• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຫວຽດນາມ-ອາເມລິກາ: ການປ່ຽນແປງຢ່າງມະຫັດສະຈັນ

ນອນຢູ່ໃນພວງການເຄື່ອນໄຫວ “ ວັນແຫ່ງວັດທະນະທຳຫວຽດນາມ ຢູ່ທີ່ອາເມລິກາ” ເນື່ອງໃນໂອກາດລະນຶກ 20 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງຫວຽດນາມ-ອາເມລິກາ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບ ສະຖານທູດ ຫວຽດນາມ ປະຈໍາສະຫະລັດ ອາເມລິກາຈັດຂຶ້ນ, ປະມວນຊຸດແຟຊັ່ນ “ການປ່ຽນແປງຢ່າງມະຫັດສະຈັນ -Miraculos Transformation” ມໍ່ໆມານີ້ ໄດ້ຖືກນໍາມາສະແດງຢ່າງມີຜົນສໍາເລັດຢູ່ທີ່ນະຄອນຫຼວງວໍຊິງຕັນ ດີຊີ ແລະ ນະຄອນ ນິວຢອກ. ນີ້ແມ່ນເຫດການເບື້ອງຕົ້ນ ເປີດສາກໃຫ້ແກ່ບັນດາ ການເຄື່ອນໄຫວ ໃນຂົງເຂດ ແຟຊັ່ນລະຫວ່າງສອງປະເທດ. 
ຕາມທ່ານ ເວືອງຢຸຍບຽນ, ລັດຖະມົນຕີຊ່ວຍວ່າການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແລ້ວ, ນີ້ແມ່ນຄັ້ງທຳອິດ ງານສະແດງແຟຊັ່ນໂຊ ຫວຽດນາມ ໄດ້ຮັບການແນະນຳ ຢ່າງເປັນທາງການຢູ່ທີ່ສູນສິລະປະການສະແດງ Kenedy ທີ່ເປັນມືອາຊີບທີ່ສຸດປະເທດອາເມລິກາ. ເຫດການດັ່ງກ່າວ ຈະກາຍເປັນຈຸດເດັ່ນທາງວັດທະນະທຳ, ປະກອບສ່ວນເຮັດໃຫ້ ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ແລະ ຄວາມໄມຕີຈິດມິດຕະພາບລະຫວ່າງປະຊາຊົນ ສອງຊາດ ອຸດົມສົມບູນຍິ່ງຂຶ້ນກວ່າ.

 ນັກອອກແບບລານເຮືອງ ກັບບັນດາຊຸດສະສົມອ໋າວຢ່າຍຂອງຕົນ
 
ດ້ວຍຈິດໃຈຂອງຊາວໜຸ່ມຜູ້ໜ່ຶງ, ນັກອອກແບບ ກວາງເຍີດ ໄດ້ຖ່າຍທອດຢ່າງໜ້າປະທັບໃຈຮູບພາບຂອງສະຖາປັດຕະຍະກຳ ຫວຽດ ນາມ ຊຶ່ງປະກອບດ້ວຍຫຼັງຄາສາລາກາງທີ່ມຸງດ້ວຍດິນຂໍ ໂດຍຜ່ານເຕັກນິກ ປັກແສ່ວຢ່າງລະອຽດແນບນຽນບົນໜ້າຜືນແພ Jeans  ຊຶ່ງແມ່ນແຜ່ນແພປະເພດທີ່ນິຍົມໃຊ້ທົ່ວໄປ ຂອງຊາວອາເມລິກາ. ຈາກນັ້ນ ຮູບພາບທີ່ໄດ້ນໍາມາຈາກຫວຽດນາມໄດ້ກາຍເປັນຄວາມຄຸ້ນເຄີຍຍິ່ງຂຶ້ນສໍາລັບປະຊາຊົນອາເມລິກາ.

