• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດ ສົນທິສັນຍາຕ້ານການທໍລະມານ ຂອງສະຫະປະຊາຊາດ

      ຫວຽດນາມ ແມ່ນໜຶ່ງໃນ 6 ປະເທດສະມາຊິກທີ່ມີບົດລາຍງານໂດຍຄະນະກຳມະການຕ້ານການທໍລະມານຂອງ ສະຫະປະຊາຊາດ ພິຈາລະນາ ແລະ ປຶກສາຫາລືຢູ່ ວາລະປະຊຸມຄັ້ງທີ 65 ຂອງຄະນະກຳມະການຕ້ານການທໍລະມານ, ທີ່ຈັດຂຶ້ນໃນລະຫວ່າງວັນທີ 12 ພະຈິກ - 7 ທັນວາ ປີ 2018.
            ວັນທີ 14 ພະຈິກ, ຢູ່ ເຊີແນວ, ປະເທດສະວິດ, ຄະນະປະຕິບັດງານ ລະຫວ່າງ ຂະແໜງການ ໂດຍທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລກຸ໊ຍເວືອງ ເປັນຫົວໜ້າຄະນະ, ໄດ້ສະເໜີ ແລະ ແລກປ່ຽນກ່ຽວກັບບົດລາຍງານແຫ່ງຊາດຄັ້ງທຳອິດ ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບການປະພຶດ ຫຼື ການລົງໂທດທີ່ໂຫດຫ້ຽມ, ໄຮ້ມະນຸດສະທຳ ຫຼື ເຮັດໃຫ້ເສຍກຽດສັກສີຂອງຄວາມເປັນຄົນ (ຍັງເອີ້ນໄດ້ວ່າ ສົນທິສັນຍາຕ້ານການທໍລະມານ) ຕໍ່ຄະນະກຳມະການຕ້ານການທໍລະມານຂອງ ສະຫະປະຊາຊາດ.
            ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ເລກຸ໊ຍເວືອງ ໃຫ້ຮູ້ວ່າ ຫຼັງຈາກທີ່ ຫວຽດນາມ ກາຍເປັນສະມາຊິກຂອງ ສົນທິສັນຍາຕ້ານການທໍລະມານ, ກະຊວງຕຳຫຼວດກໍ່ໄດ້ສ້າງບົດລາຍງານແຫ່ງຊາດ ຄັ້ງທຳອິດ ກ່ຽວກັບບັນດາມາດຕະການທີ່ ຫວຽດນາມ ໄດ້ດຳເນີນໃນທັນທີເພື່ອປະຕິບັດໜ້າທີ່ເປັນສະມາຊິກສົນທິສັນຍາ ຕາມການແນະນຳຂອງ ສະຫະປະຊາຊາດ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top