• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

ຕອນເຊົ້າວັນທີ 13 ມີນາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ຢ່າງເປັນທາງການໄດ້ດຳເນີນທີ່ສຳນັກງານລັດຖະບານຢູ່ Auckland.
ທີ່ການພົບປະເຈລະຈາພາຍຫລັງພິທີຕ້ອນຮັບ, 2 ຝ່າຍໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ. 2 ຝ່າຍກໍ່ເຫັນດີເປັນເອກະສັນຊຸກຍູ້ ຜັນຂະຫຍາຍໂຄງການດຳເນີນງານ 2017 – 2020 ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ; ຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະ ການຄ້າຄັ້ງທີ 6 ຢູ່ ຮ່າໂນ້ຍ ແລະ ປຶກສາຫາລືດ້ານການເມືອງຄັ້ງທີ 11 ຢູ່ ນິວຊີແລນໂດຍໄວ.

ທີ່ການພົບປະເຈລະຈາ (ພາບ: TTXVN)

ກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ເຫັນດີ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາການຮ່ວມມືລະອຽດໃນຂອບເຂດໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2018-2021 ທີ່ຫາກໍ່ລົງນາມ.

        ກ່ຽວກັບດ້ານເສດຖະກິດ - ການຄ້າ, 2 ຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາມາດຕະການສົ່ງເສີມການຄ້າ, ໃນນັ້ນ ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດ, ສິນໃນນ້ຳ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນບັນລຸຄາດໝາຍ 1,7 – 2 ຕື້ USD ໃນປີ 2020.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ນິວຊີແລນ ພິຈາລະນາຍົກລະດັບທຶນອຸປະຖຳການພັດທະນາໃຫ້ ຫວຽດນາມ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດກະສິກຳ ແລະ ຊົນນະບົດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງຄວາມສ່ຽງໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍກໍ່ເຫັນດີສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆຄື: ການສຶກສາ, ແຮງງານ.

        ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຢັ້ງຢືນວ່າ ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນປີ 2020 ເມື່ອ ຫວຽດນາມ ເປັນປະທານໝູນວຽນຂອງ ອາຊຽນ; ນິວຊີແລນ ແລະ ອາຊຽນ ສະເຫຼີມສະຫຼອງ 45 ປີແຫ່ງການພົວພັນຄູ່ຮ່ວມມືເຈລະຈາ ແລະ 5 ປີແຫ່ງການຄູ່ຮ່ວມມືຍຸດທະສາດ; ນິວຊີແລນ ປາດຖະໜາວ່າ ຫວຽດນາມ ແບ່ງປັນບົດຮຽນເມື່ອ ນິວຊີແລນ ເປັນເຈົ້າພາບຈັດຕັ້ງປີ APEC 2021. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ສະໜັບສະໜູນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກ້າວໜ້າ, ຮອບດ້ານ, ຄຸນນະພາບສູງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

(ແຫຼ່ງຄັດຈາກ VOV)


ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top