• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ແລະ ຝຣັ່ງ ຕັດສິນໃຈເຮັດໃຫ້ສາຍພົວພັນຄູ່ຮ່ວມມື ຍຸດທະສາດເລິກເຊິ່ງກວ່າເກົ່າ

ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າ ຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງ ດິນຟ້າ ອາກາດ (COP26),  ມາຢ້ຽມຢາມ ແລະ ເຮັດວຽກທີ່ ລາຊະອານາຈັກ ອັງກິດ, ແຕ່ວັນທີ 3-5 ພະຈິກ, ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ເລີ່ມຕົ້ນການຢ້ຽມຢາມ ສ. ຝຣັ່ງ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກ ລັດຖະມົນຕີ ສ. ຝຣັ່ງ Jean Castex.
ການຢ້ຽມຢາມໄຂຂຶ້ນໃນສະຖານະການ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ- ສ. ຝຣັ່ງ ພວມພັດທະນາຢ່າງຕັ້ງໜ້າ. ສອງປະເທດຈະຈັດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ການພົວພັນດ້ານການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການ ພົວພັນຄູ່ຮ່ວມມືຍຸດທະສາດ ເມື່ອປີ 2023. 

ສ້າງການປ່ຽນແປງທີ່ແຂງແຮງ, ນຳສາຍພົວພັນ ຫວຽດນາມ-ຝຣັ່ງ ພັດທະນາຂຶ້ນສູ່ລະດັບສູງໃໝ່
 
ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີທັງສອງ ໄດ້ສະແດງ ຄວາມຊົມເຊີຍຕໍ່ສາຍພົວພັນອັນຍາວນານ ແລະ ໝັ້ນຄົງ ລະຫວ່າງ ຫວຽດນາມ ແລະ ສ. ຝຣັ່ງ. ບົນພື້ນຖານຖະແຫຼງການຮ່ວມໄດ້ອະນຸມັດຜ່ານ ເນື່ອງໃນໂອກາດ ການຢ້ຽມຢາມ ສ. ຝຣັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ພັກກອມ ມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ແຕ່ວັນທີ 25-27 ມີນາ 2018, ນາຍົກລັດຖະມົນຕີທັງສອງ ໄດ້ຢັ້ງຢືນຄວາມຕັດສິນໃຈເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ລົງນາມເມື່ອປີ2013 ໄດ້ເລິກເຊິ່ງກວ່າເກົ່າ. 

ໃນກອບຂອງການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີການພົບປະແລກປ່ຽນຄຳຄິດເຫັນກັບ ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron; ພົບປະກັບ
ທ່ານປະທານສະພາສູງ Gerald Larcher ແລະ ທ່ານປະທານສະພາແຫ່ງຊາດ Richard Ferrand; ຕ້ອນຮັບທ່ານ Fabien Roussel, ເລຂາທົ່ວປະເທດ ພັກກອມມູນິດ ຝຣັ່ງ. ພົບປະເຈລະຈາກັບທ່ານ ນາຍົກລັດຖະມົນຕີ ຝຣ່ັງ Jean Castex.
ຫວຽດນາມ ຕີລາຄາສູງບົດບາດຂອງ ຝຣັ່ງ ແລະ ສະຫະພາບ ເອີຣົບ ທີ່ພາກພື້ນ ອິນໂດ-ປາຊີຟີກ, ກໍ່ຄືບັນດາຍຸດທະສາດຂອງຝຣັ່ງ ແລະ ອີຢູ ໄດ້ຢັ້ງຢືນຄວາມເອົາໃຈໃສ່ຂອງ ຝຣັ່ງ ແລະ ອີຢູ ສຳລັບຂົງເຂດດັ່ງກ່າວ.
 
