• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 74 ກ່ຽວກັບ ມະຫາສະມຸດ ແລະ ກົດໝາຍວ່າດ້ວຍທະເລ

      ໃນວັນທີ 10 ທັນວາ ສະມັດຊາໃຫຍ່ ສປຊ ຊຸດທີ 74, ໄດ້ດຳເນີນກອງປະຊຸມຄົບຄະນະກ່ຽວກັບຫົວຂໍ້ ມະຫາສະມຸດ ແລະ ກົດໝາຍວ່າດ້ວຍທະເລຢູ່ນິວຢອກ, ປະເທດອາເມລິກາ.

ຜູ້ຕາງໜ້າ ຫວຽດນາມ  ກ່າວຄຳເຫັນທີ່ ກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 74
ກ່ຽວກັບ ມະຫາສະມຸດ ແລະ ກົດໝາຍວ່າດ້ວຍທະເລ
      ເມື່ອປຶກສາຫາລືທີ່ກອງປະຊຸມ, ມີຫຼາຍປະເທດ ໄດ້ຍົກສູງ ຄຸນຄ່າໂດຍທົ່ວໄປ, ຄວາມສະເໝີຕົ້ນສະເໝີປາຍ ແລະ ຮອບດ້ານຂອງ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ (UNCLOS). ຜູ້ຕາງໜ້າຂອງບັນດາປະເທດຄື: ເຢຍລະມັນ, ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ ໄດ້ເຕື້ອງເຖິງບັນຫາການຂັດແຍ້ງ ຢູ່ທະເລຕາເວັນອອກ, ສະແດງຄວາມວິຕົກກັງວົນຕໍ່ບັນດາການທ່ວງເອົາສິດປະຫວັດສາດ ແລະ ຮຽກສິດດ້ານປະຫວັດສາດສຳລັບຊັບພະຍາກອນທາງເທລະ, ຖືວ່າ ທຸກໆການຮຽກສິດຕ້ອງສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ. ພ້ອມທັງ, ຢັ້ງຢືນວ່າ ສິດເສລີໃນການເດີນເຮືອ ແລະ ການບິນ ຕ້ອງໄດ້ຮັບການຮັບປະກັນ, ການຮຽກຮ້ອງໃຫ້ບັນດາຝ່າຍແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ, ບໍ່ນາບຂູ່ ແລະ ຖືກບິບບັງຄັບ.
            ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດທັງໝົດຕ້ອງປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາ ແລະ ບັນດາສັນຍາ ປະຕິບັດ ສົນທິສັນຍາ, ເຄົາລົບສິດຂອງບັນດາປະເທດແຄມທະເລໃນບັນດານ່ານທະເລທີ່ໄດ້ກຳນົດຢ່າງສອດຄ່ອງກັບ ສົນທິສັນຍາ, ໃນນັ້ນມີບັນດາການເຄື່ອນໄຫວເສດຖະກິດທາງທະເລ. ຫຼັກໝັ້ນຂອງ ຫວຽດນາມ ແມ່ນ ທຸກໆການຂັດແຍ້ງລ້ວມແຕ່ໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ສະແດງຄວາມ ວິຕົກກັງວົນ ກ່ຽວກັບບາງເຫດການທີ່ໄດ້ຮັບການຈັດຕັ້ງໃນເວລາມໍ່ໆມານີ້ຢູ່ທະເລຕາເວັນອອກ, ໂດຍລະເມີດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຢ່າງຮ້າຍແຮງ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງບໍ່ ຄວາມມີການກະທຳລະເມີດຄືນໃໝ່ ແລະ ຫຼີກລ້ຽງ ບັນດາການກະທຳພຽງລຳຟັງຝ່າຍດຽວທີ່ເຮັດໃຫ້ ຄວາມເຄັງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ.
 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top