• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຊື່ອໝັ້ນຕໍ່ສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່ຂອງ ກຳປູເຈຍ ຈະຊີ້ນຳນຳພາປະເທດພັດທະນາສີວິໄລ

      ວັນທີ 18 ສິງຫາ ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni ໄດ້ແຕ່ງຕັ້ງທ່ານ Samdech Techo Hun Sen ເປັນນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ,

ທ່ານນາງ ຫງວຽນທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
      ທ່ານນາງ ຫງວຽນທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
        ຫວຽດນາມ ເປັນປະເທດຖານບ້ານໃກ້ເຮືອນຄຽງຂອງ ກຳປູເຈຍ, ຫວຽດນາມ ຊົມເຊີຍທ່ານ Samdech Techo Hun Sen ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ ຈາກກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni ຕາມພະລາຊະດຳລັດອອກວັນທີ 17 ສິງຫາ ປີ 2018, ຮັບພາລະກຳສ້າງຕັ້ງລັດຖະບານໃໝ່ ເພື່ອໃຫ້ສະພາແຫ່ງຊາດຊຸດໃໝ່ຮັບຮອງເອົາ.
        ຫວຽດນາມ ເຊື່ອໝັ້ນວ່າ, ສະພາແຫ່ງຊາດ ແລະ ລັດຖະບານໃໝ່ຂອງ ກຳປູເຈຍ ທີ່ໄດ້ສ້າງຕັ້ງຈະສືບຕໍ່ນຳພາປະເທດ ກຳປູເຈຍ ພັດທະນາຢ່າງຈະເລີນຮຸ່ງເຮືອງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top