ຫວຽດນາມ ສະໜັບສະໜູນຄວາມພະຍາຍາມຂອງປະຊາຄົມສາກົນ ແນໃສ່ປະກອບສ່ວນປັບປຸງລະບົບສາກົນ ຕາມກົດໝາຍສາກົນ, ຮັບມືກັບສິ່ງທ້າທາຍໂລກ ແລະ ຕັ້ງພື້ນຖານໃຫ້ແກ່ການຟື້ນຟູເສດຖະກິດໂດຍໄວ, ສະເໝີພາບ ແລະ ໝັ້ນຄົງ. ຝຣັ່ງ ໄດ້ເນັ້ນໜັກຄວາມສຳຄັນຂອງທັດສະນະຂອງ ອາຊຽນ ກ່ຽວກກັບພາກພື້ນ ອິນໂດ - ປາຊີຟີກ (ASEAN Indo-Pacific Outlook-AIPO).


ຕອນບ່າຍວັນທີ 3 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ຄະນະຜູ້ແທນຂັ້ນສູງ
ຫວຽດນາມ ໄດ້ໄປຮອດນະຄອນຫຼວງ ປາຣີ, ເລີ່ມຕົ້ນການ ຢ້ຽມຢາມ ສ. ຝຣັ່ງ ຢ່າງເປັນທາງການ ແຕ່ວັນທີ 3-5 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກ ລັດຖະມົນຕີ ສ. ຝຣັ່ງ Jean Castex. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄປຮອດສະໜາມບິນ Orly ຢູ່ນະຄອນຫຼວງ ປາຣີ. ພາບ: ເຢືອງຢາງ/VNA  



ຕອນບ່າຍວັນທີ 3 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ຄະນະ ຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ສ. ຝຣັ່ງ ຢ່າງເປັນທາງ ການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ ວັງ Invalides ຢູ່ນະຄອນຫຼວງ ປາຣີ. ທ່ານນາງ Amélie de Montchalin, ລັດຖະມົນຕີ ຮັບຜິດຊອບກ່ຽວກັບບັນດາບັນຫາ ເອີຣົບ ຂອງ ຝຣັ່ງ ໄດ້ເປັນປະທານໃນພິທີຕ້ອນຮັບ. ພາບ: ເຢືອງຢາງ/VNA  


ຕອນຄຳ່ວັນທີ 3 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ທີ່ວັງ Matignon ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ. ພາບ: ເຢືອງຢາງ/VNA  


ທີ່ວັງ Matignon ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex ພົບປະເຈລະຈາກັບ ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ. ພາບ: ເຢືອງຢາງ/VNA  


ຕອນຄຳ່ວັນທີ 3 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ທີ່ວັງ Matignon ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເປັນສັກຂີພິຍານ ພິທີລົງນາມບາງເອກະສານ, ຂໍ້ຕົກລົງວ່າດ້ວຍ ການຮ່ວມມືດ້ານເສດຖະກິດ ລະຫວ່າງ ບັນດາອົງການ ແລະ ວິສາຫະກິດສອງປະເທດ. ພາບ: ເຢືອງຢາງ/VNA  


ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການບໍລິຫານ ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກະຊວງສຶກສາ ມະຫາວິທະຍາໄລ, ຄົ້ນຄວ້າ ແລະ ປ່ຽນແປງໃໝ່ ຝຣ່ັງ ກ່ຽວກັບ ການຮັບຮອງໃບປະກາດສະນີຍະບັດ ແລະ ວິວັດການຮຳ່ຮຽນ. ພາບ: ເຢືອງຢາງ/VNA  


ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືປະຕິບັດ ບັນດາ ໂຄງການດາວທຽມສັງເກດໜ່ວຍໂລກ ລະຫວ່າງ ສະພາ ມະຫາບັນດິດ ວິທະຍາສາດເຕັກໂນໂລຊີ ຫວຽດນາມ ແລະ ສູນຄົ້ນຄວ້າອາວະກາດແຫ່ງຊາດ ຝຣັ່ງ.  ພາບ: ເຢືອງຢາງ/VNA  


