• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ

      ດ້ວຍບັນດາເນື້ອໃນຈຸດສຸມແມ່ນບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ, ວັນທີ 23 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 11 ໄດ້ຖືກໄຂຂຶ້ນຢູ່ນະຄອນຫລວງ ມານີລາ, ປະເທດ ຟິລິບປິນ. 

ທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ 
      ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີິລິບປິນ Delfin Lorenzana ໃຫ້ຮູ້ວ່າ: ຟີລິບປິນ ຈະສະເໜີບາງຂໍ້ລິເລີ່ມຊຶ່ງລວມມີລາຍການເຮັດວຽກແກ່ຍາວເປັນເວລາ 3 ປີ ສຸມໃສ່ເຂົ້າໃນບັນດາເປົ້າໝາຍປະສານງານ, ເຮັດໃຫ້ຄວາມມານະພະຍາຍາມຂອງ ADMM 11: ເໝາະສົມ ແລະ ບັນລຸມາດຕະຖານ, ນີ້ແມ່ນບັນດາບາດກ້າວເດີນຈຳເປັນເພື່ອຊຸກຍູ້ກົນໄກຮ່ວມມືຢ່າງມີປະສິດທິຜົນ. ກອງປະຊຸມນີ້ກໍ່ຫວັງວ່າຈະບັນລຸໄດ້ບັນດາກອບກົນໄກ ໃຫ້ການໜູນຊ່ວຍກັບທາງດ້ານການເດີນເຮືອ, ແລກປ່ຽນການສຶກສາ ແລະ ຝຶກອົບຮົມ…
      ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມ ADMM – 11, ບັນດາຫົວໜ້າຄະນະຜູ້ແທນປະເທດຕ່າງໆໄດ້ເຊັນຖະແຫຼງການຮ່ວມຂອງ ADMM – 11 ກ່ຽວກັບ “ການຮ່ວມແຮງຮ່ວມໃຈເພື່ອປ່ຽນແປງ, ເຊື່ອມໂຍງເຂົ້າກັບໂລກ”. ຖະແຫຼງການຮ່ວມໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ກໍ່ຄືຄວາມຕ້ອງການເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມີຄວາມລະງັບໃຈໃນບັນດາການເຄື່ອນໄຫວ, ຫຼິກລ້ຽງບັນດາການກະທຳອາດຈະກໍ່ຄວາມສັບສົນ, ເດີນຕາມບັນດາມາດຕະການຊ່ວຍແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມືສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top