Justin Hayhurst ກໍຢັ້ງຢືນວ່າ ອົດສະຕາລີ ສືບຕໍ່ມີບັນດານະໂຍບາຍ, ມາດຕະການໜູນຊ່ວຍເພື່ອໃຫ້ນັກສຶກສາຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸ່ນອ່ຽນໃຈຮໍ່າຮຽນຢູ່ປະເທດນີ້.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top