• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ແລະ ກູບາ ເປັນເອກະສັນກັນຈະຮັດແໜ້ນ ແລະ ເຮັດໃຫ້ເລິກເຊິ່ງສາຍພົວພັນອ້າຍນ້ອງ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel, ຕອນເຊົ້າວັນທີ 18 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສ ກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 20 ກັນຍາ 2021.
ຜົນສຳເລັດພິເສດໃນການຢ້ຽມຢາມຢ່າງເປັນທາງການ ສ ກູບາ ຄັ້ງນີ້ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນສອງປະເທດ ໄດ້ພິຈາລະນາ, ເປັນເອກະສັນກັນຕໍ່ເລື່ອງ ຫວຽດນາມ ຈະຊື້ ວັກຊີນ ປ້ອງກັນການແຜ່ລະບາດຂອງເຊື້ອ ໂຄວິດ-19 ຂອງ ກູບາ ດ້ວຍຈຳນວນ 10 ລ້ານ ໂດສ. ນີ້ເປັນຜົນງານພິເສດ, ຢັ້ງຢືນສາຍພົວພັນມິດຕະພາບ ພິເສດ ລະຫວ່າງ ຫວຽດນາມ-ກູບາ, ພ້ອມກັນນັ້ນ ກໍ່ເປັນຜົນງານຍິ່ງໃຫຍ່ ກ່ຽວກັບການທູດ ວັກຊີນ ຂອງ ຫວຽດນາມ ອີກດ້ວຍ.
 
ການຢ້ຽມຢາມ ຍັງເປັນຂີດໝາຍທີ່ສຳຄັນແບບພິເສດ, ເປັນການຢ້ຽມຢາມ ກູບາ ຄັ້ງທຳອິດ ຂອງປະມຸກລັດຄົນໜຶ່ງ ນັບຕັ້ງແຕ່ ໂລກລະບາດ ໂຄວິດ-19 ເກີດຂຶ້ນ ແລະ ໄດ້ປະຕິບັດເນື່ອງໃນໂອກາດ ສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ກູບາ. 


ຕອນບ່າຍວັນທີ 19 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ຫໍປະຕິວັດ ຢູ່ນະຄອນຫຼວງ La Habana, ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel ໄດ້ເປັນປະທານໃນພິທີຕ້ອນຮັບ ແລະ ພົບປະເຈລະຈາ ກັບທ່ານ
ປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມ ສ ກູບາ ຢ່າງເປັນທາງການ.
ໃນພາບ: ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel ກວດແຖວກຽດຕິຍົດ. ພາບ: ຖົ໋ງເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະເຈລະຈາກັບ ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel. ພາບ: ຖົ໋ງເຍິດ/VNA


ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel ປະ​ດັບຫຼຽນ​ໄຊ Jose Marti ໃຫ້​ແກ່​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວ​ນ​ຟຸກ. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel ໄດ້ເປັນສັກຂີພິຍານ ພິທີເຊັນບັນດາເອກະສານວ່າດ້ວຍການຮ່ວມມື ລະຫວ່າງສອງປະເທດ. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel ໄດ້ເປັນສັກຂີພິຍານ ພິທີເຊັນບັນດາເອກະສານວ່າດ້ວຍການຮ່ວມມື ລະຫວ່າງສອງປະເທດ. ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 19 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ La Habana, ທ່ານປະທານປະເທດ
ຫງວຽນຊວນຟຸກ ມີການພົບປະແລກປ່ຽນຄວາມຄິດຄວາມເຫັນກັບທ່ານປະທານສະພາແຫ່ງຊາດ
ສາທາລະນະລັດ ກູບາ Esteban Lazo Hernández. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ມອບປຶ້ມ “Fidel Castro Ruz-ນັກປະຕິວັດສາກົນທີ່ຍິ່ງໃຫຍ່” ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ສາທາລະນະລັດ ກູບາ Esteban Lazo Hernández. ພາບ: ຖົ໋ງເຍິດ/VNA