ພິທີລົງນາມບັນດາຂໍ້ຕົກລົງໃນຂົງເຂດເສດຖະກິດ-ການຄ້າ ຂອງບໍລິສັດການບິນ Vietjet Air ກັບ Safran-ກຸ່ມບໍລິສັດ ເຕັກໂນໂລຊີ ລະດັບສູງ ອັນດັບໜຶ່ງໃນໂລກຂອງ ຝຣັ່ງ. ພາບ: ເຢືອງຢາງ/VNA  

ຫວຽດນາມ ແລະ ຝຣັ່ງ ແບ່ງປັນທັດສະນະໃກ້ຊິດເທິງຫຼາຍ ບັນຫາທີ່ຍິ່ງໃຫຍ່ຂອງພາກພື້ນ ແລະ ສາກົນ, ໃນນັ້ນ ມີບັນຫາປ້ອງກັນຄວາມສະຫງົບ, ສາທາລະນະສຸກ ແລະ ພັດທະນາ ແບບຍືນຍົງຄົງຕົວ. ໃນບັນດາຍຸດທະສາດຂອງ ຝຣັ່ງ ແລະ ເອີຣົບ ກ່ຽວກັບພາກພື້ນ ອິນໂດ-ປາຊີຟີກ, ຫວຽດນາມ ກໍ່ຄື ບັນດາສະມາຊິກຕ່າງໆ ຂອງ ອາຊຽນ ກວມຈຸດທີ່ຕັ້ງໜຶ່ງ ທີ່ຈຳເປັນ.
 
ໃນບັນດາການພົບປະລະຫວ່າງສອງຝ່າຍ, ທຸກໆ ບັນຫາທີ່ ສອງຝ່າຍສະເໝີມາ ລ້ວນແຕ່ໄດ້ຮັບຄວາມເອກະສັນກັນສູງ. ສອງຝ່າຍຢັ້ງຢືນຈະຕັດສິນໃຈເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ເລິກເຊິ່ງກວ່າເກົ່າ.
 
ຫວຽດນາມ ແລະ ຝຣັ່ງ ຢັ້ງຢືນຄືນໃໝ່ ຄວາມມຸ່ງຫວັງຢາກເພີ່ມທະວີການຮ່ວມມືໃນການຮັບມືກັບສິ່ງທ້າທາຍລວມ ຄືບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ... ສອງຝ່າຍສະແດງຄວາມຕັດສິນໃຈເຮັດໃຫ້ເລິກເຊິ່ງກວ່າເກົ່າ ກາຍພົວພັນຮ່ວມມືໃນຂົງເຂດວັດທະນະທຳ, ເປັນຕົ້ນແມ່ນການສອງພາສາ ຝຣັ່ງ; ຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ. ສອງຝ່າຍເນັ້ນໜັກ ວ່າ ວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ຄືການສຶກສາ ມະຫາ ວິທະຍາໄລ ເປັນໜຶ່ງໃນບັນດາຂົງເຂດບູລິມະສິດ ໃນການ ຮ່ວມມືສອງຝ່າຍ. ບັນດາການນຳສອງປະເທດ ເປັນເອກະສັນກັນວ່າ ສືບຕໍ່ຊຸກຍູ້ ການພົບປະສ້າງສັນລະຫວ່າງປະຊາຊົນສອງປະເທດ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຝຣັ່ງ.
 
ສອງຝ່າຍໄດ້ຢັ້ງຢືນຄວາມສຳຄັນຂອງການຮັບສາຄວາມສະຫງົບ, ຄວາມປອດໄພ, ເສລີພາບຂອງການເດີນເຮືອທະເລ ແລະ ການເດີນອາກາດຢູ່ເຂດທະເລ ແລະ ມະຫາສະໝຸດ, ເປັນຕົ້ນແມ່ນຢູ່ທະເລຕາເວັນອອກ, ບົນພື້ນຖານປະຕິບັດບັນດາຫຼັກການຂອງກົດມາຍສາກົນ.


ຕອນທ່ຽງວັນທີ 4 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ທີ່ວັງ Élysée ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໋ງ ໄດ້ພົບປະເຈລະຈາກັບທ່ານ ປະທານາທິບໍດີ ຝຣັ່ງ  Emmanuel Macron. ໃນພາບ: ທ່ານປະທານາທິບໍດີ ຝຣັ່ງ  Emmanuel Macron ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໋ງ. ພາບ: ເຢືອງຢາງ/VNA  


ຕອນທ່ຽງວັນທີ 4 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ທີ່ວັງ Bourbon ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາ ແຫ່ງຊາດ ຝຣັ່ງ Richard Ferrand. ພາບ: ເຢືອງຢາງ/VNA  


ຕອນບ່າຍວັນທີ 3 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາສູງ ຝຣັ່ງ ທ່ານ Gerard Larcher. ພາບ: VNA  


ຕອນບ່າຍວັນທີ 3 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Aurélia Nguyen ຜູ້ອຳນວຍການໂຄງການສຳຜັດກັບວັກຊິນທົ່ວໂລກ COVAX. ພາບ: ເຢືອງຢາງ/VNA  


ວັນທີ 4 ພະຈິກ 2021 (ຕາມເວລາທ້ອງຖິ່ນ ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ຕ້ອນຮັບທ່ານ Fabien Roussel, ເລຂາທົ່ວປະເທດພັກກອມມູນິດ ຝຣັ່ງ. ພາບ: ເຢືອງຢາງ/VNA  


ຕອນບ່າຍວັນທີ 4 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມາຢ້ຽມຢາມບໍລິສັດການຢາ Sanofi ແລະ ເປັນສັກຂີພິຍານ ພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ສະຫະບໍລິສັດການຢາ ຫວຽດນາມ ແລະ Sanofi ໄລຍະ 2021-2023. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສໃນພິທີ. ພາບ: ເຢືອງຢາງ/VNA  

ໃນຂອບຂອງການຢ້ຽມຢາມ ສ. ຝຣັ່ງ ຄັ້ງນີ້, ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີການຕ້ອນຮັບວິສາຫະກິດ ແຖວໜ້າຂອງ ຝຣັ່ງ ແລະ ເອີຣົບ: ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຝຣັ່ງ-ຫວຽດ; ພ້ອມກັບການນຳ ຝຣັ່ງ ເປັນສັກຂີ ພິຍານພິທີເຊັນເອກະສານ, ຂໍ້ຕົກລົງເກືອບ 40 ສະບັບໃນຫຼາຍຂົງເຂດຄື: ຂໍ້ຕົກລົງວ່າດ້ວຍການບໍລິຫານ ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກະຊວງສຶກສາ ມະຫາວິທະຍາໄລ, ຄົ້ນຄວ້າ ແລະ ປ່ຽນແປງໃໝ່ ຝຣ່ັງ ກ່ຽວກັບ ການຮັບຮອງໃບປະກາດສະນີຍະບັດ ແລະ ວິວັດການຮຳ່ຮຽນ. ຂໍ້ຕົກລົງໃນຂົງເຂດເສດຖະກິດ-ການຄ້າ ຂອງບໍລິສັດການບິນ Vietjet Air ກັບ Safran-ກຸ່ມບໍລິສັດ ເຕັກໂນໂລຊີ ລະດັບສູງ ອັນດັບໜຶ່ງໃນໂລກຂອງ ຝຣັ່ງ ດ້ວຍມູນຄ່າ 10 ຕື້ໂດລາ ສະຫະລັດ; ບົດບັນທຶກຊ່ວຍຈຳມີມູນຄ່າ 2 ຕື້ ຢູໂຣ ລະຫວ່າງບໍລິສັດການບິນ Bamboo Airways ກັບ Safran...
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຍັງມີຫຼາຍການເຄື່ອນ ໄຫວຄື: ຕ້ອນຮັບຄະນະການນຳສະມາຄົມມິດຕະພາບ ຝຣັ່ງ-ຫວຽດ; ພົບປະກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອີຣົບ ຈຳນວນໜຶ່ງ; ພົບປະກັບພະນັກງານສະຖານທູດ, ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ຝຣັ່ງ ແລະ ເອີຣົບ.
 
