• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃນປີເປັນປະທານ ອາຊຽນ 2020

      ນັບແຕ່ເດືອນພະຈິກນີ້, ຫວຽດນາມ ໄດ້ຮັບຖານະບົດບາດເປັນປະທານອາຊຽນ ປີ 2020 ຈາກປະເທດໄທ. ຫຼາຍປະເທດໄດ້ໃຫ້ການຕີລາຄາວ່າ ເລື່ອງຫວຽດນາມ ຮັບຖານະບົດບາດເປັນປະທານ ອາຊຽນໃນປີ 2020 ຈະແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ ແຕ່ກໍຕັ້ງຄວາມຫວັງວ່າ ຫວຽດນາມ ຈະປະຕິບັດສຳເລັດບົດບາດດັ່ງກ່າວເປັນຢ່າງດີ. ນີ້ກໍແມ່ນເນື້ອໃນຂອງການໂອ້ລົມສົນທະນາດ້ວຍຫົວຂໍ້: ອາຍຸການເປັນປະທານ ອາຊຽນ ຂອງໄທ ແລະ ບົດບາດຂອງອາຊຽນໃນການພັດທະນາຂອງບັນດາປະເທດ ແລະ ພາກພື້ນທີ່ຫາກໍຈັດຂຶ້ນຢູ່ຮ່າໂນ້ຍ. ການໂອ້ລົມສົນທະນາດັ່ງກ່າວ ໂດຍສະຖາບັນການຕ່າງປະເທດ ສົມທົບກັບ ສະຖານທູດໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນ ດ້ວຍການບັນລະຍາຍຂອງ 2 ທ່ານ ຄື ທ່ານ ກາວີ ຈົງກີດຖາວອນ, ນັກຊ່ຽວຊານສັງກັດສະຖາບັນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ (ໄທ) ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ.
        ປີ 2020 ຈະມາເຖິງນີ້, ຫວຽດນາມ ຈະເລີ່ມດຳເນີນຖານະບົດບາດເປັນປະທານ ອາຊຽນ ດ້ວຍບັນດາສິ່ງທ້າທາຍ ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງຄົງໄດ້ຮັບການຕີລາຄາສູງ ຍ້ອນວ່າ ຫວຽດນາມ ຍາມໃດກໍແມ່ນປະເທດນຳໜ້າໃນບັນດາການເຄື່ອນໄຫວຂອງກຸ່ມ ອາຊຽນ ກໍຄືສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ. ນີ້ແມ່ນຄຳຕີລາຄາຂອງທ່ານ ກາວີ ຈົງກີດຖາວອນ, ນັກຊ່ຽວຊານ ສັງກັດສະຖາບັນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ (ໄທ):
        ຫວຽດນາມ ເປັນສະມາຊິກຂອງອາຊຽນໃນກວ່າ 20 ປີຜ່ານມາ. ປັດຈຸບັນ, ຫວຽດນາມ ມີບົດບາດສຳຄັນໃນກຸ່ມ ອາຊຽນ ແລະ ແມ່ນປະເທດນຳໜ້າໃນ ອາຊຽນ. ເພາະວ່າ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ອາຊຽນ ຫຼາຍທີ່ສຸດ ບໍ່ວ່າຈະເປັນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງເທົ່ານັ້ນ ຫາກບົດບາດຂອງ ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນຜ່ານການກໍານົດທິດຫຼາຍແນວທາງ, ນະໂຍບາຍຂອງ ອາຊຽນ ອີກດ້ວຍ. ດັ່ງນັ້ນ, ໃນປີເປັນປະທານ ອາຊຽນ 2020 ນີ້, ບົດບາດຂອງຫວຽດນາມ ຈະຍັງຄົງສືບຕໍ່ໄດ້ຮັບການເສີມຂະຫຍາຍ”.

