• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຫວຽດນາມ ເຂົ້າຮ່ວມຮັກສາສັນຕິພາບ ສະຫະປະຊາຊາດ ທີ່ ຊູດັງໃຕ້

ວັນທີ 2 ຕຸລາ 2018, ທ່ານໝໍ 32 ຄົນທຳອິດ ໃນຈຳນວນ ພະ ນັກງານ, ທ່ານໝໍ ທັງໝົດ 63 ຄົນ ຂອງ ໂຮງໝໍພາກສະໜາມ ພາກສະໜາມ ຂັ້ນ 2, ເລກ 1 ຂອງ ຫວຽດນາມ ໄດ້ເຮືອບິນ C-17 ສົ່ງໄປຍັງ ນະຄອນ ຫຼວງ ຢູບາ (ຊູດັງໃຕ້) ພ້ອມກັບອຸປະກອນ ແລະ ເຄື່ອງ ຮັບໃຊ້ ຊີວິດການເປັນຢູ່ ທີ່ຈຳເປັນ ດ້ານສາທາລະນະສຸກ ຈຳ ນວນ ຫຼາຍໂຕນ, ເລີ່ມຕົ້ນປະຕິບັດໜ້າທີ່  ຮັກສາສັນຕິພາບ ສະ ຫະປະຊາຊາດ (ສປຊ). ເຫດການດັ່ງກ່າວ ເປັນຂີດໝາຍ, ຄັ້ງ ທຳອິດ ຫວຽດນາມ ສົ່ງກຳລັງ ເຂົ້າຮ່ວມຮັກສາ ສັນຕິພາບ ໂດຍ ກົງ, ເຮັດໃຫ້ເພື່ອນມິດສາກົນ ເຫັນໄດ້ຮູບພາບ ອັນແທ້ຈິງ ກ່ຽວ ກັບ “ທະຫານ ລຸງໂຮ່” ທີ່ຮັກຫອມ ສັນຕິພາບ ແລະ ມີຄວາມສາ ມາດຢ່າງພຽງພໍໃນການປະຕິບັດ ໜ້າທີ່ ສັນຕິພາບສາກົນ ຂອງ ສປຊ.  ນັກການທູດສັນຕິພາບ ຢູ່ ຊູດັງໃຕ້

ຫຼັງຈາກໃຊ້ເວລາບິນເຖິງ 13 ຊົ່ງໂມງ ແລະ 2 ຊົ່ວໂມງ ເພື່ອເຕີມ ເຊື້ອເພີງ, ເຮືອບິນຂົນສົ່ງ C17 Globemaster ສັງກັດ ກອງທັບ ອາກາດ ລາຊະວົງ ອົສຕຣາລີ (RAAF) ໄດ້ລົງສູ່ສະໜາມບິນສາ ກົນ ຢູ່ນະຄອນຫຼວງ ຢູບາ ແຫ່ງປະເທດ ສ ຊູດັງ ດ້ວຍຄວາມ ປອດໄພ ພ້ອມກັບ ພະນັກງານ, ທ່ານໝໍ, ລັດຖະກອນ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ພ້ອມກັບອຸປະກອນດ້ານ ສາທາລະນະສຸກ ກວ່າ 30 ໂຕນ. ສ່ວນຈຳນວນພົນທີ່ຍັງເຫຼືອ ຈະມາທີ່ນີ້ ໃນອີກ 2 ທິດຕໍ່ມາ. ກຳລັງນີ້ ຂອງ ຫວຽດນາມ ຈະ ປ່ຽນແທນ ໜ່ວຍສາທາລະນະສຸກ ຂອງ ລາຊະອານາຈັກ ອັງກິດ ຂອງ ສປຊ ປະຈຳການຢູ່ ແບນຕີວ. ນີ້ແມ່ນ ເຫດການມີຄວາມ ໝາຍ ປະຫວັດສາດ ໃນ ຂະບວນວິວັດແຫ່ງການເຂົ້າຮ່ວມ ບັນດາ ການເຄື່ອນໄຫວຮັກ ສາສັນຕິພາບ ສປຊ ຂອງ ຫວຽດນາມ. 
ບັນດາທ່ານໝໍ ເສນາຮັກ ຍົກສູງຄັນທຸງ ຂອງ ສະຫະປະ ຊາຊາດ (ສປຊ) ແລະ ຫວຽດນາມ ທີ່ສະໜາມບິນ ສາກົນ ຢູບາ, ເລີ່ມຕົ້ນ
ການປະຕິບັດໜ້າທີ່ ຮັກສາສັນຕິພາບ ສປຊ ທີ່ ຊູດັງໃຕ້. ພາບ: VNA

