• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮ່ວມແບ່ງປັນ ແລະ ຮ່ວມມືກັນເພື່ອໂລກແຫ່ງສັນຕິພາບ

      ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າມີຄວາມໝາຍເລິກເຊິ່ງຫຼາຍຢ່າງ, ບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນລວມ, ຮອບດ້ານ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ຫາກໍ່ສິ້ນສຸດການເດີນທາງໄປຢ້ຽມຢາມສັນຖະວະໄມຕີປະເທດ ກຸຍບາ ແລະ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນິວຢອກ, ປະເທດອາເມລິກາ. ສຳລັບກຸຍບາ, ການຢ້ຽມຢາມໄດ້ເປີດກາລະໂອກາດໄລຍະຮ່ວມມືພັດທະນາໃໝ່ລະຫວ່າງ 2 ປະເທດ, ມຸ່ງໄປເຖິງເປົ້າໝາຍ “ພ້ອມກັນໄຊຊະນະ” ໂດຍອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ, ຄວາມສາມັກຄີ, ອ້າຍນ້ອງຢ່າງສະໜິດແໜ້ນ, ບໍ່ມີຄວາມຫຍຸ້ງຍາກໃດສາມາດກີດຂວາງໄດ້. ສ່ວນການເຂົ້າຮ່ວມວາລະປຶກສາຫາລືຂອງສະມັດຊາໃຫຍ່ ສືບຕໍ່ເປັນການສະແດງໃຫ້ເຫັນເລື່ອງ ຫວຽດນາມ ແມ່ນປະເທດຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ, ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງຂອງສະຫະປະຊາຊາດ ໃນ 44 ປີແຫ່ງການເຂົ້າເປັນສະມາຊິກຂອງອົງການນີ້.
        ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າມີຄວາມໝາຍເລິກເຊິ່ງຫຼາຍຢ່າງ, ບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນລວມ, ຮອບດ້ານ, ປະກອບສ່ວນສືບຕໍ່ຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.
(ກຸຍບາ ໃຫ້ຄຳໝັ້ນສັນຍາສະໜອງວັກຊິນ Abdala 10 ລ້ານໂດສ ແລະ ຖ່າຍທອດເຕັກໂນໂລຊີຜະລິດໃຫ້ແກ່ຫວຽດນາມ)
      ສ້າງກຳລັງໜູນ ແລະ ພະລັຊີວິດໃໝ່ເພື່ອຊຸກຍູ້ການພົວພັນແບບພິເສດຫວຽດນາມ-ກຸຍບາ
        ການຢ້ຽມຢາມສັນຖະວະໄມຕີ ກຸຍບາ ຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ດຳເນີນໄປໃນສະພາບ ຫວຽດນາມ ແລະ ກຸຍບາ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ພາຍຫຼັງທີ່ໄດ້ຈັດກອງປະຊຸມໃຫຍ່ຂອງພັກບັນລຸຜົນສຳເລັດ. ທ່ານສາດສະດາຈານ Ruvislei Gonzalez Saez, ຮອງປະທານສະມາຄົມມິດຕະພາບ ກຸຍບາ - ຫວຽດນາມ, ຕີລາຄາວ່າ:
        “ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະມຸກລັດປະເທດໜຶ່ງໄປຍັງກຸຍບາ ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ໃນເດືອນ ມີນາ 2020. ນີ້ແມ່ນລາຍລະອຽດເຊິ່ງຂ້າພະເຈົ້າຄິດວ່າໄດ້ສ້າງປະຫວັດສາດ ແລະ ອີກຄັ້ງໜຶ່ງເປັນການພິສູດໃຫ້ເຫັນຄວາມໃກ້ຊິດສະໜິດສະໜົມລະຫວ່າງ 2 ປະເທດໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງການນຳລຸ້ນໃໝ່ຂອງທັງ 2 ປະເທດ ໃນເລື່ອງສືບຕໍ່ນ້ຳໃຈສາມັກຄີທີ່ເປັນມູນເຊື້ອປະຫວັດສາດລະຫວ່າງ 2 ຊາດ”.
        ໃນການຢ້ຽມຢາມນັ້ນ, 2 ປະເທດໄດ້ອອກຖະແຫຼງການຮ່ວມຂັ້ນສູງດ້ວຍເນື້ອໃນຮອບດ້ານ, ລົງນາມໃນເອກະສານ, ຂໍ້ຕົກລົງຫຼາຍສະບັບ. ພົ້ນເດັ່ນທີ່ສຸດແມ່ນ, ກຸຍບາ ໃຫ້ຄຳໝັ້ນສັນຍາສະໜອງວັກຊິນ Abdala 10 ລ້ານໂດສ ແລະ ຖ່າຍທອດເຕັກໂນໂລຊີຜະລິດໃຫ້ແກ່ຫວຽດນາມ, ໃນເບືອງຕົ້ນແມ່ນມອບວັກຊິນ 1 ລ້ານໂດສ ໃຫ້ແກ່ຫວຽດນາມໂດຍທັນທີ ໃນການໄປຢ້ຽມຢາມດັ່ງກ່າວ. ຫວຽດນາມ ກໍ່ມອບເຂົ້າສານ 23.000 ໂຕນ ໃຫ້ປະຊາຊົນ ກຸຍບາ ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19, ສະເພາະໃນການຢ້ຽມຢາມຄັ້ງນີ້ແມ່ນໄດ້ມອບເຂົ້າສານ 6.000 ໂຕນ ພ້ອມກັບເຄື່ອງວັດຖຸອຸປະກອນການແພດ, ແນວພັນສາລີ, ເຄື່ອງຄອມພິວເຕີ ຈຳນວນໜຶ່ງ. ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢືນຢັນວ່າ:
        “ເຮັດໄດ້ສິ່ງໃດເພື່ອປະກອບສ່ວນເຂົ້າໃນສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ກຸຍບາ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ໄດ້ກຽມພ້ອມ. ເຖິງວ່າ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ກໍ່ມານະພະຍາຍາມປະກອບສ່ວນເລັກໆໜ້ອຍໆຂອງຕົນໜູນຊ່ວຍປະເທດ ກຸຍບາ ອ້າຍນ້ອງ. ນີ້ແມ່ນສານຂອງການໄປຢ້ຽມຢາມຄັ້ງນີ້. ພັກ, ປະຊາຊົນ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບພັກ, ປະຊາຊົນ ກຸຍບາ ອ້າຍນ້ອງ”.
(ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76)
      ຫວຽດນາມ ຮ່ວມແຮງຮ່ວມໃຈກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ
        ພາຍຫຼັງສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ກຸຍບາ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສືບຕໍ່ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76 ຢູ່ ນິວຢອກ.
        ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ໄດ້ຮັບການເຊື້ອເຊີນຂຶ້ນກ່າວຄຳເຫັນຢູ່ເຫດການສຳຄັນ 4 ຄັ້ງຂອງສະຫະປະຊາຊາດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາມາດຕະການແກ້ຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນ ລວມມີ: ໂລກລະບາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມສະຖຽນລະພາບດ້ານການເມືອງ ແລະ ການປະທະກັນ, ຄ້ຳປະກັນທັນຍາຫານແບບຍືນຍົງ. ຕີລາຄາກ່ຽວກັບບັນດາການປະກອບສ່ວນສຳຄັນຂອງຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ, ຖືວ່າ:
        “ຄຳກ່າວປາໄສຂອງທ່ານປະທານປະເທດຢູ່ກອງປະຊຸມສະມັດຊາໃຫຍ່ ໄດ້ສຸມໃສ່ເຂົ້າໃນຄວາມສົນໃຈລວມຂອງປະຊາຄົມສາກົນ ແລະ ຈາກບົດຮຽນຂອງຫວຽດນາມ ໄດ້ຍົກອອກມາດຕະການແກ້ໄຂ ແລະ ຄຳໝັ້ນສັນຍາຫຼາຍຢ່າງ. ບັນດາການແບ່ງປັນດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງໃຫຍ່ຫຼວງຈາກປະຊາຄົມສາກົນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດເວົ້າວ່າ, ພວກເພື່ອນໄດ້ໃຫ້ຄຳໝັ້ນສັນຍາຍູ້ໄວການພັດທະນາຕາມທິດຍືນຍົງ ແລະ ສີຂຽວ ຍາມໃດສະຫະປະຊາຊາດກໍ່ຢືນຢູ່ເບື້ອງຫຼັງ ແລະ ສະໜັບສະໜູນ ຫວຽດນາມ ຈົນຮອດສຸດທ້າຍ”.
        ພ້ອມກັບບັນດາຂີດໝາຍໃນບັນດາການເຄື່ອນໄຫວຫຼາຍຝ່າຍ, ໃນການເດີນທາງຄັ້ງນີ້ຂອງທ່ານປະທານປະເທດ ຍັງສ້າງຂີດໝາຍຢ່າງເລິກເຊິ່ງກ່ຽວກັບການຊຸກຍູ້ການພົວພັນ 2 ຝ່າຍ, ໃນນັ້ນມີຜົນສຳເລັດຂອງການທູດວັກຊິນ. ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ, ຢືນຢັນວ່າ:
        “ທ່ານປະທານປະເທດໄດ້ມີການພົບປະກວ່າ 30 ຄັ້ງກັບປະທານາທິບໍດີ, ນາຍົກລັດຖະມົນຕີບັນດາປະເທດ, ລ້ວນແຕ່ມີສານລວມແມ່ນເຮັດໃຫ້ບັນດາການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ, ຈາກນັ້ນຕ້ອງໃຫ້ກາຍເປັນບັນດາການຮ່ວມມືຢ່າງລະອຽດທີ່ສຸດ. ບົນພື້ນຖານການພົວພັນດັ່ງກ່າວ, ຄວາມໄວ້ເນື້ອເຊື່ອໃຈໄດ້ເພີ່ມຂຶ້ນທົບຫຼາຍເທົ່າ. ສິ່ງນັ້ນແມ່ນພື້ນຖານທີ່ດີເພື່ອສ້າງພື້ນຖານ, ທ່າການພົວພັນ ຕ່າງປະເທດທີ່ໃຫຍ່ຫຼວງໃຫ້ແກ່ການຮ່ວມມືກັບສາກົນ, ພ້ອມກັນນັ້ນກໍ່ຍາດແຍ່ງບັນດາແຫຼ່ງກຳລັງຮັບໃຊ້ການພັດທະນາປະເທດຊາດ”.
        ອາດເວົ້າໄດ້ວ່າ, ການຢ້ຽມຢາມສັນຖະວະໄມຕີ ກຸຍບາ ຢ່າງເປັນກທາງການ ແລະ ການເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76 ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບັນລຸຜົນສຳເລັດຢ່າງຮອບດ້ານ ແລະ ມີປະສິດທິຜົນດີງາມທີ່ສຸດ. ນີ້ແມ່ນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການທູດຂອງພັກ, ລັດ ແລະ ການທູດປະຊາຊົນ, ປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສະແດງໃຫ້ເຫັນເລື່ອງ ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື້ອໃຈຂອງປະຊາຄົມສາກົນ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top