• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະພາຄວາມໝັ້ນຄົງ: ເສີມຂະຫຍາຍຈິດໃຈລັດທິຫຼາຍຝ່າຍ

      ດ້ວຍຈິດໃຈແມ່ນ: ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ, 2 ປີຜ່ານມາ, ຫວຽດນາມ ໄດ້ຕອບໜອງຄວາມຫວັງຂອງບັນດາປະເທດຄູ່ຮ່ວມມື, ເພື່ອນມິດ ແລະ ປະຊາຄົມສາກົນ.
ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຂະແໜງການທູດ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ
(ພາບ: baoquocte.vn)
      ຫວຽດນາມ ຫາກໍ່ປະຕິບັດສຳເລັດບົດບາດກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ເທື່ອທີ 2 . ຈາກຜົນງານຂອງຄັ້ງທຳອິດຮັບດຳລົງຕຳແໜ່ງກ່ອນນີ້ກວ່າ 10 ປີ, ໃນອາຍຸການຜ່ານມາ, ຫວຽດນາມ ມີຄວາມເຊື່ອໝັ້ນ, ເປັນເຈົ້າການ, ເຂົ້າຮ່ວມການປຶກສາຫາລື, ຊອກຫາມາດຕະການແກ້ໄຂໃຫ້ທຸກບັນຫາ, ຊຸກຍູ້ຄວາມເຫັນດີເຫັນພ້ອມລວມ, ຊຸກຍູ້ການຮ່ວມມື, ເຈລະຈາ, ຫຼຸດຜ່ອນຄວາມເຄັງຕຶງ, ປະເຊີນໜ້າ, ຊອກຫາມາດຕະການແກ້ໄຂໃຫ້ມີຄວາມຍຸຕິທຳ, ເໝາະສົມສຳລັບບັນດາບັນຫານາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.
        ດ້ວຍຈິດໃຈແມ່ນ: ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ, 2 ປີຜ່ານມາ, ຫວຽດນາມ ໄດ້ຕອບໜອງຄວາມຫວັງຂອງບັນດາປະເທດຄູ່ຮ່ວມມື, ເພື່ອນມິດ ແລະ ປະຊາຄົມສາກົນ.
ຂີດໝາຍເຂັ້ມຂຸ້ນ
        2 ປີຜ່ານມາ, ສະພາບການທາງດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມສາກົນ ມີການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຍາກທີ່ຈະຄາດຈະເນລ່ວງໜ້າໄດ້ ດ້ວຍບັນດາສິ່ງທ້າທາຍ “ທີ່ບໍ່ເຄີຍມີມາກ່ອນ”, ໂດຍສະເພາະແມ່ນການກະທົບຢ່າງເລິກເຊິ່ງ, ກ້ວາງຂວາງຂອງໂລກລະບາດໂຄວິດ-19, ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງ, ຄວາມເຄັງຕຶງແກ່ຍາວຢູ່ຫຼາຍຈຸດໃນໂລກ. ໃນສະພາບການນັ້ນ, ບັນດາການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ເຂົ້າໃນວຽກງານລວມຂອງສະພາຄວາມໝັ້ນຄົງ ໄດ້ສ້າງຂີດໝາຍຫຼາຍຢ່າງກ່ຽວກັບສີສັນ ແລະ ສິລະປະການທູດຫຼາຍຝ່າຍຂອງ ຫວຽດນາມ. ແບ່ງປັນກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຂະແໜງການທູດ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ຢືນຢັນມີຄວາມເພິ່ງພໍໃຈຕໍ່ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນອາຍຸການ 2 ປີຜ່ານມາ.
        “ໃນຮອບເວລາ 2 ປີຜ່ານມາ ໄດ້ຈັດກອງປະຊຸມຂັ້ນເອກອັກຄະລັດຖະທູດຂຶ້ນໄປແມ່ນ 840 ຄັ້ງ. ພວກເຮົາໄດ້ເຂົ້າຮ່ວມການເຈລະຈາ ແລະ ຮັບຮອງເອົາເອກະສານ 254 ສະບັບ ໃນນັ້ນມີມະຕິຫຼາຍສະບັບ. ແລະ ສະເພາະໃນ 2 ເດືອນ ຫວຽດນາມ ເປັນປະທານ, ຫວຽດນາມ ໄດ້ຮັບຮອງເອົາເອກະສານ 26 ສະບັບ ໃນນັ້ນມີມະຕິ 2 ສະບັບຂອງສະພາຄວາມໝັ້ນຄົງໂດຍ ຫວຽດນາມ ສະເໜີ, ຖະແຫຼງການປະທານ 3 ສະບັບ. ບັນດາເອກະສານ, ມະຕິດັ່ງກ່າວລ້ວນແຕ່ມີຄວາມໝາຍ ນັບທັງໃນຕໍ່ໜ້າ ກໍຄືໃນໄລຍະຍາວໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ. ຂ້າພະເຈົ້າຖືວ່າ ພວກເຮົາໄດ້ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີທີ່ສຸດ, ມີບາງວຽກງານແມ່ນປະຕິບັດສຳເລັດລື່ນກາຍລະດັບທີ່ໄດ້ວາງອອກ”.