ບົນພື້ນຖານເຄົາລົບ ອະນຸລັກຮັກສາຊຸດອ໋າວຢ່າວ (ເສື້ອຍາວ) ທີ່ເປັນມູນເຊື້ອ ດ້ວຍຈິດໃຈໃໝ່ໆ, ເຂັ້ມແຂງ ແລະ ມີຊີວິດຊີວາ, ນັກອອກແບບ ລານເຮືອງ ໄດ້ນຳໃຊ້ເຕັກໂນໂລຊີການພິມ ແລະ ປັກແສ່ວ ບັນດາລາຍດອກເຊິ່ງແມ່ນທັດສະນີຍະພາບແຫ່ງຕ່າງໆ ຂອງປະເທດ ອາເມລິກາ ລົງໃນຜືນແຜ່ນເສື້ອອ໋າວຢ່າຍຂອງຫວຽດ ນາມ ອັນໄດ້ສ້າງສາຍຕາ ມູມມອງໃໝ່ໃຫ້ແກ່ຊຸດອ້າວຢ່າຍມູນເຊື້ອ ທັງໄດ້ສ້າງຄວາມໃກ້ຊິດ ກັບປະຊາຊົນອາເມລິກາອີກນໍາ.

ດ້ວຍຄວາມຈົ່ງຮັກພັກດີຕໍ່ວັດຖຸທາດແຜ່ນແພຫາງກະລອກ ຫວຽດ ນາມ, ນັກອອກແບບ ຈູລາ ຍາມໃດລາວກໍ່ໄດ້ສະແດງອອກມາໃຫ້ເຫັນຢ່າງ ມີຊີວິດຊີວາ ບັນດາສີສັນ ທີ່ເປັນສັນຍາລັກຂອງປະເທດ ອາເມລິກາ ເຊັ່ນ: ຮູບປັ້ນນາງເທວະດາ ເສລີພາບ, ນົກອິນຊີ, ບັນດາດວງດາວ ແລະ ອື່ນໆລົງຜືນແຜ່ນແພຂອງຫວຽດນາມ. ການເຈືອຈານຢ່າງກົມກຽວລະຫວ່າງສີສັນ ແລະ ວັດຖຸທາດນັ້ນ ໄດ້ເຮັດໃຫ້ບັນດາ ຜົນການອອກແບບຂອງ ຈູລາມີຈິດໃຈຂອງຍຸກສະໄໝໃໝ່.

ດ້ວຍວິທີການສະແດງອອກຢ່າງແຕກຕ່າງທີ່ສຸດ ແລະ ບໍ່ຊ້ຳແບບໃຜ ເພື່ອ ພັນລະນາກ່ຽວກັບສອງປະເທດຫວຽດນາມ ແລະ ອາເມລິກາ ໃນປັດຈຸບັນ, ກໍ່ດ້ວຍວັດຖຸທາດແພ ຢີນ ແລະ ດອກບົວນັ້ນ ນັກອອກແບບມິນແຮ້ງ ລາວໄດ້ນຳເລື່ອງລາວມູນເຊື້ອ ແລະ ຍຸກສະໄໝ ມາສະແດງອອກໃນຜະລິດຕະພັນອອກແບບຂອງມິນແຮ້ງມີລັກສະນະບຸກຄະລິກສ່ວນຕົວ, ຫວຽດນາມ, ອາເມລິກາສຸດໆ.

ຕ່າງໜ້າບັນດານັກອອກແບບທີ່ເຂົ້າຮ່ວມລາຍການສະແດງດັ່ງກ່າວ, ນັກອອກແບບມິນແຮ້ງໄດ້ແບ່ງປັນວ່າ:“ພວກຂ້າພະເຈົ້າປາດຖະໜາຢາກໃຫ້ຊາວອາເມລິກາເຫັນຮູບພາບກ່ຽວກັບປະເທດຊາດ ຫວຽດນາມໃໝ່ ໂດຍຜ່ານວັດທະນະທຳ. ບັນດາການ ປ່ຽນແປງດັ່ງກ່າວບໍ່ຈໍາເປັນຕ້ອງສະແດງອອກມາດ້ວຍພາສາ ຫາກຜ່ານແຟຊັ່ນ. ພວກຂ້າພະເຈົ້າຢາກຢືນຢັນວ່າ ບໍ່ມີເສັ້ນທາງໃດທີ່ຈະດີກວ່າ ຄວາມເຫັນໃຈກັນກ່ຽວກັບ ວັດທະນະທຳ ເພາະຈະຊ່ວຍໃຫ້ມວນມະນຸດໃກ້ຊິດກັນກວ່າ.


