• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ ແລະ ໂທລະຄົມມະນາຄົມ

 ວັນທີ 14 ມີນາ, ທ່ານ Somdech Hunsen ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ.
 
ທ່ານ Somdech Hunsen ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ຫງວຽນແມ້ງຮູ່ງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ: TTXVN)

ວັນທີ 14 ມີນາ, ທ່ານ Somdech Hunsen ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໂດຍທ່ານ ຫງວຽນແມ້ງຮູ່ງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ເປັນຫົວໜ້າຄະນະ,ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ໃນລະຫວ່າງວັນທີ 13 – 16 ມີນາ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນແມ້ງຮູ່ງ ໄດ້ນຳເອົາຄຳຢື້ຢາມຖາມຂ່າວຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ມາເຖິງທ່ານ Somdech Hunsen ນາຍົກລັດຖະມົນຕີ ກຳປູເຈຍ. ພ້ອມທັງລາຍງານຕໍ່ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກ່ຽວກັບເນື້ອໃນ, ໝາກຜົນຂອງບັນດາການເຈລະຈາກັບທ່ານ Tram Iv Tek ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ກຳປູເຈຍ ແລະ ທ່ານ Khieu Kanharith ລັດຖະມົນຕີກະຊວງ ຖະແຫຼງຂ່າວ ກຳປູເຈຍ. ທີ່ການເຈລະຈາ, ທ່ານລັດຖະມົນຕີ ຫງວຽນແມ້ງຮູ່ງ ໄດ້ແບ່ງປັນບັນດາການກຳນົດທິດຂອງການພັດທະນາຂົງເຂດໄປສະນີໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ວຽກງານຖະແຫຼງຂ່າວໂຄສະນາຂອງ ຫວຽດນາມ ໃນໄລຍະທີ່ຈະກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0. ທ່ານລັດຖະມົນຕີ ຫງວຽນແມ້ງຮູ່ງ ໄດ້ລົງນາມໃນບັນດາບົດບັນທຶກຊ່ວຍຈຳ ແລະ ແຜນການຮ່ວມມືໃນປີ 2019 ກັບລັດຖະມົນຕີກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ກະຊວງຖະແຫຼງຂ່າວ ກຳປູເຈຍ. ນອກຈາກນີ້ທ່ານຍັງສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ກຳປູເຈຍ ທີ່ໄດ້ສ້າງເງື່ອນໄຂສະໜັບສະໜູນໃຫ້ແກ່ບັນດາໂຄງການ, ການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ເວົ້າລວມ ແລະ ໃນຂົງເຂດຖະແຫຼງຂ່າວ ແລະ ການສື່ສານເວົ້າສະເພາະ.

ສ່ວນທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Somdech Hunsen ໄດ້ຕີລາຄາສູງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ ຫວຽດນາມ - ກຳປູເຈຍ ໃນຂົງເຂດ ໄປສະນີ ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານໃນຊຸມປີທີ່ຜ່ານມາ, ພ້ອມທັງຖືວ່າ ບັນດາການຮ່ວມມືນັ້ນໄດ້ປະກອບສ່ວນຊ່ວຍໃຫ້ປະເທດ ກຳປູເຈຍມີການພັດທະນາຢ່າງວ່ອງໄວ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top