 
ບັນດາທ່ານໝໍ ເສນາຮັກ ຫວຽດນາມ ທີ່ສະໜາມບິນ ສາກົນ ຢູບາ, ຊູດັງໃຕ້. ພາບ: VNA
 
ບັນດາທ່ານໝໍ ເສນາຮັກ ຫວຽດນາມ ຂຶ້ນລົດ ອອກຈາກສະ ໜາມ ບິນສາກົນ ຢູບາ ໄປຍັງ ແບນຕີວ, ເລີ່ມຕົ້ນການປະຕິບັດ ໜ້າທີ່ຮັກສາສັນຕິພາບ ສປຊ ທີ່ ຊູດັງໃຕ້. ພາບ: VNA
 
ບັນດາທ່ານໝໍ ເສນາຮັກ ຫວຽດນາມ ກະກຽມ ອອກຈາກສະ ໜາມ ບິນສາກົນ ຢູບາ ໄປຍັງ ແບນຕີວ, ເລີ່ມຕົ້ນການປະຕິບັດ
ໜ້າທີ່ຮັກສາສັນຕິພາບ ສປຊ ທີ່ ຊູດັງໃຕ້. ພາບ: VNA

ກ່ອນນັ້ນ, ໃນຕອນເຊົ້າວັນທີ 1 ຕຸລາ, ທີ່ສະໜາມບິນ ເຕິນເຊີນ ເຍິດ, ນະຄອນ ໂຮ່ຈີມິນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີອອກທັບ ໂຮງໝໍເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ສັງກັດ ກົມຮັກສາສັນຕິພາບ ຫວຽດນາມ ເດີນທາງປະຕິບັດ ໜ້າທີ່ຮັກສາ ສັນຕິພາບ ສປຊ ທີ່ ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້.

ໃນພິທີດັ່ງກ່າວ, ຕາງໜ້າຄະນະພັກການທະຫານສູນກາງ, ກະ ຊວງ ປ້ອງກັນປະເທດ, ພົນໂທ ຫງວຽນຈີ໋ວິ້ງ ໄດ້ຢືນຢັນວ່າ: ການທີ່ ຫວຽດນາມ ເຂົ້າຮ່ວມ ບັນດາການເຄື່ອນໄຫວ ຮັກສາ ສັນຕິພາບ ແມ່ນບາດກ້າວກະໂດດຂັ້ນ ແນໃສ່ປະຕິບັດ ແນວທາງ ການຕ່າງປະເທດ ຂອງ ປະເທດຊາດ, ພ້ອມກັນນັ້ນ ເປັນຂີດໝາຍແຫ່ງການປ່ຽນແປງ ກ່ຽວກັບດ້ານຈຳນວນ ທັງ ຄຸນນະພາບ ໃນ ການເຄື່ອນໄຫວ ຮ່ວມມື ຫຼາຍຝ່າຍ ເວົ້າລວມ ແລະ ເວົ້າສະເພາະ ແມ່ນ ໃນວຽກງານປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ.

ພົນໂທ ຫງວຽນຈີ໋ວິ້ງ ໄດ້ເນັ້ນໜັກວ່າ ເລື່ອງກອງທະຫານ ເຂົ້າຮ່ວມ ເຄື່ອນໄຫວ ຮັກສາສັນຕິພາບ ສປຊ ຍິ່ງສະແດງ ໃຫ້ເຫັນ ບົດບາດ ຂອງ ກອງທັບປະຊາຊົນ ຫວຽດນາມ ໃນພາລະກິດ ການປະຕິວັດ ຂອງຊາດ ແລະ ປະຕິບັດ ພັນທະສາກົນ.