ຜະລິດພັນການອອກແບບຈຳນວນໜຶ່ງທີ່ໄດ້ນໍາໄປສະແດງແນະນຳຢູ່ ທີ່ສູນສິລະປະການສະແດງ Kenedy ປະເທດ ອາເມລິກາ: 

ນັກອອກແບບ ກວາງເຍີດ ກັບບັນດາຊຸດອອກແບບ ດ້ວຍ ວັດຖຸທາດຢີນ
ທີ່ໄດ້ຮັບການນິຍົມໃຊ້ທົ່ວໄປຢູ່ອາເມລິກາ.

 

 ນັກອອກແບບ ກວາງເຍີດ ໄດ້ປະສົມປະສານລະຫວ່າງ ບັນດາ ລາຍດອກ
ແລະ ສິ້ນສ່ວນປະກອບໃນແຕ່ລະຊຸດອອກແບບ. 

 


ນັກອອກແບບ ກວາງເຍີດໄດ້ນຳເອົາຮູບພາບຫວຽດນາມ ເຂົ້າໃນ
ຊຸດເສື້ອຜ້າອາພອນຂອງຕົນ. 



 ຜະລິດພັນອອກແບບ ກ່ຽວກັບຮ່າໂນ້ຍສະໄໝເກົ່າ
ຂອງ ນັກອອກແບບກວາງເຍີດ. 



ນັກອອກແບບ ລານເຮືອງສະແດງສີສັນຫວຽດນາມອອກມາ
ຜ່ານລາຍດອກບົວຢູ່ເທິງຜືນແພເສື້ອອ໋າວຢ່າຍ. 

 


ນັກອອກແບບ ລານເຮືອງນຳໃຊ້ເຕັກໂນໂລຊີພິມ ແລະ ປັກແສ່ວ ບັນດາ
ລາຍດອກຢ່າງລະອຽດແນບນຽນ ລົງຜືນແພເສື້ອອ໋າວຢ່າຍ ຫວຽດນາມ. 

 


ຊຸດອ໋າວຢ່າຍ ຂອງນັກອອກແບບ ລານເຮືອງທີ່ພິມຮູບແຜນ ທີ່ປະເທດອາເມລິກາລົງໃສ່ ໄດ້ນຳມາຄວາມແປກຕາໃໝ່ອ່ຽມຕໍ່ທ່ານຜູ້ເຫັນ. 
.

ຮູບພາບປະເທດອາເມລິກາຜ່ານທັດສະນີຍະພາບ ຢູ່ເທິງວັດຖຸທາດ ແພຫາງກະລອກມູນເຊື້ອຫວຽດນາມ ຂອງນັກອອກແບບ ຈູລາ. 

ບັນດາຊຸດອອກແບບຂອງນັກອອກແບບຈູລາ ມີສີສັນຂອງປະເທດ ອາເມລິກາ ແລະ ນຳມາລົມຫາຍໃຈແຫ່ງຍຸກໃໝ່ສໍາລັບທ່ານຜູ້ຊົມ. 
 

ການປະສົມປະສານຢ່າງຄ່ອງແຄ່ວສະຫຼາດສະຫຼຽວ ຂອງວັດຖຸທາດ ຢີນ
ໃນຊຸດສະສົມຂອງນັກອອກແບບ ມິນແຮ້ງ. 

 


ຊຸດອອກແບບອ໋າວຢ່າຍ ກັບບັນດາລວດລາຍແມ່ນທັດສະນີຍະພາບ
ປະເທດ ອາເມລິກາ ຂອງນັກອອກແບບ ລານເຮືອງ. 

 


ນັກອອກແບບລານເຮືອງໄດ້ນຳໃຊ້ເຕັກໂນໂລຊີພິມ ແລະ ປັກແສ່ວ ບັນດາລາຍດອກຢ່າງປານີດຢູ່ເທິງຊຸດອ໋າວຢ່າຍຫວຽດນາມ. 
 


ຊຸດອອກແບບທີ່ເຕັມໄປດ້ວຍສີສັນອາເມລິກາ ຂອງນັກອອກແບບຈູລາ.
 


ຊຸດອອກແບບທີ່ເຕັມໄປດ້ວຍສີສັນອາເມລິກາ ຂອງນັກອອກແບບຈູລາ. 
 
ບົດ: ເງີນຮ່າ - ພາບ: ຈິ້ງວັນໂບ້

bichlien

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top