ທ່ານ ກາວີ ຈົງກີດຖາວອນ ນັກຊ່ຽວຊານ ສັງກັດສະຖາບັນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ສາກົນ,
ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ (ພາບ: VTC)
      ໂດຍເປັນເພື່ອນທີ່ສະໜິດສະໜົມຂອງຫວຽດນາມ ມາໃນຫຼາຍປີ, ທ່ານ ກາວີ ຈົງກີດຖາວອນ ໄດ້ຕິດຕາມ ບັນດາຜົນງານພັດທະນາຂອງຫວຽດນາມໃນຕະຫຼອດ 33 ປີຜ່ານມາ ຢ່າງໃກ້ຊິດ. ທ່ານກໍເຄີຍເປັນຜູ້ຊ່ວຍວຽກໃຫ້ແກ່ທ່ານເລຂາທິການໃຫຍ່ ອາຊຽນ ເມື່ອຫວຽດນາມ ເຂົ້າຮ່ວມ ອາຊຽນ ໃນປີ 1995 ແລະ ສຸດທີ່ເຊື່ອໝັ້ນຫວຽດນາມ ນັບແຕ່ຊຸມວັນທຳອິດ ເມື່ອທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຫູຄວານ ນຳໜ້າຄະນະນັກເຈລະຈາຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ. ຕາມທ່ານ ກາວີ ຈົງກີດຖາວອນ ແລ້ວ, ໃນປີ 2020 ນີ້, ເມື່ອຫວຽດນາມ ຮັບຖານະບົດບາດເປັນປະທານ ອາຊຽນ, ສິ່ງທ້າທາຍໃຫຍ່ ນັ້ນແມ່ນບັນຫາພັດທະນາພາຍໃນກຸ່ມ ໃນສະພາບການ ແກ້ງແຍ້ງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ພວມສືບຕໍ່ເກີດຂຶ້ນ… ເຖິງຢ່າງໃດກໍຕາມ, ຫວຽດນາມ ກໍ່ໄດ້ຮັບການຕັ້ງຄວາມຫວັງວ່າ ຈະນຳ ອາຊຽນ ຜ່ານຜ່າທຸກສິ່ງກີດຂວາງດັ່ງກ່າວ.
        “ສິ່ງທ້າທາຍໃນປີ 2020 ຂອງຫວຽດນາມ ແມ່ນ ເຮັດແນວໃດເພື່ອໃຫ້ ອາຊຽນ ມີສຽງເວົ້າລວມໃນບັນດາເວທີປາໄສການເມືອງ. ສິ່ງດັ່ງກ່າວ ຖືວ່າຍາກຫຼາຍ ແຕ່ຫວຽດນາມ ມີປະສົບການໃນບັນຫານີ້. ທີສອງແມ່ນ ຕ້ອງມານະພະຍາຍາມສ້າງຕັ້ງບັນດາເວທີປາໄສໃໝ່ ເພື່ອເປີດກວ້າງຕະຫຼາດການຄ້າໃຫ້ແກ່ບັນດາປະເທດສະມາຊິກ ເພາະວ່າ ສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດສະມາຊິກຂອງ ອາຊຽນ. ຫວຽດນາມ ມີປະສົບການຫຼາຍຢ່າງໃນການຊອກຫາວິທີໃໝ່, ເສັ້ນທາງໃໝ່ເພື່ອພັດທະນາຕະຫຼາດການຄ້າ. ຫວຽດນາມລົງນາມໃນສັນຍາການຄ້າເສລີຫຼາຍສະບັບກວ່າໝູ່ ເມື່ອທຽບໃສ່ບັນດາປະເທດສະມາຊິກ ອາຊຽນ. ຫວຽດນາມແມ່ນສະມາຊິກຂອງສັນຍາການຄ້າ 17 ສະບັບ. ເພາະສະນັ້ນ, ຫວຽດນາມ ຈະຊອກຫາບັນດາວິທີການແກ້ໄຂໃຫ້ແກ່ບັນດາບັນຫາດັ່ງກ່າວໄດ້”.
