• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີ ບົດບາດທີ່ຕັ້ງໃນ APEC

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 26 ໃນລະຫວ່າງວັນທີ 17 – 18 ພະຈິກ ຢູ່ປະເທດ ປາປົວນິວກີເນ.

ພາບປະກອບ
      ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາຜົນງານສຳຄັນຂອງປີ APEC 2017, ພິເສດແມ່ນສ້າງວິໄສທັດ APEC ຫຼັງປີ 2020, ຕັ້ງໜ້າປະກອບສ່ວນເຂົ້າຄວາມສົນໃຈລວມຂອງ APEC ກ່ຽວກັບການຮັກສາທ່າຮ່ວມມື, ຮ່ວມສຳພັນໃນພາກພື້ນ.
        ປີ APEC 2018 ດ້ວຍຫົວຂໍ້ວ່າ “ຍາດແຍ່ງກາລະໂອກາດເຕີບໂຕແບບກວມລວມ, ເສີມຂະຫຍາຍອະນາຄົດດີຈີຕອນ”, ສຸມໃສ່ເຂົ້າ 3 ບຸລິມະສິດລວມມີ: ເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມສຳພັນເສດຖະກິດໃນພາກພື້ນ; ຊຸກຍູ້ການເຕີບໂຕແບບກວມລວມ, ຍືນຍົງ; ຍູ້ແຮງການເຕີບໂຕແບບກວມລວມຜ່ານການປະຕິຮູບໂຄງປະກອບ.
        ປີ APEC 2018, ມີຄວາມໝາຍສຳຄັນສຳລັບ APEC ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມື, ຮ່ວມສຳພັນເສດຖະກິດໃນພາກພື້ນ ແລະ ທົ່ວໂລກ, ມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງເວທີປາໄສໃນປີ 2019.
APEC ເສີມຂະຫຍາຍບົດບາດແມ່ນກຳລັງໜູນການເຕີບໂຕ ແລະ ການຮ່ວມສຳພັນເສດຖະກິດໃນທົ່ວໂລກ
        ສັບປະດາຂັ້ນສູງ APEC 2018 ໄດ້ຮັບການຈັດຕັ້ງຢູ່ Port Moresby, ປະເທດ ປາປົວນິວກີເນ, ແຕ່ວັນທີ 12 – 18 ພະຈິກ 2018. ໃນສະພາບການໂລກພວມມີການຜັນແປວ່ອງໄວ ແລະ ເລິກເຊິ່ງພາຍໃຕ້ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0, ປະຈຸບັນ, APEC ພວມຜັນຂະຫຍາຍບັນດາຍຸດທະສາດ, ໂຄງການຮ່ວມມືໃຫຍ່ເຊິ່ງລວມມີ: ຍຸດທະສາດການເຕີບໂຕດ້ານຄຸນນະພາບຮອດປີ 2020, ໂຄງການດຳເນີນງານໃໝ່ກ່ຽວກັບການປະຕິຮູບໂຄງປະກອບຮອດປີ 2020, ວິວັດທະນາການແກ່ງແຍ້ງການບໍລິການຮອດປີ 2025, ແຜນການເຊື່ອມຕໍ່ສັງລວມຮອດປີ 2030, ຂອບເຂດພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈີຕອນຮອດປີ 2025.
ໃນຊຸມປີຜ່ານມາ, ພາກພື້ນ ອາຊີ - ປາຊີຟິກ ໄດ້ປະກອບສ່ວນສຳຄັນສຳລັບເສດຖະກິດ ແລະ ການຄ້າໂລກ. ການເຕີບໂຕຂອງ APEC ກໍ່ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຫລຸດຜ່ອນຄວາມແຕກໂຕນກັນລະຫວ່າງຄວາມຮັ່ງມີ - ທຸກຍາກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າສະພາບການໂລກາພິວັດ, ພິເສດແມ່ນບັນດາມາດຕະການຂອງ APEC ເພື່ອແນໃສ່ສ້າງຄວາມສະດວກ ແລະ ຫັນການຄ້າເປັນເສລີ, ໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງແຕ່ລະພື້ນຖານເສດຖະກິດສະມາຊິກ ກໍ່ຄື APEC ເວົ້າລວມ. ແຕ່ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າຜົນກະທົບຂອງໂລກາພິວັດ, ພິເສດແມ່ນທ່າອ່ຽງອາລັກຂາດ້ານການຄ້າ, ການນຳບັນດາພື້ນຖານເສດຖະກິດ APEC ຕ້ອງກຳນົດທິດທ່າອ່ຽງການຮ່ວມມື, ຮັກສາບົດບາດຂອງພາກພື້ນ ແມ່ນກຳລັງໜູນການເຕີບໂຕ ແລະ ຮ່ວມສຳພັນເສດຖະກິດທົ່ວໂລກ. ທ່ານ ເຈິ່ນຕ໊ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຖືວ່າ:
ໃນສະພາບການຫັນເປັນໂລກາພິວັດ, ພວກເຮົາໄດ້ເຫັນປະຈັກຕາຢູ່ບ່ອນໃດລັດທິອາລັກຂາຍັງມີທ່າອ່ຽງຄົງຕົວແບບຊົ່ວຄາວ ບົນພື້ນຖານລັດທິປະຊານິຍົມ. ບັນດານະໂຍບາຍກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນຂອງບັນດາການນຳພື້ນຖານເສດຖະກິດຈະອີງໃສ່ພື້ນຖານສະພາບການລວມໃນນະໂຍບາຍແຫ່ງຊາດຂອງບັນດາພື້ນຖານເສດຖະກິດນັ້ນໃນຈຸດເວລາໃດໜຶ່ງ, ຮຽກຮ້ອງຕ້ອງມີບັນດານະໂຍບາຍຮັບປະກັນລັກສະນະດຸ່ນດ່ຽງ, ຮັບປະກັນຄວາມກົມກຽວດ້ານຜົນປະໂຫຍດຂອງບັນດາພາກສ່ວນພື້ນຖານເສດຖະກິດ.
ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດລິເລີ່ມ, ປະສານງານໃນ APEC
       ໃນສະພາບການນັ້ນ, ປີ 2018 ເປັນຂີດໝາຍ 20 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມເວທີປາໄສ APEC. ປີ APEC 2018, ຫວຽດນາມ ເຂົ້າຮ່ວມດ້ວຍຖານະບົດບາດໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນພາຍຫຼັງຜົນສຳເລັດຂອງ ປີ APEC 2017 ແລະ ຜົນສຳເລັດໃນການເຕີບໂຕເສດຖະກິດ, ການເຊື່ອມໂຍງເຂົ້າກັບສາກົນທີ່ພົ້ນເດັ່ນໃນໄລຍະຜ່ານມາ.