ກ່າວປາໄສທີ່ພິທີ, ຮອງຜູ້ບັນຊາການສູ້ຮົບ ກຳລັງທະຫານ ປະ ສົມ ອົສຕຣາລີ, ພົນຈັດຕະວາ Gregory Bilton ໄດ້ເນັ້ນໜັກ ວ່າ: “ການຜັນຂະຫຍາຍກຳລັງຮັກສາ ສັນຕິພາບ ຂັ້ນກົມກອງ ທຳອິດ ຂອງ ຫວຽດນາມ ທີ່ຄະນະຜູ້ແທນໜຶ່ງ ຂອງ ສປຊ ແມ່ນ ຂີດໝາຍ ອັນສຳຄັນ. ການເຄື່ອນໄຫວ ຂົນສົ່ງ ທາງອາກາດ ແລະ ບັນດາການຊ່ວຍໜູນອື່ນໆ ຂອງ ອົສຕຣາລີ ໃຫ້ແກ່ການ ຜັນຂະຫຍາຍນີ້ ສະແດງໃຫ້ເຫັນ ຄວາມໝັ້ນໝາຍລວມ ຂອງ ສອງປະເທດ ຕໍ່ ສປຊ, ຄວາມສະຫງົບທົ່ວໂລກ ກໍຄືສາຍພົວ ພັນສອງ ຝ່າຍ ທີ່ເຂັ້ມແຂງ”.

ບັນດານາຍທະຫານ, ນັກຮົບ ເອົາ ຮູບແຕ້ມທີ່ມີຫົວຂໍ້ “ລຸງໂຮ່ ຍັງເຄື່ອນທັບພ້ອມກັບພວກຫຼານ” ໄປນໍາການເດີນທາງ ຮັບໜ້າທີ່
ຢູ່ ຊູດັງໃຕ້. ພາບ: ຊວນຄູ/VNA
ບັນດາພົນທະຫານພັບທຸງຊາດ ກະກຽມເດີນທາງຮັບໜ້າທີ່ ຢູ່ ຊູດັງໃຕ້. ພາບ: ຊວນຄູ/VNA

ກຳລັງໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ເດີນທັບ ໄປ ຍັງ ຊູດັງໃຕ້. ພາບ: ຊວນຄູ/VNA
 
ພິທີອອກທັບ ໂຮງໝໍເຄື່ອນທີ່ ພາກສະໜາມ ປະຕິບັດໜ້າທີ່ ຢູ່ ຊູດັງໃຕ້. ພາບ: ແທງຫວູ/VNA
 
ກຳລັງໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ເດີນທາງ ປະຕິບັດ ໜ້າທີ່ ຢູ່ ຊູດັງໃຕ້. ພາບ: ແທງຫວູ/VNA
 
ນາຍພົນທະຫານ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ອຳລາ ຍາດພີ່ນ້ອງ ອອກເດີນທາງ ປະຕິບັດໜ້າທີ່. ພາບ: ແທງຫວູ/VNA

ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຂອງສະພາແຫ່ງຊາດ ໃຫ້ການຢ້ຽມຢາມຖາມຂ່າວ ແລະ  ໃຫ້ ກຳລັງໃຈ ບັນດາທ່ານໝໍ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ກ່ອນອອກເດີນທາງ ປະຕິບັດໜ້າທີ່ ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້.  ພາບ: ແທງຫວູ/VNA




ພະນັກງານ, ນັກຮົບກ່ອນເວລາອອກເດີນທາງ. ພາບ: ຊວນຄູ/VNA
 
ການນຳທະຫານເຂດ 7, ນະຄອນໂຮ່ຈີມິນ ສັ່ງລາ ນາຍ ແລະ ພົນທະຫານ ອອກເດີນທາງ ປະຕິບັດໜ້າທີ່ ຢູ່ສະໜາມບິນ ສາກົນ
ເຕິນເຊີນເຍິດ. ພາບ: ແທງຫວູ/VNA

 
ບັນດານັກຮົບ ສັງກັດໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2,ເລກ 1 ຢູ່ ເທິງ ເຮືອບິນຂົນສົ່ງ C-17, ອອກເດີນທາງປະຕິບັດ
ໜ້າທີ່ ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ພາບ: ສະຖານທູດ ອົສ ຕຣາລີ

ນັບແຕ່ບັນດາສະມາຊິກ ທີ່ມີອາຍຸໜຸ່ມທີສຸດ ເຖິງບັນດາຜູ້ທີ່ມີ ປະສົບການ ໃນຊີວິດການເປັນຢູ່ ແລະ ໃນດ້ານວິຊາອາຊີບ ເປັນ ເວລາຫຼາຍປີ, ພະນັກງານ, ນັກຮົບ ຂອງໂຮງໝໍ ເຄື່ອນທີ່ ພາກ ສະໜາມ ຂັ້ນ 2, ເລກ 1 ຂອງກຳລັງຮັກສາສັນຕິພາບ ຫວຽດ ນາມ ຕ່າງກໍຳນົດຢ່າງແນ່ວແນ່ ຄວາມຮັບຜິດຊອບ ແລະ ພາລະ ໜ້າທີ່ ຂອງຜູ້ເປັນນັກຮົບ ກອງທັບປະຊາຊົນ ຫວຽດນາມ, ເປັນ ທະຫານລຸງໂຮ່, ຕັດສິນໃຈ ສຳເລັດໜ້າທີ່ ໄດ້ມອບໝາຍ ເມື່ອ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ.

