• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອົດສະຕາລີ ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ

ທີ່ການເຈລະຈາ, 2 ຝ່າຍມີຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງແຮງ ແລະ ແທດຈິງຂອງການພົວພັນ ຫວຽດນາມ - ອົດສະຕາລີ ພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull

ຕອນເຊົ້າວັນທີ 15 ມີນາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ຈັດຕັ້ງຢ່າງສົມກຽດຢູ່ສຳນັກງານສະພາແຫ່ງຊາດສະຫະພັນ ອົດສະຕາລີ, ຢູ່ນະຄອນຫຼວງ Canberra. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ໄດ້ດຳເນີນການເຈລະຈາ. ເມື່ອສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ 2 ປະເທດໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ອົດສະຕາລີ.

        ທີ່ການເຈລະຈາ, 2 ຝ່າຍມີຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງແຮງ ແລະ ແທດຈິງຂອງການພົວພັນ ຫວຽດນາມ - ອົດສະຕາລີ ພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ແບ່ງປັນບັນດາຜົນປະໂຫຍດຍຸດທະສາດທີ່ນັບມື້ນັບເພີ່ມຂຶ້ນ, ສ້າງປະຖົມປັດໄຈຢ່າງໜັກແໜ້ນເພື່ອຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ.

        ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ພຶດຕິກຳຕົວຈິງຢ່າງຂະຫຍັນຂັນເຄື່ອນ ແລະ ແທດຈິງ, 2 ຝ່າຍກໍ່ເຫັນດີເປັນເອກະພາບສ້າງຕັ້ງບັນດາກົນໄກສຳຜັດຢູ່ຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນປະເທດ ແລະ ບັນດາລັດຖະມົນຕີຮັບຜິດຊອບດ້ານເສດຖະກິດ, ພ້ອມທັງຮັກສາບັນດາກົນໄກຮ່ວມມື 2 ຝ່າຍ…

        2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍ ຄວາມໝັ້ນຄົງລວມ, ໃນນັ້ນມີການຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າຂາຍມະນຸດ ແລະ ສົ່ງຊາວອົບພະຍົບຢ່າງຜິດກົດໝາຍ…

 ນາຍົກລັດຖະມົນຕີທັງສອງທ່ານ ເຊີດຊູຄວາມສຳຄັນຂອງການຮ່ວມມືດ້ານການສຶກສາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Malcolm Turnbull ເຫັນດີ ສົ່ງເສີມບັນດາບໍລິສັດການບິນ ສອງປະເທດ ເປີດສາຍການບິນໂດຍກົງ ລະຫວ່າງບັນດານະຄອນໃຫຍ່ຂອງສອງປະເທດ ຕື່ມອີກ, ສະຫນັບສະຫນູນເລື່ອງຜັນຂະຫຍາຍໂຄງການຄູ່ຮ່ວມມືປ່ຽນໃຫມ່ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ເພື່ອຫນູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດເຕັກໂນໂລຊີ, ປ່ຽນໃຫມ່ ແລະ ຫົວຄິດປະດິດສ້າງ.

ຄຽງຄູ່ກັນນັ້ນ ສອງຝ່າຍເຫັນດີກ່ຽວກັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລ, ການບິນຢູ່ທະເລຕາເວັນອອກກໍ່ຄືແກ້ໄຂບັນດາການຂັດແຍ້ງກັນບົນທະເລໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ. ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ອົດສະຕາລີ ແລະ ເປັນສັກຂີພິຍານ ພິທີລົງນາມໃນເອກະສານສຳຄັນ 04 ສະບັບ. ພາຍຫລັງພິທີລົງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Malcolm Turnbull ໄດ້ພົບປະກັບນັກຂ່າວ ເພື່ອແຈ້ງໝາກຜົນອັນດີງາມຂອງການເຈລະຈາ.

(ແຫຼ່ງຄັດຈາກ VOV)


ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top