• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືກ່ຽວກັບຂົງເຂດພຸດທະສາສະໜາ

ເລື່ອງຂົນຂວາຍຄວາມສາມັກຄີສາສະໜາຂອງ ຫວຽດນາມ ໄດ້ມີໃນລາຍການຮ່ວມມືຂອງແນວໂຮມ, ໃນນັ້ນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນການຂົນຂວາຍຄວາມສາມັກຄີທົ່ວປວງຊົນ

ການຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ສປປ ລາວ ໃນວັນທີ 17 ສິງຫາ

ວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂງແຊກຖືກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນພຸດທະສາສະໜາ ລາວ ໂດຍ ພະອາຈານ ເວດ ມະເສໄນ, ຮອງປະທານຜູ້ປະຈຳການສູນກາງສະຫະພັນພຸດທະສາສະໜາ ສປປ ລາວ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂງແຊກຖືກ ໃຫ້ຮູ້ວ່າ: ເລື່ອງຂົນຂວາຍຄວາມສາມັກຄີສາສະໜາຂອງ ຫວຽດນາມ ໄດ້ມີໃນລາຍການຮ່ວມມືຂອງແນວໂຮມ, ໃນນັ້ນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນການຂົນຂວາຍຄວາມສາມັກຄີທົ່ວປວງຊົນ. ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ພວມມີຫຼາຍລາຍການຮ່ວມມືທີ່ມີປະສິດທິຜົນ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຊົນ 2 ປະເທດເພື່ອພ້ອມກັນພັດທະນາ, ສືບຕໍ່ຢັ້ງຢືນນ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບສວຍສົດງົດງາມ, ໝັ້ນຄົງຄະນົງແກ່ນໄປຊົ່ວກາລະນານ.

ສ່ວນພະອາຈານ ເວດ ມະເສໄນ, ຮອງປະທານຜູ້ປະຈຳການສູນກາງສະຫະພັນພຸດທະສາສະໜາລາວ ໃຫ້ຮູ້ວ່າ: ນັບແຕ່ປີ 2005, ພຸດທະສາສະໜາ ຫວຽດນາມ ແລະ ລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລວມມີ 6 ຂໍ້ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະມາຄົມພຸດທະສາສະໜາຂອງ 2 ປະເທດ; ພ້ອມທັງປາດຖະໜາວ່າ, ສະມາຄົມພຸດທະສາສະໜາລະຫວ່າງ 2 ປະເທດຈະມີການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງກ່ວາເພື່ອຍົກສຸງບົດບາດຂອງບົດບັນທຶກຊ່ວຍຈຳ ແລະ ຊຸກຍູ້ຄວາມສະໜິດຕິດພັນລະຫວ່າງພຸດທະສາສະໜາ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top