• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແນະນຳບັນດາບຸລິມະສິດໃນອາຍຸການດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ

      ວັນທີ 12 ທັນວາ, ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຈັດຕັ້ງການພົບປະກັບສື່ມວນຊົນສາກົນ ທີ່ພວມປະຕິບັດງານຢູ່ ສຳນັກງານ ສປຊ, ນິວຢອກ, ອາເມລິກາ ເພື່ອແນໃສ່ແນະນຳກ່ຽວກັບບັນດາບຸລິມະສິດຂອງ ຫວຽດນາມໃນອາຍຸການທີ່ຈະດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ເມື່ອ ຫວຽດນາມດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ ຂອງ ປີ 2020.

ທ່ານ ດັ້ງດິ່ງກີ໊ຍ ເອກອັກຄະລັດຖະທູດ ຫວຽດນາມກ່າວຄຳເຫັນທີ່ເຫດການ (ພາບ: TTXVN)
      ກ່າວຄຳເຫັນທີ່ເຫດການ, ທ່ານ ດັ້ງດິ່ງກີ໊ຍ ເອກອັກຄະລັດຖະທູດ ຫວຽດນາມ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມຈະມານະພະຍຍາມ ເພື່ອປະກອບສ່ວນເຂົ້າການສະກັດກັ້ນການປະທະກັນ, ເສີມຂະຫຍາຍການທູດປ້ອງກັນແລະ ຕ້ານແບບການທູດ ແລະ ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ. ຫວຽດນາມກໍ່ຈະພະຍາຍາມເຂົ້າຮ່ວມການປັບປຸງວິທີການເຮັດວຽກຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ.
        ທ່ານ ດັ້ງດິ່ງກີ໊ຍ ຍັງໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ຈະເອົາໃຈໃສ່ເປັນພິເສດເຂົ້າຮ່ວມການປະກອບຄຳເຫັນໃນບັນດາບັນຫາໃຫຍ່ຄືການປົກປ້ອງສາມັນຊົນ, ປົກປັກຮັກສາ ພື້ນຖານໂຄງລ່າງທີ່ຈຳເປັນສຳລັບປະຊາຊົນຢູ່ບັນດາບ່ອນເກີດການປະທະກັນ… ຕາມທ່ານແລ້ວ, ການຕ້ານຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດສຳລັບສັນຕິພາບ ແລະ ຄວາມໝັ້ນຄົງກໍ່ແມ່ນບັນຫາທີ່ຫວຽດນາມ ຈະໄດ້ເອົາໃຈໃສ່ເປັນພິເສດໃນປີ2020.
        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ, ທ່ານ  ດັ້ງດິ່ງກີ໊ຍ ໃຫ້ຮູ້ວ່າ ຫວຽດນາມສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາສານ ໄປຍັງ ສປປ.ເກົາຫຼີທີ່ວ່າ ເປີດປະຕູ ແລະ ເຊື່ອມໂຍງເຂົ້າກັບໂລກ ຈະເຮັດໃຫ້ແຕ່ລະປະເທດມີຄວາມເຂັ້ມແຂງ ແລະ ພັດທະນາກ່ວາອີກ.   
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top