ການຢ້ຽມຢາມ ໄດ້ປະຕິບັດ ໃກ້ກັບໄລຍະສະເຫຼີມສະຫຼອງ 48 ປີແຫ່ງການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານ Fidel Castro Ruz ມາຍັງ ຫວຽດນາມ ເມື່ອເດືອນ ກັນຍາ 1973 ແລະ 55 ປີແຫ່ງວັນປະທານ ໂຮ່ຈີມິນ ຕ້ອນຮັບທ່ານ Fidel Castro Ruz (ເດືອນ ຕຸລາ 1966).
ໃນເວລາ 3 ວັນແຕ່ວັນທີ 18-20 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກ, ພົບປະແລກປ່ຽນຄວາມຄິດຄວາມເຫັນກັບບັນດາສະຫາຍການນຳ ພັກ, ລັດ ກູບາ ແລະ ການເຄື່ອນໄຫວພັດທະນາການພົວພັນສາມັກຄີ ມິດຕະພາບ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ສອງປະເທດ ຂຶ້ນສູ່ລະດັບສູງໃໝ່ ຈຳນວນໜຶ່ງ.
 
ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢຍາມ ສ ກູບາ ຢ່າງເປັນທາງການ ໄດ້ຈັດຕັ້ງຢ່າງສົມກຽດຢູ່ນະຄອນຫຼວງ La Habana ຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ ພາຍໃຕ້ການເປັນປະທານຂອງ ທ່ານເລຂາທິການຜູ້ທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ  ກູບາ, ປະທານປະເທດ ສ ກູບາ Miguel Díaz-Canel.
 
ທີ່ການພົບປະເຈລະຈາກ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel ໄດ້ເປັນເອກະສັນກັນວ່າ ເວລາຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການພົວພັນທາງດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາບັນດາກົນໄກຮ່ວມມືເປັນປົກກະຕິ, ມີໄຫວພິບ ແລະ ຍົກສູງປະສິດທິຜົນ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍປະຕິບັດສັນຍາການຄ້າສະບັບໃໝ່ໃຫ້ມີປະສິດທິຜົນ, ຂຸດຄົ້ນບັນດາບຸລິມະສິດຂອງສັນຍາສະບັບນີ້ຢ່າງສຸດຂີດ, ຍົກວົງເງິນການຄ້າສອງສົ້ນໃຫ້ສູງຂຶ້ນສົມກັບກຳລັງບົ່ມຊ້ອນ ແລະ ສາຍພົວພັນການເມືອງອັນດີງາມລະຫວ່າງສອງປະເທດ.



ຕອນເຊົ້າວັນທີ 19 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ La Habana, ທ່ານປະທານປະເທດ
ຫງວຽນຊວນຟຸກ ມີການພົບປະແລກປ່ຽນຄວາມຄິດຄວາມເຫັນກັບທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz
. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ມີການພົບປະແລກປ່ຽນຄວາມຄິດຄວາມເຫັນກັບທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz. ພາບ: ຖົ໋ງເຍິດ/VNA
ສອງຝ່າຍໄດ້ສ້າງເງື່ອນໄຂສະດວກ, ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາໂຄງການພັດທະນາການຜະລິດເຂົ້າສານ, ສາລີ, ກາເຟ, ປູກລ້ຽງສິນໃນນ້ຳຢູ່ ກູບາ ໃຫ້ມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍນຳ ກູບາ ກາຍເປັນປະເທດເພິ່ງຕົນເອງດ້ານສະບຽງອາຫານ, ສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດວັດທະນະທຳ, ວິທະຍາສາດເຕັກໂນໂລຢີ, ກິລາ, ການທ່ອງທ່ຽວ, ບຳລຸງສ້າງ, ສາທາລະນະສຸກ…

ສືບຕໍ່ຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ຮ່ວມມືກັນໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ລວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປະກາດຂໍ້ຕົກລົງວ່າດ້ວຍການມອບຂອງຂວັນໃຫ້ແກ່ປະຊາຊົນ ກູບາ ອ້າຍນ້ອງ, ເຊິ່ງລວມມີເຂົ້າສານຈຳນວນ 5.000 ໂຕນ, ອຸປະກອຍການແພດ. ນອາກຈາກນັ້ນ ມີກະຊວງ, ຂະແໜງການຈຳນວນໜຶ່ງກໍໄດ້ມອບຂອງຂວັນໃຫ້ແກ່ກະຊວງ, ຂະແໜງການ, ຄູ່ຮ່ວມມືກູບາ ເຊັ່ນດຽວກັນ. ທ່ານປະທານປະເທດ ຫງວຽນຊວນຟຸກ ກໍໄດ້ເຊີນທ່ານປະທານປະເທດ ກູບາ Miguel Diaz Canel ຈະໄປຢ້ຽມຢາມ ຫວຽດນາມ ໃນໄວໆນີ້.


