• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ເອີລົບຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງເພື່ອຍົກລະດັບການພົວພັນ,ພັດທະນາຢ່າງແຮງ

ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຄະນະປະຕິບັດງານສະຫະພາບເອີລົບ ປະຈຳຫວຽດນາມ, ສະມາຄົມວິສາຫະກິດເອີລົບປະຈຳຫວຽດນາມ (EuroCham) ຈັດກອງປະຊຸມ “ພົບປະເອີລົບ 2018” ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາອົງການຄູ່ຮ່ວມມືເອີລົບ ໃນບັນດາຂົງເຂດທີ່ 2 ຝ່າຍຕ່າງມີຄວາມສົນໃຈ.

(ໄຂກອງປະຊຸມ “ພົບປະເອີລົບ 2018”)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ, ການພົວພັນລະຫວ່າງຫວຽດນາມ ແລະ ເອີລົບ ໃນຊຸມປີຜ່ານມາໄດ້ນຳມາເຊິ່ງໝາກຜົນຮ່ວມມືຫຼາຍຢ່າງ, ຮອບດ້ານໃນຫຼາຍຂົງເຂດ… ບັນດາຄູ່ຮ່ວມມືເອີລົບໄດ້ກາຍເປັນບັນດາເພື່ອນຮ່ວມເດີນທາງທີ່ໃກ້ຊິດສະໜິດສະໜົມຂອງຫວຽດນາມ ໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເປີດປະຕູເຊື່ອມໂຍງ, ແມ່ນນັກລົງທຶນ FDI ລາຍໃຫຍ່ ດ້ວຍຍອດເງິນລົງທຶນເກືອບ 25 ຕື້ USD, ແມ່ນນັກສະໜອງການຊ່ວຍເຫຼືອລ້າໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ປະຈຸບັນ, ຫວຽດນາມ - ເອີລົບ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດອັນໃຫຍ່ຫຼວງ ເພື່ອຍົກລະດັບການພົວພັນ, ພັດທະນາຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງຍິ່ງກວ່າເວລາໃດໝົດ.

      “ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຮ່ວມມື ບໍ່ພຽງແຕ່ມາຈາກຫວຽດນາມເທົ່ານັ້ນ, ຫາກຍັງມາຈາກການກຽມພ້ອມ ແລະ ຄວາມຕັດສິນໃຈຂອງພວກເພື່ອນ. ລັດຖະບານຫວຽດນາມ ຍາມໃດກໍ່ຕີລາຄາສູງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງປະຊາຄົມ ດ້ວຍວິສາຫະກິດເອີລົບ ຢູ່ຫວຽດນາມ ກວ່າ 2.000 ແຫ່ງ. ຄວາມຕ້ອງການພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດແມ່ນເໝາະສົມກັບທ່າແຮງຂອງພວກເພື່ອນກ່ຽວກັບດ້ານທຶນຮອນ, ການບໍລິການ, ເຕັກໂນໂລຊີກ້າວໜ້າໃນການພັດທະນາພື້ນຖານໂຄງລ່າງ, ທ່າກ່ຳປັ່ນ, ທ່າອາກາດສະຍານ, ການທ່ອງທ່ຽວ…”

      ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ Bruno Angelet, ໃຫ້ຮູ້ວ່າ, ຄາດວ່າທ້າຍປີນີ້, ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ຈະໄດ້ຮັບການລົງນາມ.

      “ເມື່ອສັນຍາໄດ້ຮັບການລົງນາມ, ຫວຽດນາມ ຈະເຂົ້າຮ່ວມກຸ່ມບັນດາປະເທດມີສັນຍາການຄ້າເສລີລຸ້ນໃໝ່ກັບ EU ຄື: ຍີ່ປຸ່ນ, ສ.ເກົາຫຼີ ແລະ ສິງກະໂປ. ອາດເວົ້າໄດ້ວ່າ, ທ້າຍປີ 2018, ຫວຽດນາມ ຈະທຽບເທົ່າກັບບັນດາປະເທດແຖວໜ້າຢູ່ອາຊີ ກໍ່ຄືບັນດາປະເທດອື່ນໃນໂລກ, ມີການແລກປ່ຽນການຄ້າກັບ EU ເຊິ່ງແມ່ນໜຶ່ງໃນບັນດາຄູ່ຄ້າໃຫຍ່ກວ່າໝຢູູ່່ໃນໂລກ ແລະ ແມ່ນນັກລົງທຶນລາຍໃຫຍ່ຢູ່ຫຼາຍພາກພື້ນ. ສິ່ງດັ່ງກ່າວໝາຍຄວາມວ່າ EU ກໍ່ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຫວຽດນາມ”.

      ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຜູ້ຕາງໜ້າບັນດາຄູ່ຮ່ວມມືເອີລົບ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດເອີລົບ ປະຈຳຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມື ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ແລະ ເອີລົບຊຸກຍູ້ການຮ່ວມມື.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top