ທີ່ບັນດາການພົບປະ, ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ຍົກໃຫ້ເຫັນແຈ້ງວ່າ ພັກ, ລັດ ຖືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນພາກສ່ວນໜຶ່ງທີ່ສຳຄັນ, ບໍ່ສາມາດແຍກອອກໄດ້, ເປັນກຳລັງໜູນ ເພື່ອພັດທະນາປະເທດຊາດ, ສິ່ງດັ່ງກ່າວ ໄດ້ສະແດງອອກຜ່ານມະຕິຕົກລົງສະບັບທີ່ 36, ຄຳສັ່ງເລກທີ 45 ແລະ ຂໍ້ສະຫຼູບເລກ 12 ຂອງກົມການເມືອງ ກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
 
ຄູ່່ຮ່ວມມືຍຸດທະສາດຂອງກັນ ແລະ ກັນ
ຫວຽດນາມ ແລະ ຝຣັ່ງ ສ້າງຕັ້ງສາຍພົວພັນການທູດແຕ່ວັນທີ 12 ເມສາ 1973. ຫຼັງຈາກໂຮມປະເທດຊາດເປັນເອກະພາບ, ສອງປະເທດໄດ້ເພີ່ມທະວີການພົວພັນໃນຫຼາຍດ້ານ, ໃນນັ້ນ ມີເລື່ອງ ຝຣັ່ງ ຊ່ວຍເຫຼືອ ຫວຽດນາມ ໃນການຟື້ນຟູປະເທດ ຊາດ. ຈຸດສູງຂອງການພົວພັນແມ່ນການຢ້ຽມຢາມ ຝຣັ່ງ ຂອງທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ເມື່ອເດືອນ ເມສາ 1977. 

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຝຣ່ັງ ເປັນຄູ່ຮ່ວມມື ການຄ້າ ເອີຣົບ ອັນດັບ 5 ຂອງ ຫວຽດນາມ. ມູນຄ່າການຄ້າປີ 2020 ບັນລຸ 4,81 ຕື້ໂດລາສະຫະລັດ, ຫຼຸດ 10% ເມື່ອທຽບກັບ 5,3 ຕື້ໂດລາສະຫະລັດຂອງປີ 2019; ໃນນັ້ນ ມູນຄ່າສົ່ງອອກ ໄປຍັງຕະຫຼາດ ຝຣັ່ງ ບັນລຸ 3,29 ຕື້ໂດລາສະຫລັດ ແລະ ມູນຄ່ານຳເຂົ້າຈາກ ຝຣັ່ງ ຂອງ ຫວຽດນາມ ບັນລຸ 1,52 ຕື້ໂດລາສະຫະລັດ.  
ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ເມື່ອເດືອນ ກັນຍາ 2013 ເນື່ອງໃນໂອກາດຢ້ຽມຢາມ ຝຣັ່ງ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ.ໃນການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການນຳສອງປະເທດ ໄດ້ມີການຢ້ຽມຢາມເຊິ່ງກັນ ແລະ ກັນມາເປັນຫຼາຍຄັ້ງ, ໃນນັ້ນ ມີບັນດາການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີຝຣັ່ງ Francois Mitterrand ເມື່ອປີ 1993, ທ່ານປະທານາທິບໍດີ Jauques Chirac ເມື່ອປີ 1997 ແລະ 2004, ທ່ານປະທານາທິບໍດີ Francois Hollande ເມື່ອປີ 2016 ແລະ ທ່ານປະທານາທິບໍດີ Edouard Philippe ເມື່ອເດືອນ ພະຈິກ 2018.
 