ຕອນເຊົ້າວັນທີ 19 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ປະທານ ໂຮ່ຈີມິນ. ພາບ: ຖົ໋ງເຍິດ/VNA


ຕອນບ່າຍວັນທີ 19 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ມາຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti. ພາບ: ຖົ໋ງເຍິດ/VNA


ຕອນບ່າຍວັນທີ 20 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ສຸສານທ່ານ Fidel Castro ທີ່ນະຄອນSantiago. ພາບ: ຖົ໋ງເຍິດ/VNA


ຕອນບ່າຍວັນທີ 20 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ ເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti ຢູ່ນະຄອນ Santiago. ພາບ: ຖົ໋ງເຍິດ/VNA

ໃນຂົງເຂດຂອງການຢ້ຽມຢາມ, ຕາງໜ້າໃຫ້ການນຳພັກ, ລັດ ກູບາ, ທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Diaz Canel ໄດ້ເປັນປະທານໃນພິທີປະດັບຫຼຽນໄຊ Jose Marti ໃຫ້ແກ່ທ່ານ ຫງວຽນຊວນຟຸກ ເພື່ອການປະກອບສ່ວນອັນລຳ້ຄ້າ ໃນການເພີ່ມທະວີສາຍພົວພັນ ມິດຕະພາບ, ສາມັກຄີ ແລະ ການຮ່ວມມື ລະຫວ່າງ ກູບາ ແລະ ຫວຽດນາມ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຂອງສອງປະເທດ ເນື່ອງໃນໂອກາດການຢ້ຽມຢາມ ກູບາ ຄັ້ງນີ້ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ.

ກ່ອນທີ່ລາອອກຈາກ ກູລາ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti; ໄປວາງພວງມາລາຢູ່ສຸສານທ່ານ Fidel Castro ທີ່ນະຄອນSantiago
ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ມີບັນດາການພົບປະແລກປ່ຽນຄວາມຄິດເຫັນກັບທ່ານນາຍົກລັດຖະມົນຕີ Manuel Marero Cruz ແລະ ທ່ານປະທານສະພາແຫ່ງຊາດ Esteban Lazo.
 
ໃນການພົບປະກັບທ່ານນາຍົກລັດຖະມົນຕີ Manuel Marero Cruz, ທ່ານປະທານປະເທດ ຫງວຽນຊວນຟຸກ ມີຄວາມປາດຖະໜາ ຢາກ ໃຫ້ລັດຖະບານ ສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ພິເສດແມ່ນຍົກສູງປະສິດທິຜົນການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງ ລັດຖະບານ, ປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງ ສອງປະເທດ ພັດທະນາ ນັບມື້ນັບແທດຈິງ, ຍົກສູງລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ສົມກັບການພົວພັນດ້ານການເມືອງ ອັນດີງາມລະຫວ່າງສອງປະເທດ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ ກູບາ ຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນກັນໂຄວິດ - 19 ແລະ ເຊື້ອເຊີນທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ມາຢ້ຽມຢາມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ໄດ້ຕີລາຄາສູງ ຄວາມໝາຍພິເສດຂອງ ການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ກູບາ ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ກູບາ ໃນຈຸດເວລານີ້ ເຊິ່ງສະແດງໃຫ້ເຫັນຄວາມເຄົາລົບ, ນ້ຳໃຈ ແລະ ຄວາມເອົາໃຈໃສ່ເປັນພິເສດຂອງ ພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ທ່ານປະທານປະເທດ ຫງວຽນຊວນຟຸກ ຕໍ່ການຮັກສາ ແລະ ເພີ່ມພຸນຄຸນສ້າງການພົວພັນຮ່ວມມືທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງ.