ສັ່ງລາ ຄອບຄົວ ແລະ ລູກສາວນ້ອຍ ອາຍຸ 3 ປີ ເພື່ອ ອອກເດີນ ທາງ ປະຕິບັດໜ້າທີ່, ຮ້ອຍເອກ ຫງວຽນກວາງເຕື່ອງ (ອາຍຸ 31 ປີ, ບ້ານເກີດຢູ່ ແຂວງ ແທງຮວາ), ປະຕິບັດໜ້າທີ່ ຢູ່ພະແນກ ສຸກເສີນ ໂຮງໝໍ ເສນາຮັກ 175, ຮັບໜ້າທີ່ ທີ່ກົມກອງ ສຸກເສີນ ທາງອາກາດ, ໂຮງໝໍເຄື່ອນທີ່ພາກສະໜາມ ໄດ້ກ່າວວ່າ: “ໃນ ເງື່ອນໄຂ ສື່ຂ່າວຄືປັດຈຸບັນ, ທຸກຄົນໃນຄອບຄົວ ຕ່າງກໍຮູ້ ຊູດັງ ໃຕ້ ແມ່ນປະເທດໜຶ່ງ ທີ່ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ບໍ່ ສະຫງົບນາໆ ປະການ. ບັນດາຜູ້ເປັນທະຫານ ຄື ພວກຂ້າພະ ເຈົ້າ ຕ້ອງມີຄວາມຮັບຜິດຊອບ ປະກອບສ່ວນ ຊ່ວຍໃຫ້ ບັນດາ ເຂດດິນທີ່ຂາດຄວາມປອດໄພ ຈະມີ ຄວາມປອດໄພ ຍິ່ງ ຂຶ້ນ”.

ໂຮງໝໍເຄື່ອນທີ່ ພາກສະໜາມ ມາດຕະຖານສະຫະປະຊາຊາດ

ເພື່ອຜັນຂະຫຍາຍ “ແຜນການລວມ ກ່ຽວກັບການທີ່ ຫວຽດນາມ ເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບ ສປຊ” ແລະ “ແຜນການ ຂອງ ກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມ ເຄື່ອນ ໄຫວ ຮັກສາສັນຕິພາບ ສປຊ ໄລຍະ 2014-2020 ແລະ ຊຸມປີ ຕໍ່ໜ້າ”, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕັດສິນໃຈ ສ້າງ ຕັ້ງ ສູນຮັກສາສັນຕິພາບ ຫວຽດນາມ ແຕ່ ເດືອນທັນວາ 2013 ເພື່ອ ເຮັດໃຫ້ແນວທາງ, ແຜນນະໂຍບາຍ ຂອງພັກ, ລັດ ກ່ຽວ ກັບ ການເຂົ້າຮ່ວມ ບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ ປະກົດຜົນເປັນຈິງ.

ເປັນເວລາເກືອບໜຶ່ງປີ, ໃນວັນທີ 25 ພະຈິກ 2014, ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2 ດ້ວຍຈຳນວນພົນແມ່ນ 70 ຄົນ, ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອກະກຽມພ້ອມ ເຂົ້າຮ່ວມບັນດາ ການເຄື່ອນໄຫວຮັກສາສັນຕິພາບ ສປຊ ດ້ານມະນຸດສະທຳ.