ທາງ ຫວຽດນາມ ກໍ່ມີບັນດາການຢ້ຽມຢາມ ຝຣັ່ງ ຂອງທ່ານ ເລຂາທິການໃຫຍ່ ເລຂາຝຽວ ເມື່ອປີ 2000, ທ່ານເລຂາທິການໃຫຍ່ ໂນງດຶກແມ້ງ ເມື່ອປີ 2005, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເມື່ອປີ 2018; ທ່ານປະທານປະເທດ ເຈີ່ນດຶກເລືອງ ເມື່ອປີ 2002; ທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ເມື່ອປີ 1993, ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ເມື່ອປີ 1998 ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເມື່ອປີ 2007, 2013 ແລະ 2015; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເມື່ອເດືອນ ເມສາ 2019.  


ຕອນບ່າຍວັນທີ 3 ພະຈິກ 2021 ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາວາງພວງມາລາທີ່ອະນຸສາວະລີ ປະທານ ໂຮ່ຈີມິນ, ປູກຕົ້ນໄມ້ທີ່ລະລຶກ ແລະ ມາຢ້ຽມຢາມ ຫວ່າງເວຫາ ໂຮ່ຈີມິນ  ຢູ່ສວນສາທາລະນະ Montreau, ນະຄອນ Montreui. ພາບ: ເຢືອງຢາງ/VNA  


ຕອນຄຳ່ວັນທີ 4 ພະຈິກ 2021 ຕາມເວລາທ້ອງຖິ່ນ,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບຜູ້ຕາງໜ້າ ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ເອີຣົບ. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສທີ່ການພົບປະ. ພາບ: ເຢືອງຢາງ/VNA     


ຕອນຄຳ່ວັນທີ 4 ພະຈິກ 2021 ຕາມເວລາທ້ອງຖິ່ນ,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບບັນດາທ່ານໝໍ, ນັກຊ່ຽວຊານດ້ານສາທາລະນະສຸກ ຝຣັ່ງ-ຫວຽດ. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກັບຜູ້ຕາງໜ້າສະມາຄົມ ສາທາລະນະສຸກ ຝຣັ່ງ-ຫວຽດ. ພາບ: ເຢືອງຢາງ/VNA     


ຕອນເຊົ້າວັນທີ 05 ພະຈິກ 2021 ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໄດ້ມີການພົບປະ ເຈລະຈາກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ອົງການໃຊ້ພາສາ ຝຣັ່ງ. ພາບ: ເຢືອງຢາງ/VNA     


ຕອນບ່າຍວັນທີ 05 ພະຈິກ 2021 ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໄປຢ້ຽມຢາມສຳນັກງານອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ເຊິ່ງຕັ້ງຢູ່ ປາຣີ, ຝຣັ່ງ ແລະ ເຂົ້າພົບປະກັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການ UNESCO. ພາບ: ເຢືອງຢາງ/VNA     


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເປັນສັກຂີພິຍານ ໃນພິທີເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ UNESCO ແລະ ກຸ່ມບໍລິສັດ SOVICO ໃນການຊຸກຍູ້ເຄືອຂ່າຍບັນດາ ນະຄອນມີຫົວຄິດປະດິດດສ້າງ ແລະ ພັດທະນາການທ່ອງທ່ຽວ ຢ່າງໝັ້ນຄົງຢູ່ ຫວຽດນາມ. ພາບ: ເຢືອງຢາງ/VNA     


ຕອນບ່າຍວັນທີ 5 ພະຈິກ 2021, ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ຕ້ອນຮັບທ່ານ Mathias Cormann, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD). ໃນພາບ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ຫວຽດນາມ ແລະ OECD ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານເລຂາທິການໃຫຍ່ OECD Mathias Cormann. ພາບ: ເຢືອງຢາງ/VNA     


ຕອນບ່າຍວັນທີ 5 ພະຈິກ 2021, ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ຕ້ອນຮັບທ່ານ Christian Scherer, ຜູ້ອຳນວຍການໃຫຍ່ ການຄ້າໂລກຂອງກຸ່ມບໍລິສັດ Airbus. ໃນພາບ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ຕ້ອນຮັບທ່ານ Christian Scherer, ຜູ້ອຳນວຍການໃຫຍ່ ການຄ້າໂລກຂອງກຸ່ມບໍລິສັດ Airbus. ພາບ: ເຢືອງຢາງ/VNA   