        ຫວຽດນາມ ກໍ່ຊຸກຍູ້ບັນດາຂໍ້ລິເລີ່ມໃນຂອບເຂດສະຫະປະຊາຊາດຢ່າງມີປະສິດທິຜົນ, ຄືແນະນຳ ແລະ ຊຸກຍູ້ສະມັດຊາໃຫຍ່ສະຫະປະຊາຊາດ ຮັບຮອງເອົາມະຕິກ່ຽວກັບ ວັນສາກົນປ້ອງກັນ ຕ້ານໂລກລະບາດ; ສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວ ກຸ່ມເພື່ອນມິດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ດ້ວຍກວ່າ 113 ປະເທດເຂົ້າຮ່ວມ; ຂົນຂວາຍການຮັບສະໝັກເລືອກຕັ້ງເປັນສະມາຊິກບັນດາອົງການອື່ນໆຂອງສະຫະປະຊາຊາດຄື ສະພາສິດທິມະນຸດ ອາຍຸການ 2013 – 2025.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: dangcongsan.vn)
      ຫວຽດນາມ ກໍ່ມີວິທີສຳຜັດໂດຍສັງເຂບໃນການແກ້ໄຂສິ່ງທ້າທາຍກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ຈາກການສະກັດກັ້ນການປະທະກັນ, ແກ້ໄຂການປະທະກັນ ຕະຫຼອດຮອດການແກ້ໄຂຜົນຮ້າຍຍ້ອນຫຼັງຂອງການປະທະກັນ, ໃນນັ້ນເນັ້ນໜັກເຖິງບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ; ຊຸກຍູ້ບັນຫາມະນຸດສະທຳ… ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ເນັ້ນໜັກວ່າ:
        “ພວກເຮົາໄດ້ສ້າງຂີດໝາຍ ດ້ວຍວິທີສຳຜັດໂດຍສັງເຂບສຳລັບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ກໍ່ຄືຈິດໃຈວັດທະນະທຳມະນຸດ, ມຸ່ງໄປເຖິງປະຊາຊົນ, ໂດຍເລີ່ມມາຈາກບັນດາບົດຮຽນຂອງ ຫວຽດນາມ ທີ່ເຄີຍຜ່ານສົງຄາມ, ການປະທະກັນມາເປັນເວລາຫຼາຍປີ. ສິ່ງນັ້ນໄດ້ສະແດງໃຫ້ເຫັນຜ່ານບັນດາເຫດການ ແລະ ເອກະສານເຊິ່ງພວກເຮົາສະເໜີ ດ້ວຍຫົວຂໍ້ທີ່ແທດຈິງ, ທັງແມ່ນຜົນປະໂຫຍດຂອງ ຫວຽດນາມ, ທັງເໝາະສົມກັບຜົນປະໂຫຍດລວມຂອງປະຊາຄົມສາກົນ”.
ສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມກຳລັງໜູນ
        ເລື່ອງປະຕິບັດສຳເລັດບົດບາດກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ ຄັ້ງທີ 2 ແມ່ນຂີດໝາຍສຳຄັນ ແລະ ແມ່ນບາດກ້າວລະອຽດ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແຜນນະໂຍບາຍຫັນເປັນຫຼາຍຮູບ, ຫຼາຍແບບ ແລະ ຫຼາຍຝ່າຍ, “ເປັນເຈົ້າການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດກົນໄກຫຼາຍຝ່າຍ” ຂອງ ຫວຽດນາມ.
        ຂະບວນວິວັດແຫ່ງການເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບທ່ວງທ່າ ແລະ ກຳລັງແຮງໃໝ່ຂອງ ຫວຽດນາມ, ບົດບາດ, ທີ່ຕັ້ງສາກົນທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ມານະພະຍາຍາມຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ. ບັນເຫດການແມ່ນຈຸດພົ້ນເດັ່ນ ແລະ ຂໍ້ລິເລີ່ມໂດຍ ຫວຽດນາມ ປຸກລະດົມ ທັງປະກອບສ່ວນແຜ່ຂະຫຍາຍສານກ່ຽວກັບປະເທດ ຫວຽດນາມ ຮັກຫອມສັນຕິພາບ, ປ່ຽນແປງໃໝ່ ແລະ ພ້ອມແລ້ວທີ່ຈະປະກອບສ່ວນຫຼາຍກວ່າໃຫ້ແກ່ວຽກງານລວມ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຄົມສາກົນ. ຄືດັ່ງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guteers ເຄີຍໃຫ້ຂໍ້ສັງເກດວ່າ: “ບັນດາປະເທດໄດ້ຫຼຸດການໂຕ້ວາທີກວ່າເກົ່າ” ເມື່ອ ຫວຽດນາມ ເປັນປະທານສະພາຄວາມໝັ້ນຄົງ. ຫຼາຍປະເທດກໍ່ຖືວ່າ ສຽງເວົ້າຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນສຽງເວົ້າຕາງໜ້າໃຫ້ບັນດາປະເທດພວມພັດທະນາ, ບໍ່ຮ່ວມກຸ່ມ.
        ໄລຍະທາງ 2 ປີດຳລົງຕຳແໜ່ງກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ໄດ້ອັດລົງ, ແຕ່ຄວາມມານະພະຍາຍາມເຂົ້າຮ່ວມການເຄື່ອນໄຫວໃນບັນດາເວທີປາໄສຫຼາຍຝ່າຍຂອງ ຫວຽດນາມ ຍັງຄົງສືບຕໍ່ ແລະ ເສີມຂະຫຍາຍໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top