        ມີທັດສະນະດຽວກັນກັບທ່ານ ກາວີ ຈົງກີດຖາວອນ, ທ່ານອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຖືວ່າ: ໃນສະພາບການໂລກ ແລະ ພາກພື້ນມີການຜັນແປ ແລະ ທັງມີກາລະໂອກາດຫຼາຍຢ່າງແຕ່ສິ່ງທ້າທາຍ ບໍ່ແມ່ນໜ້ອຍ ແລະ ໜ້າທີ່ ທີ່ໄດ້ວາງອອກກັບປະທານໝູນວຽນອາຊຽນ. ກ່ອນອື່ນໝົດ ແມ່ນໄທ ແລະ ຕໍ່ໄປ ແມ່່ນຫວຽດນາມ ຕ້ອງເຮັດແນວໃດຫັນບັນດາສິ່ງທ້າທາຍໃຫ້ເປັນກາລະໂອກາດ ແລ້ວກໍາແໜ້ນບັນດາກາລະໂອກາດນັ້ນ, ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກອື່ນໆ ເພື່ອການພັດທະນາຂອງ ອາຊຽນ.
        “ໃນສະພາບການໂລກພວມມີການປ່ຽນແປງນີ້, ພວກເຮົາຕ້ອງເຮັດແນວໃດເພື່ອນໍາອາຊຽນ ເຂົ້າໃນນະໂຍບາຍແຕ່ລະປະເທດ. ດ້ວຍຖານະເປັນປະທານອາຊຽນ, ຫວຽດນາມ ຕ້ອງເຮັດແນວໃດ ທັງເປັນເຈົ້າພາທາງ ອາຊຽນ ທັງສືບຕໍ່ກໍ່ສ້າງປະຊາຄົມແຫ່ງສາມັກຄີ ແຕ່ກໍຕ້ອງຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນໃນສະພາບການໂລກຄືໃນປັດຈຸບັນ, ເຊື່ອມໂຍງແນວໃດໃນສະພາບສົງຄາມການຄ້າພວມເກີດຂຶ້ນ. ນີ້ແມ່ນສິ່ງທົດສອບເປັນຕາຍເພື່ອໃຫ້ ອາຊຽນ ພັດທະນາໃນລະດັບສູງໃໝ່, ຢາກເຮັດໄດ້ສິ່ງດັ່ງກ່າວ ອາຊຽນ ຕ້ອງອີງໃສ່ຫຼັກການຂອງຕົນ, ຮັບຮູ້ບັນດາຜົນປະໂຫຍດ, ມີການປະສານສົມທົບກັບບັນດາປະເທດໃຫຍ່.

ທ່ານອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວິງ, ອະດີດຫົວໜ້າ SOM ASEAN ຂອງຫວຽດນາມ 
              ຕາມທ່ານອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວິງ, ອະດີດຫົວໜ້າ SOM ASEAN ຂອງຫວຽດນາມ ແລ້ວ, ເຖິງວ່າ ສະພາບການໂລກ ມີການຜັນແປຢ່າງສັບສົນ ແຕ່ ພາກພື້ນ ອາຊີ ມີເງື່ອນໄຂສະດວກຢູ່ບ່ອນວ່າ ບັນດາປະເທດຍັງຄົງສະໜັບສະໜູນການຄ້າເສລີ, ລັດທິຫຼາຍຝ່າຍ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ. ເຖິງວ່າມີການແກ້ງແຍ້ງກັນກໍ່ຕາມ, ແຕ່ບັນດາປະເທດໃຫຍ່ຍັງຄົງຖືບົດບາດຂອງ ອາຊຽນເປັນສໍາຄັນ. ນີ້ກໍແມ່ນເງື່ອນໄຂສະດວກເມື່ອຮັບຖານະເປັນປະທານ ອາຊຽນ ໃນປີ 2020 ນີ້ ຫວຽດນາມ ສາມາດປຶກສາຫາລືກັບບັນດາປະເທດໃນກຸ່ມ ເພື່ອເພີ່ມທະວີການຮ່ວມມື ແລະ ຊຸກຍູ້ບົດບາດຂອງ ອາຊຽນ ໃນບັນດາເວທີປາໄສສາກົນ. ນອກຈາກນັ້ນ, ໂດຍເປັນປະທານ ອາຊຽນ ໃນປີ 2019 ໄທ ອາດຈະແບ່ງປັນປະສົບການເພື່ອໃຫ້ ຫວຽດນາມ ສືບຕໍ່ຮັບບົດບາດດັ່ງກ່າວ ໄດ້ເປັນຢ່າງດີ. ນີ້ກໍແມ່ນຄໍາເຫັນຂອງທ່ານ ກາວີ ຈົງກິດຖາວອນ, ນັກຊ່ຽວຊານສະຖາບັນຄົ້ນຄວ້າຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ, ປະເທດໄທ:
        “ອາຍຸການເປັນປະທານ ອາຊຽນ ຂອງ ໄທ ແມ່ນບັນລຸໄດ້ຜົນສໍາເລັດໃນບາງຂົງເຂດ. ນັ້ນ ແມ່ນ ເພີ່ມທະວີກໍາລັງແຮງຂອງ ອາຊຽນ. ນີ້ແມ່ນສິ່ງທີ່ສໍາຄັນທີ່ສຸດ ເຊິ່ງຂ້າພະເຈົ້າຄິດວ່າ ຫວຽດນາມ ສາມາດສືບທອດໄດ້. ທີສອງແມ່ນ ບັນຫາພັດທະນາແບບຍືນຍົງ ເຊິ່ງຫວຽດນາມ ຖືບັນຫານີ້ເປັນສໍາຄັນ.  ຫວຽດນາມ ໄດ້ສະໜັບສະໜູນນະໂຍບາຍດັ່ງກ່າວ ເມື່ອໄທ ຫາກໍມີແນວຄວາມຄິດກ່ອນນີ້ຫຼາຍປີ. ບັນຫາທີສາມແມ່ນ ຂໍ້ລິເລີ່ມ Indo Pacific ເຊິ່ງ ໄທ ໄດ້ສະເໜີແນະ ແລະ ມີບັນດາແນວຄວາມຄິດທີ່ລະອຽດ. ດັ່ງນັ້ນ, ດ້ວຍຖານະເປັນປະທານ ອາຊຽນ ໃນປີ 2020  ຫວຽດນາມ ອາດຈະນໍາກອບຂໍ້ລິເລີ່ມດັ່ງກ່າວ ມາປຶກສາຫາລຶກັບບັນດາປະເທດສະມາຊິກອາຊຽນ, ກັບບັນດາຄູ່ຮ່ວມມື ເພື່ອນໍາບັນດາຂໍ້ລິເລີ່ມດັ່ງກ່າວ ໃຫ້ປະກົດຜົນເປັນຈິງ”.
        ໂດຍມີປະສົບການໃນການເປີດກວ້າງການຮ່ວມມືດ້ານເສດຖະກິດ ຄື ສັນຍາການຄ້າເສລີສອງຝ່າຍລະຫວ່າງ ຫວຽດນາມ - ອີຢູ (FTA) ເຊິ່ງຫາກໍໄດ້ລົງນາມ, ເປັນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CTPP)ນັ້ນ, ໃນຖານະເປັນປະທານ ອາຊຽນ ໃນປີ 2020, ຫວຽດນາມ ຈະເສີມຂະຫຍາຍບົດບາດອັນຫຼັກແຫຼ່ງໃນການເປັນເຈົ້າພາທາງ ອາຊຽນ ແລະ ກາຍເປັນຂົວຕໍ່ໃນການສ້າງກໍາລັງຄວາມສາມາດບົ່ມຊ້ອນໃໝ່ໃຫ້ແກ່່ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top