ວັນທີ 20 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມາຢ້ຽມຢາມຜູ້ນຳປະຕິວັດ ກູບາ, ພົນເອກ Raul Castro Ruz. ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 20 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ Rodrigo Malmierca Diaz. ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 20 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສູນເຕັກນິກສືບພັນ ແລະ ເຕັກໂນໂລຊີຊີວະຊາດຂອງກຸຍບາ (CIGB). ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີເຊັນເອກະສານວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ. ພາບ: ຖົ໋ງເຍິດ/VNA

       ຕອນບ່າຍວັນທີ 18 ກັນຍາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານຜູ້ທີໜຶ່ງ ສະຖາບັນ ກູບາ ມິດຕະພາບກັບບັນດາຊົນເຜົ່າ (ICAP) Noemi Rabaza Fernandesz, ປະທານສະມາຄົມມິດຕະພາບ ກູບາ-ຫວຽດນາມ Yolanda Ferrer Gomez ແລະ ຜູ້ຕາງໜ້າການນຳບັນດາໂຮງຮຽນ ໂຮ່ຈີມິນ, ຫງວຽນວັນໂຈຍ ແລະ ຫວໍທິຖັງ. ໃນພາບ: ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານຜູ້ທີໜຶ່ງ ສະຖາບັນ ກູບາ ມິດຕະພາບກັບບັນດາຊົນເຜົ່າ (ICAP) Noemi Rabaza Fernandesz. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ກັບບັນດາທ່ານຜູ້ແທນ ແລະ ຊາວ ຫວຽດນາມ ທີ່ພວມອາໄສ, ເຮັດວຽກ ແລະ ຮຳ່ຮຽນຢູ່ ກູບາ. ພາບ: ຖົ໋ງເຍິດ/VNA

ຊຸກຍູ້ວຽກງານພົວພັນກັບປະຊາຊົນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມາພົບປະ, ແບ່ງປັນຂໍ້ມູນຂ່າວສານກັບການນຳ ສະຖາບັນ ກູບາ ມິດຕະພາບກັບບັນດາຊົນເຜົ່າ (ICAP), ສະມາຄົມມິດຕະພາບ ກູບາ-ຫວຽດນາມ ແລະ ຜູ້ຕາງໜ້າການນຳບັນດາໂຮງຮຽນ ໂຮ່ຈີມິນ, ຫງວຽນວັນໂຈຍ ແລະ ຫວໍທິຖັງ. ພ້ອມກັນນັ້ນ, ທ່ານປະທານປະເທດ ຍັງມາຢ້ຽມຢາມສະຖານທູດ ແລະ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກູບາ.
 
ເນື່ອງໃນໂອກາດມານະຄອນຫຼວງ La Habana, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ປະທານ ໂຮ່ຈີມິນ; ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti. 
 
ໄດ້ຮັບຜົນງານດັນຈົບງາມ, ເປັນຕົ້ນແມ່ນໃນການຮ່ວມມືດ້ານສາທາລະນະສຸກ, ປ້ອງກັນ ແລະ ຕ້ານ ໂຄວິດ-19, ການຕ່າງປະເທດ, ການພົວພັນກັບປະຊາຊົນ ແລະ ການທູດ ວັກຊີນ, ການຢ້ຽມຢາມ ກູບາ ຄັ້ງນີ້ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຈິດໃຈ, ຄວາມພະຍາຍາມສືບຕໍ່ເພີ່ມທະວີ, ເຮັດໃຫ້ມູນເຊື້ອການພົວພັນ ສາມັກຄີ ອ້າຍນ້ອງ,​ການຮ່ວມມືຮອບດ້ານ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງປະເທດ ໄດ້ເລິກເຊິ່ງກວ່າເກົ່າ. 


ໃນຊຸມປີມໍ່ໆ ມານີ້, ການພົວພັນສາມັກຄີແບບມູນເຊື້ອ, ການສະໜັບສະໜູນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ກູບາ ໄດ້ຮັບການກໍ່ສ້າງ, ຊຸກຍູ້ ແລະ ພັດທະນາເທິງຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. 

ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top