• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ

      ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ເນັ້ນໜັກເຖິງບັນດາຜົນງານທີ່ບັນລຸໄດ້ກ່ຽວກັບສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ ແມ່ນຍ້ອນບັນດາຄຳໝັ້ນສັນຍາ, ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການຫ້າມທົດລອງ, ຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ
(ພາບ: TTXVN)
      ວັນທີ 27 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມສະເຫຼີມສະຫຼອງ 25 ປີແຫ່ງວັນເປີດພິທີເຊັນສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ (CTBT). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກເຖິງບັນດາຜົນງານທີ່ບັນລຸໄດ້ກ່ຽວກັບສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ ແມ່ນຍ້ອນບັນດາຄຳໝັ້ນສັນຍາ, ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການຫ້າມທົດລອງ, ຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ, ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ເຂົ້າຮ່ວມ, ປະຕິບັດບັນດາພັນທະຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ, ໃນນັ້ນມີສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ. ທ່ານເອກອັກຄະລັດຖະທູດກໍ່ຢືນຢັນສິດຂອງບັນດາປະເທດກ່ຽວກັບການຄົ້ນຄວ້າ, ພັດທະນາ, ນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top