ທ່ານ ເຈິ່ນຕ໊ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ 
      ມາຮອດປັດຈຸບັນ, ຫວຽດນາມໄດ້ເປັນເຈົ້າການສົມທົບກັບປະເທດເຈົ້າພາບ ປາປົວ ນິວກີເນ ແລະ ບັນດາສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍບັນດາໂຄງການຮ່ວມມືໄລຍະຍາວຂອງ APEC. ໃນປີ 2018, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ໄດ້ຍາດແຍ່ງເອົາແຫຼ່ງກໍາລັງຈາກບັນດາກອງທຶນໂຄງການຂອງ APEC ເພື່ອຜັນຂະຫຍາຍ 14 ໂຄງການຍົກສູງກໍາລັງຄວາມສາມາດໃຫ້ແກ່ລັດຖະກອນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ແມ່ຍິງ, ຊາວຜູ້ອອກແຮງງານໃນບັນດາຂົງເຂດເຈລະຈາດ້ານການຄ້າ, ທັກສະດີຈີຕອນ, ສາທາລະນະສຸກ, ພະລັງງານ..., ນໍາ ຫວຽດນາມ ກາຍເປັນໜຶ່ງໃນບັນດາສະມາຊິກນໍາໜ້າໃນການສະເໜີ ແລະ ຜັນຂະຫຍາຍບັນດາຂໍ້ລິເລີ່ມ APEC ໃນປີ 2018. ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ຢັ້ງຢືນວ່າ:
        “ພວກເຮົາຕ້ອງມີວິທີການແກ້ໄຂຢ່າງເຖິງກົກເຖິງຮາກ, ຮັບປະກັນຄວາມກົມກຽວ, ມີປະສິດທິຜົນ, ມີຜົນປະໂຫຍດ ກໍຄືສະແດງຄວາມຮັບຜິດຊອບໃນການໃຫ້ຄໍາໝັ້ນສັນຍາຂອງແຕ່ລະປະເທດ. ຫວຽດນາມກໍຖືກຜົນກະທົບທາງລົບຈາກວິວັດການຫັນເປັນໂລກາພິວັດ. ດັ່ງນັ້ນ, ບັນດາປະເທດຕ້ອງພ້ອມກັນເຈລະຈາ, ແບ່ງປັນ, ພ້ອມກັນເຫັນດີໃຫ້ຄໍາໝັ້ນສັນຍາ, ພ້ອມກັນເຊື່ອມໂຍງເຂົ້າກັບສາກົນໃນຂອບເຂດດຽວກັນ, ຊອກຮູ້ເຊິ່ງກັນແລະກັນ ກ່ຽວກັບຄວາມຕ້ອງການ, ກໍາລັງຄວາມສາມາດ, ເງື່ອນໄຂລະອຽດ ເພື່ອຮັບປະກັນໃຫ້ຂອບເຂດການເຊື່ອມໂຍງນັ້ນມີຄວາມເປັນໄປໄດ້, ມີປະສິດທິຜົນ, ຍຸຕິທໍາ, ໂປ່ງໃສ, ຮັບປະກັນຜົນປະໂຫຍດໃຫ້ແກ່ແຕ່ລະພື້ນຖານເສດຖະກິດທີ່ເຂົ້າຮ່ວມ”.    
        ໃນສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 26 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາບັນຫາຄວາມສົນໃຈລວມຂອງ APEC. ຜ່ານການຮ່ວມມື APEC, ຫວຽດນາມສືບຕໍ່ປະກອບສ່ວນຮັກສາທ່າຮ່ວມມື, ຮ່ວມສໍາພັນໃນພາກພື້ນ, ຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນສໍາຄັນຂອງປີ APEC 2017 ແລະ ສືບຕໍ່ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 

      
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top