ໃນມາດຕະຖານຂອງ ສປຊ, ກຳລັງຄວາມສາມາດ ຂອງ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2 ໜຶ່ງ  ຕ້ອງຮັບປະກັນຄວາມສາ ມາດ ກວດ ແລະ ປິ່ນປົວໃຫ້ຄົນເຈັບ ຫຼາຍສຸດ 40 ຄົນ/ວັນ; ຄວາມສາມາດ ຟື້ນຟູສຸຂະພາບສຸກເສີນ ແລະ ຂົນສົ່ງ ທາງອາ ກາດ ແລະ ທາງ ບົກ ບັນດາຄົນເຈັບໜັກ ເຖິງ ໂຮງໝໍ ຂັ້ນສູງ ກວ່າ; ປະຕິບັດການ ຜ່າຕັດ (ມີການໃສ່ຢາສະຫຼົບ) ແຕ່ 3-4 ລາຍຕໍ່ວັນ. ນອກຈາກນັ້ນ, ໂຮງໝໍ ກໍຕ້ອງບັນລຸມາດຕະຖານ ກ່ຽວກັບຄວາມສາມາດ ຮັບຄົນເຈັບ 20 ຄົນ ມາປິ່ນປົວ ນອນຢູ່ ໂຮງໝໍ ໃນ 7 ວັນ; ມື້ໜຶ່ງ ສາມາດປະຕິບັດ ການສ່ອງລັງສີ 10 ລາຍ, ປິ່ນປົວແຂ້ວ ປາກ ແລະ ວິເຄາະບົ່ງມະຕິໂດຍພື້ນຖານ 20 ລາຍ; ມີ 2 ກົມກອງ ເຄື່ອນໄຫວນອກ ກໍລະນີສຸກເສີນ; ຮັບ ປະກັນມີອຸປະກອນດ້ານ ສາທາລະນະສຸກ, ຢາປິ່ນປົວ ໃຫ້ພຽງພໍ ໃນທຸກສະຖານະການ...



ໃນການຢ້ຽມຢາມທາງລັດຖະກິດ ປະເທດຫວຽດນາມ, ວັນທີ 25 ພຶດສະພາ 2018, ທີ່ນະຄອນ ໂຮ່ຈີມິນ, ຜູ້ມີອຳນາດເຕັມ ອົສ ຕຣາລີ ທ່ານ Peter Cosgrove  ແລະ ພັນລະຍາ ໄດ້ໄປຢ້ຽມ ຢາມ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ຂອງ ຫວຽດນາມ ທີ່ເຂົ້າຮ່ວມ
ການ ເຄື່ອນໄຫວ ຮັກສາສັນຕິພາບ ຂອງ ສປຊ, ສັງກັດໂຮງໝໍ ເສນາຮັກ 175. ພາບ: ແທງຫວູ/VNA

 
ຜູ້ມີອຳນາດເຕັມ ອົສຕຣາລີ ທ່ານ Peter Cosgrove  ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1
ຂອງ ຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວ ຮັກສາ ສັນຕິພາບ ຂອງ ສປຊ, ສັງກັດ ໂຮງໝໍເສນາຮັກ 175. ພາບ: ແທງຫວູ/VNA

ບັນດາພະນັກງານ, ທ່່ານໝໍ ໂຮງໝໍເຄື່ອນທີ່ ພາກສະໜາມ ຂັ້ນ 2 ດຳເນີນຕົວຈິງ ການຝຶກອົບຮົມຢູ່ເທິງບົກ. ພາບ: ຊວນຄູ/VNA
 
ບັນດາພະນັກງານ, ທ່່ານໝໍ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2 ດຳ ເນີນການ ຕົວຈິງຝຶກອົບຮົມຢູ່ເທິງບົກ ພາຍໃຕ້ການຕິດ ຕາມ ຂອງ ຜູ້ ຕາງໜ້າກຕ່າງປະເທດຈາກ ສ ອາເມລິກາ, ອັງ ກິດ, ອົສຕຣາລີ ແລະ ບັນດາຜູ້ຊ່ຽວຊານສາກົນ. ພາບ: ຊວນຄູ/VNA

ບັນດານັກຮົບ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ກ່ອນເວລາ ອອກ ເດີນທາງ ຕ້ອງໄດ້ຜ່ານບັນດາຊຸດຝຶກແອບ ຕົວຈິງ ຕາມຂັ້ນ ຕອນບັນລຸມາດຕະຖານຂອງ ສປຊ. ພາບ: ຊວນຄູ/VNA