ເຖິງເດືອນ ກໍລະກົດ 2021, ຝຣັ່ງ ເປັນອັນດັບ 3 ໃນບັນດາ ປະເທດ ເອີຣົບ ແລະ ອັນດັບ 16 ໃນຈຳນວນ 140 ປະເທດ ແລະ ເຂດແຄວ້ນທີ່ລົງທຶນເຂົ້າ ຫວຽດນາມ ດ້ວຍ 605 ໂຄງການ, ຍອດເງິນລົງທຶນບັນລຸ 3,6 ຕື້ໂດລາສະຫະລັດ; ປີ 2019 ມີ 563 ໂຄງການດ້ວຍຍອດເງິນລົງທຶນບັນລຸ 3,60 ຕື້ໂດລາສະຫະລັດ. 

ຝຣັ່ງ ເປັນອັນດັດ 7 ໃນບັນດາປະເທດ, ເຂດແຄວ້ນ ລົງທຶນຫຼາຍທີ່ສຸດໃນຂົງເຂດການທ່ອງທ່ຽວຢູ່ ຫວຽດນາມ ດ້ວຍ 14 ໂຄງການ, ຍອດມູນຄ່າການລົງທຶນດບັນລຸໄດ້ 188 ລ້ານ ໂດລາສະຫະລັດ. ຫວຽດນາມ ກຳນົດວ່າ ຝຣັ່ງ ເປັນຕະຫຼາດ ມີຈຸດສຳຄັນພິເສດຂອງ ຫວຽດນາມ. 
ໃນຂົງເຂດຮ່ວມມືພັດທະນາ, ຝຣັ່ງ ເປັນຜູ້ອຸປະທຳທຶນ ODA ອັນດັບໜຶ່ງໃຫ້ແກ່ ຫວຽດນາມ ແລະ ຫວຽດນາມ ເປັນອັນດັບ 2 ໃນຈຳນວນປະເທດໄດ້ຮັບທຶນ ODA ຂອງ ຝຣັ່ງ ຢູ່ ອາຊີ.
 
ເຖິງປະຈຸບັນ, ຝຣັ່ງ ສະໜອງເງິນກູ້ຢືມໃຫ້ ຫວຽດນາມ ດ້ວຍຈຳນວນ 3 ຕື້ໂດລາສະຫະລັດ. ຝຣັ່ງ ໜູນຊ່ວຍທຶນ ODA ໃຫ້ແກ່ ຫວຽດນາມ ຢ່າງໜ້ອຍສຸດແມ່ນ 200 ລ້ານ ຢູໂຣ ຕໍ່ປີ, ສຸມໃສ່ໃນ 3 ຂົງເຂດບຸລິມະສິດແມ່ນການປ່ຽນແປງຂອງດິນຟ້າ ອາກາດ, ພະລັງງານຫັນປ່ຽນ ແລະ ຂະຫຍາຍຕົວສີຂຽວ. ໃນການຮ່ວມມືດ້ານປ້ອງກັນຄວາມສະຫງົບ-ປ້ອງກັນຊາດ, ຝຣັ່ງ ເປັນປະເທດ ຕາເວັນອອກ ທຳອິດ ມີທູດປ້ອງກັນຊາດ ປະຈຳຢູ່ ຫວຽດນາມ (1991). ການພົວພັນຮ່ວມມືນັບມື້ນັບ ພັດທະນາຂຶ້ນ. ໃນການຢ້ຽມຢາມຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ສອງປະເທດ, ສອງຝ່າຍເປັນເອກະສັນກັນວ່າ ຫວຽດນາມ ແລະ ຝຣັ່ງ ເປັນການພົວພັນຄູ່ຮ່ວມມືຍຸດທະສາດ
ໃນຂົງເຂດປ້ອງກັນຊາດ.   
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top