ຈາກຄວາມຮຽກຮ້ອງຕ້ອງການຢ່າງສູງ ຂອງ ສປຊ, ນັບແຕ່ເມື່ອ ໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2, ເລກ 1 ຫາກໍໄດ້ຮັບການ ສ້າງ ຕັ້ງ ຂຶ້ນມາ ບໍ່ດົນ, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ປະ ສານສົມທົບ ກັບ ບັນດາກົມກອງ ທີ່ກ່ຽວຂ້ອງ ສ້າງແຜນງານ ແລະ ຈັດຕັ້ງ ການ ຝຶກອົບຮົບຕາມໂຄງການ “ຜັນຂະຫຍາຍ ຄວາມຈຳເປັນ ຂອງ ສປຊ”. ເນື້ອໃນຝຶກອົບຮົມລວມມີ: “ຄວາມ ຮູ້ໂດຍພື້ນຖານ ກ່ຽວກັບຮັກສາສັນຕິພາບ ສປຊ; ຄວາມຮູ້ ກ່ຽວ ກັບ ສະຖານະການ ຢູ່ບ່ອນ ໂຮງໝໍ ພາກສະໜາມ ຜັນຂະ ຫຍາຍ; ບັນດາ ທັກສະເພື່ອ ການຄົງຕົວ ໃນເງື່ອນໄຂ ສິ່ງແວດ ລ້ອມ ຂອງ ອາຟຣິກກາ, ວິທີ ນຳໃຊ້ເຄື່ອງຕິດຕໍ່ ແລະ ລະບົບ ຕິດຕໍ່ສື່ຂ່າວ ຂອງ ຄະນະຜູ້ແທນ,  ຮັບຮູ້ລະເບີດ-ລູກບອມ-ອຸປະກອນ ລະເບີດ, ກົດໝາຍມະນຸດສະທຳ ຕາມສົນທິສັນຍາ ສາກົນ, ຕ້ານການລ່ວງເກີນຄວາມຕັນຫາທາງເພດ... ຍິ່ງໄປ ກ່ວາ ນັ້ນ, ບັນດາສະມາຊິກ ຂອງ ໂຮງໝໍເຄື່ອນທີ່ ພາກສະໜາມ ຂັ້ນ 2 ຕ້ອງໄດ້ຜ່ານ ບັນດາຊຸດຝຶກ ອົບຮົມ ກ່ຽວກັບມວຍ, ຮ້ອງເພງ ພື້ນເມືອງ, ການເຄື່ອນໄຫວ ແລະ ບຳລຸງຮັກສາ ບັນດາປະເພດ ເຄື່ອງຈັກກະຈາຍໄຟຟ້າ, ລົດບັນທຸກ, ເຄື່ອງກັ່ນຕອງນຳ້...

ບັນດາສະມາຊິກໂຮງໝໍ ເຄື່ອນທີ່ ພາກສະໜາມ ຂັ້ນ 2 ກ່ອນ ທີ່ອອກເດີນທາງ ຕ້ອງໄດ້ຜ່ານການຝຶກແອບຕົວຈິງເຊ່ັນ: ຝຶກ ແອບນຳໃຊ້ ເຄື່ອງ ອຸປະກອນ, ຝຶກແອບບົນພື້ນທີ່ ທີ່ສອດຄ່ອງ ກັບຈຸດພິເສດ ຂອງ ສິ່ງແວດລ້ອມຕົວຈິງ, ຝຶກແອບກູ້ຊີບ ທາງ ອາກາດ, ປິ່ນປົວ ບາດແຜ ໃນຊ່ວງເວລາດຽວກັນ, ຈັດແກ້ໂລກ ລະບາດ ຕິດເຊື້ອ ແຜ່ກວ້າງ... ຕາມຂັ້ນຕອນບັນ ລຸມາດຕະຖານ ຂອງ ສປຊ.

ເພື່ອຮັບຮູ້ບັນດາຄວາມມານະພະຍາຍາມ ຂອງ ກຳລັງຮັກສາ ສັນຕິພາບ ຫວຽດນາມ, ວັນທີ 26 ກັນຍາ, ທີ່ນິວຢອກ, ສ ອາເມ ລິການ, ຫຼັງຈາກພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍ ເລື່ອງ ຫວຽດນາມ ແຕ່ງຕັ້ງ ໂຮງໝໍ ເຄື່ອນທີ່ ພາກສະໜາມ  ໄປ ຍັງ ຊູດັງ ໃຕ້, ທ່ານ Atul Khare ຮອງເລຂາທິການໃຫຍ່ ສປຊ ໄດ້ສະ ແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະ ປະກອບສ່ວນ ໂຮງໝໍທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ເລິກເຊິ່ງ ກວ້າງຂວາງຍິ່ງຂຶ້ນ ເຂົ້າໃນການເຄື່ອນໄຫວ ຮັກສາ ສັນຕິພາບ ຂອງ ສປຊ.
ບົດ: VNP ສັງລວມ - ພາບ: VNA, ສະຖານທູດ ອົສຕາລີ ແລະ ເອກະສານ

tranvanhieu

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top